ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເຢໂຮຣາມ​ກະສັດ​ຂອງ​ອິດສະຣາເອນ (1-​3)

      • ໂມອາບ​ກະບົດ​ຕໍ່​ອິດສະຣາເອນ (4-​25)

      • ໂມອາບ​ຕໍ່ສູ້​ບໍ່​ຊະນະ (26, 27)

2 ກະສັດ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 1:17

2 ກະສັດ 3:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:30-33

2 ກະສັດ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30

2 ກະສັດ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:37
  • +2ຊມ 8:2

2 ກະສັດ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 19:2
  • +1ກສ 22:3, 4

2 ກະສັດ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:14

2 ກະສັດ 3:11

ໄຂເງື່ອນ

  • *

    ຫຼື “ລາວ​ເຄີຍ​ເທ​ນ້ຳ​ລ້າງ​ມື​ໃຫ້​ເອລີຢາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:7
  • +1ກສ 19:16; 2ກສ 2:15
  • +1ກສ 19:19, 21

2 ກະສັດ 3:13

ໄຂເງື່ອນ

  • *

    ຫຼື “ຂ້ອຍ​ມີ​ເລື່ອງ​ຫຍັງ​ກັບ​ທ່ານ?”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:30; ອຊກ 14:3
  • +ຜຕສ 10:14; 1ກສ 18:19; 22:6

2 ກະສັດ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 17:3, 4; 19:3, 4
  • +ສພສ 15:29

2 ກະສັດ 3:15

ໄຂເງື່ອນ

  • *

    ຫຼື “ນັກ​ດົນຕີ”

  • *

    ແປ​ຕາມ​ໂຕ​ວ່າ “ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:5; 1ຂຄ 25:1
  • +1ກສ 18:46; ອຊກ 1:3; ກຈກ 11:21

2 ກະສັດ 3:16

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

2 ກະສັດ 3:17

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 107:35

2 ກະສັດ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:17; ມຣກ 10:27
  • +ພບຍ 28:7

2 ກະສັດ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:5
  • +2ກສ 3:25

2 ກະສັດ 3:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:39, 40

2 ກະສັດ 3:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:9, 10

2 ກະສັດ 3:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:7

2 ກະສັດ 3:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 26:15; 2ຂຄ 32:4
  • +2ກສ 3:19
  • +ອຊຢ 16:7

2 ກະສັດ 3:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 3:9

2 ກະສັດ 3:27

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພວກ​ຢູດາ​ກັບ​ພວກ​ເອໂດມ​ທີ່​ມາ​ຊ່ວຍ​ພວກ​ອິດສະຣາເອນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:31; 2ຂຄ 28:1, 3; ພສ 106:37, 38

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 3:12ກສ 1:17
2ກສ. 3:21ກສ 16:30-33
2ກສ. 3:31ກສ 12:28-30
2ກສ. 3:51ກສ 22:37
2ກສ. 3:52ຊມ 8:2
2ກສ. 3:72ຂຄ 19:2
2ກສ. 3:71ກສ 22:3, 4
2ກສ. 3:92ຊມ 8:14
2ກສ. 3:111ກສ 22:7
2ກສ. 3:111ກສ 19:16; 2ກສ 2:15
2ກສ. 3:111ກສ 19:19, 21
2ກສ. 3:131ຊມ 2:30; ອຊກ 14:3
2ກສ. 3:13ຜຕສ 10:14; 1ກສ 18:19; 22:6
2ກສ. 3:142ຂຄ 17:3, 4; 19:3, 4
2ກສ. 3:14ສພສ 15:29
2ກສ. 3:151ຊມ 10:5; 1ຂຄ 25:1
2ກສ. 3:151ກສ 18:46; ອຊກ 1:3; ກຈກ 11:21
2ກສ. 3:17ພສ 107:35
2ກສ. 3:18ຢຣມ 32:17; ມຣກ 10:27
2ກສ. 3:18ພບຍ 28:7
2ກສ. 3:19ພບຍ 3:5
2ກສ. 3:192ກສ 3:25
2ກສ. 3:20ອພຍ 29:39, 40
2ກສ. 3:23ອພຍ 15:9, 10
2ກສ. 3:24ລລວ 26:7
2ກສ. 3:25ປຖກ 26:15; 2ຂຄ 32:4
2ກສ. 3:252ກສ 3:19
2ກສ. 3:25ອຊຢ 16:7
2ກສ. 3:262ກສ 3:9
2ກສ. 3:27ພບຍ 12:31; 2ຂຄ 28:1, 3; ພສ 106:37, 38
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 3:1-27

ກະສັດ​ສະບັບ​ທີ​ສອງ

3 ໃນ​ປີ​ທີ 18 ທີ່​ກະສັດ​ເຢໂຮຊາຟັດ​ປົກຄອງ​ຢູດາ ເຢໂຮຣາມ+ລູກ​ຊາຍ​ຂອງ​ອາຮາບ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 12 ປີ. 2 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແຕ່​ກໍ​ບໍ່​ຊົ່ວ​ສ່ຳ​ພໍ່​ສ່ຳ​ແມ່​ຂອງ​ລາວ ຍ້ອນ​ວ່າ​ລາວ​ໄດ້​ທຳລາຍ​ເສົາ​ໄມ້​ສັກສິດ*​ທີ່​ພໍ່​ຂອງ​ລາວ​ສ້າງ​ໃຫ້​ພະ​ບາອານ.+ 3 ແຕ່​ລາວ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ ເຢໂຮຣາມ​ບໍ່​ໄດ້​ເຊົາ​ເຮັດ​ຊົ່ວ​ເລີຍ.

4 ເມຊາ​ກະສັດ​ຂອງ​ໂມອາບ​ລ້ຽງ​ແກະ​ບັກ​ຫຼາຍ​ໆ​. ລາວ​ເຄີຍ​ເອົາແກະ​ນ້ອຍ 100.000 ໂຕ ແລະ​ແກະ​ໂຕ​ຜູ້​ທີ່​ຍັງ​ບໍ່​ໄດ້​ຕັດ​ຂົນ 100.000 ໂຕ​ສົ່ງ​ໄປ​ໃຫ້​ກະສັດ​ຂອງ​ອິດສະຣາເອນ​ເພື່ອເສຍສ່ວຍ. 5 ຫຼັງ​ຈາກ​ອາຮາບ​ຕາຍ+ ກະສັດ​ຂອງ​ໂມອາບ​ກໍ​ກະບົດ​ຕໍ່​ກະສັດ​ຂອງ​ອິດສະຣາເອນ​ທັນທີ.+ 6 ໃນ​ຕອນ​ນັ້ນ ກະສັດ​ເຢໂຮຣາມ​ຈຶ່ງ​ອອກ​ຈາກ​ເມືອງ​ຊາມາເຣຍ​ແລະ​ລວບລວມ​ກອງ​ທັບ​ອິດສະຣາເອນ. 7 ເຢໂຮຣາມ​ໃຫ້​ຄົນ​ໄປ​ຖາມ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ວ່າ: “ກະສັດ​ໂມອາບ​ກະບົດ​ຕໍ່​ຂ້ອຍ ເຈົ້າ​ຈະ​ໄປ​ຕໍ່ສູ້​ພວກ​ໂມອາບ​ນຳ​ຂ້ອຍ​ບໍ?” ເຢໂຮຊາຟັດ​ຕອບ​ວ່າ: “ໄປ​ແທ້+ ແລະ​ຂ້ອຍ​ຈະ​ເອົາ​ທະຫານ​ກັບ​ມ້າ​ຂອງ​ຂ້ອຍ​ໄປ​ນຳ.”+ 8 ເຢໂຮຊາຟັດ​ຖາມ​ວ່າ: “ເຮົາ​ຈະ​ໄປ​ທາງ​ໃດ?” ເຢໂຮຣາມ​ຕອບ​ວ່າ: “ເຮົາ​ຈະ​ໄປ​ເສັ້ນ​ທາງ​ທີ່​ຜ່ານ​ບ່ອນ​ກັນດານ​ເອໂດມ.”

9 ກະສັດ​ອິດສະຣາເອນ​ຈຶ່ງ​ຍົກ​ກອງ​ທັບ​ໄປ​ພ້ອມ​ກັບ​ກະສັດ​ຢູດາ​ແລະ​ກະສັດ​ເອໂດມ.+ ຫຼັງ​ຈາກ​ເຂົາ​ເຈົ້າ​ເດີນ​ທາງໄດ້ 7 ມື້ ກໍ​ບໍ່​ມີ​ນ້ຳ​ສຳລັບ​ທະຫານ​ແລະສັດ​ທີ່​ເຂົາ​ເຈົ້າ​ເອົາ​ໄປ​ນຳ. 10 ກະສັດ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ: “ຕາຍ​ຄັກ​ໆ​! ພະ​ເຢໂຫວາ​ເອີ້ນ​ພວກ​ເຮົາ 3 ຄົນ​ທີ່​ເປັນ​ກະສັດ​ມາ​ໃຫ້​ພວກ​ໂມອາບ​ຂ້າ!” 11 ເຢໂຮຊາຟັດ​ຈຶ່ງ​ຖາມ​ວ່າ: “ຢູ່​ນີ້​ມີ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ທີ່​ເຮົາ​ຈະ​ຖາມ​ພະ​ເຢໂຫວາ​ຜ່ານ​ທາງ​ລາວ​ໄດ້​ບໍ?”+ ຄົນ​ຮັບ​ໃຊ້​ຂອງ​ກະສັດ​ອິດສະຣາເອນ​ຕອບ​ວ່າ: “ມີ​ຜູ້​ໜຶ່ງ​ຊື່​ເອລີຊາ+ ລູກ​ຊາຍ​ຂອງ​ຊາຟາດ. ລາວ​ເຄີຍ​ເປັນຄົນ​ຮັບໃຊ້ຂອງ​ເອລີຢາ.”*+ 12 ເຢໂຮຊາຟັດ​ບອກ​ວ່າ: “ພະ​ເຢໂຫວາເວົ້າ​ຜ່ານ​ທາງ​ລາວຕະຫຼອດ.” ກະສັດ​ອິດສະຣາເອນ​ກັບ​ເຢໂຮຊາຟັດ​ແລະ​ກະສັດ​ເອໂດມ​ຈຶ່ງ​ໄປ​ຫາ​ລາວ.

13 ເອລີຊາ​ຖາມ​ກະສັດ​ອິດສະຣາເອນ​ວ່າ: “ທ່ານມາ​ຫາ​ຂ້ອຍເຮັດ​ຫຍັງ?*+ ຄື​ບໍ່​ໄປ​ຫາ​ພວກ​ຜູ້ພະຍາກອນ​ຂອງ​ພໍ່​ແມ່​ທ່ານ​ພຸ້ນ?”+ ແຕ່​ກະສັດ​ອິດສະຣາເອນ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ໄປ ຍ້ອນ​ພະ​ເຢໂຫວາ​ເອີ້ນພວກ​ເຮົາ 3 ຄົນທີ່​ເປັນ​ກະສັດ​ມາ​ໃຫ້​ພວກ​ໂມອາບ​ຂ້າ.” 14 ເອລີຊາ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ແລະ​ເປັນ​ຜູ້ບັນຊາການກອງທັບ​ທີ່​ຂ້ອຍ​ຮັບ​ໃຊ້​ວ່າ ຖ້າ​ບໍ່​ເຫັນ​ແກ່​ເຢໂຮຊາຟັດ​+ກະສັດ​ຂອງ​ຢູດາ ຂ້ອຍ​ຈະ​ບໍ່​ແນມ​ເບິ່ງ​ຮອດ​ໜ້າ​ທ່ານ​ແລະ​ບໍ່​ສົນ​ໃຈ​ທ່ານ​ຊ້ຳ.+ 15 ຕອນ​ນີ້​ໃຫ້​ໄປ​ຊອກ​ຄົນ​ດີດ​ພິນ*ຜູ້​ໜຶ່ງ​ມາ​ໃຫ້​ຂ້ອຍ.”+ ເມື່ອ​ຜູ້​ນັ້ນ​ເລີ່ມ​ດີດ​ພິນ ພະລັງ*ຂອງ​ພະ​ເຢໂຫວາ​ກໍ​ມາ​ຢູ່​ກັບເອລີຊາ.+ 16 ເອລີຊາ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ໃຫ້​ຂຸດ​ຮ່ອງ​ຫຼາຍ​ໆ​ຮ່ອງ​ຢູ່​ຮ່ອມພູ*ນີ້. 17 ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ “ພວກ​ເຈົ້າ​ຈະ​ບໍ່​ເຫັນ​ລົມ​ບໍ່​ເຫັນ​ຝົນ ແຕ່​ຮ່ອມພູ*ນີ້​ຈະ​ມີ​ນ້ຳ​ເຕັມ.+ ພວກ​ເຈົ້າ​ແລະ​ຝູງ​ສັດ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ກິນ​ນ້ຳ​ນັ້ນ.”’ 18 ເລື່ອງ​ນີ້ງ່າຍ​ຫຼາຍສຳລັບ​ພະ​ເຢໂຫວາ+ ແລະ​ເພິ່ນ​ຈະ​ໃຫ້​ພວກ​ທ່ານ​ຊະນະ​ພວກ​ໂມອາບ​ນຳ​ອີກ.+ 19 ພວກ​ທ່ານ​ຕ້ອງ​ທຳລາຍ​ປ້ອມ​ຂອງ​ທຸກ​ເມືອງ+ ແລະ​ທຳລາຍ​ທຸກເມືອງ​ທີ່​ສຳຄັນ. ພວກ​ທ່ານ​ຕ້ອງ​ຕັດ​ຕົ້ນ​ໄມ້​ທີ່​ດີ​ທຸກ​ຕົ້ນ ອັດ​ຮູ​ນ້ຳ​ອອກ​ບໍ່​ທຸກ​ບ່ອນ ແລະ​ເອົາ​ຫີນ​ມາ​ຖົມ​ດິນ​ທີ່​ງາມ​ໆ​ທຸກ​ບ່ອນ​ເພື່ອບໍ່​ໃຫ້​ປູກ​ຫຍັງໃສ່​ໄດ້.”+

20 ໃນ​ຕອນ​ເຊົ້າ ເມື່ອ​ຮອດ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ສຳລັບ​ຕອນ​ເຊົ້າ+ ກໍ​ມີ​ນ້ຳ​ໄຫຼ​ມາ​ຈາກ​ທາງ​ເອໂດມ​ຈົນຖ້ວມ​ຮ່ອມ​ພູ.

21 ເມື່ອ​ພວກ​ໂມອາບ​ໄດ້​ຍິນ​ວ່າ​ພວກ​ກະສັດ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ເຂົາ​ເຈົ້າ ເຂົາເຈົ້າ​ຈຶ່ງ​ເອີ້ນ​ຜູ້​ຊາຍ​ທຸກ​ຄົນ​ທີ່ອາຍຸ​ຮອດທີ່​ຈະ​ໄປ​ຕໍ່ສູ້​ໄດ້​ໃຫ້​ໄປ​ກຽມ​ຕໍ່ສູ້​ຢູ່​ຊາຍ​ແດນ. 22 ເມື່ອ​ພວກ​ໂມອາບ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຕື່ນ​ຂຶ້ນ​ມາ​ຕອນ​ເຊົ້າ ເຂົາ​ເຈົ້າ​ກໍ​ເຫັນ​ນ້ຳ​ທີ່​ຕາເວັນ​ສ່ອງ​ໃສ່​ນັ້ນ​ເປັນ​ສີ​ແດງ​ຄື​ກັບ​ເລືອດ. 23 ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ວ່າ: “ເລືອດ​ຕົ໋ວ​ນິ! ພວກ​ກະສັດ​ຄື​ຊິ​ເອົາ​ດາບ​ຂ້າ​ກັນຕາຍໝົດ​ແລ້ວ. ໄປ໋! ເຮົາ​ໄປ​ຍຶດ​ເອົາ​ເຄື່ອງ​ພວກ​ນັ້ນ!”+ 24 ເມື່ອ​ພວກ​ໂມອາບ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ພວກ​ອິດສະຣາເອນ ພວກ​ອິດສະຣາເອນ​ກໍ​ຂ້າ​ເຂົາ​ເຈົ້າ ແລ້ວ​ພວກ​ໂມອາບ​ກໍ​ພາກັນ​ແລ່ນ​ໜີ.+ ພວກ​ອິດສະຣາເອນບຸກ​ເຂົ້າ​ໄປ​ໃນ​ເຂດຂອງ​ພວກ​ໂມອາບ ແລະ​ຂ້າ​ພວກ​ໂມອາບ​ໄປ​ນຳ​ທາງ. 25 ພວກ​ອິດສະຣາເອນ​ໄດ້​ທຳລາຍ​ເມືອງ​ຕ່າງ​ໆ​ຂອງ​ພວກໂມອາບ ແລະ​ແຕ່​ລະ​ຄົນ​ໄດ້​ຂົນ​ຫີນ​ໄປ​ຖົມ​ດິນ​ທີ່​ງາມ​ໆ​ທຸກ​ບ່ອນ. ເຂົາ​ເຈົ້າ​ອັດ​ຮູ​ນ້ຳ​ອອກ​ບໍ່​ທຸກ​ບ່ອນ+ ແລະ​ຕັດ​ຕົ້ນ​ໄມ້​ທີ່​ດີ​ທຸກ​ຕົ້ນ.+ ໃນ​ທີ່​ສຸດ​ກໍ​ຍັງ​ເຫຼືອ​ແຕ່​ກຳແພງ​ຫີນ​ຂອງ​ເມືອງ​ກີເຣຮາເຣເສັດ+ທີ່​ຍັງ​ຕັ້ງ​ຢູ່. ແລ້ວ​ພວກ​ທະຫານ​ທີ່​ລ້ອມ​ເມືອງ​ນັ້ນ​ໄດ້​ກໍ​ໃຊ້​ເຊືອກ​ແກວ່ງ​ກ້ອນ​ຫີນເຂົ້າ​ໄປ ແລະ​ທຳລາຍ​ເມືອງ​ນັ້ນ.

26 ເມື່ອ​ກະສັດ​ໂມອາບ​ເຫັນ​ວ່າຕໍ່ສູ້​ບໍ່​ຊະນະ​ແລ້ວ ລາວ​ກໍ​ພາ​ທະຫານ 700 ຄົນ​ທີ່​ຖື​ດາບ​ໜີ​ອອກ​ໄປ​ທາງ​ກະສັດ​ເອໂດມ+ ແຕ່​ເຂົາ​ເຈົ້າ​ກໍ​ອອກ​ໄປ​ບໍ່​ໄດ້. 27 ລາວ​ຈຶ່ງ​ເອົາ​ລູກ​ຊາຍ​ກົກ​ຂອງ​ໂຕເອງ​ທີ່​ຈະ​ເປັນ​ກະສັດ​ຕໍ່​ຈາກ​ລາວ​ມາ​ເຜົາ​ບູຊາ​+ຢູ່​ກຳແພງ​ເມືອງ. ພວກ​ທະຫານ*ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ. ພວກທະຫານທຸກ​ຄົນຈຶ່ງ​ຖອຍ​ທັບ​ບໍ່​ຕໍ່ສູ້​ກັບ​ກະສັດ​ໂມອາບ​ແລະ​ກັບ​ເມືອ​ປະເທດ​ຂອງ​ໂຕ​ເອງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌