ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ຊາອູນ​ກັບ​ພວກ​ລູກ​ຊາຍ​ຕາຍ (1-​14)

1 ຂ່າວຄາວ 10:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:1-5; 2ຊມ 1:21, 25

1 ຂ່າວຄາວ 10:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 8:33

1 ຂ່າວຄາວ 10:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:9, 10

1 ຂ່າວຄາວ 10:4

ໄຂເງື່ອນ

  • *

    ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:21, 23
  • +1ຂຄ 10:13

1 ຂ່າວຄາວ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:6, 7

1 ຂ່າວຄາວ 10:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 28:4; 31:8-10

1 ຂ່າວຄາວ 10:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:23, 24

1 ຂ່າວຄາວ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 5:2

1 ຂ່າວຄາວ 10:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:1
  • +1ຊມ 31:11-13

1 ຂ່າວຄາວ 10:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:5; 21:12

1 ຂ່າວຄາວ 10:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:13; 15:22, 23
  • +ລລວ 20:6; 1ຊມ 28:7

1 ຂ່າວຄາວ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:17; 1ຊມ 13:14; 15:27, 28; 2ຊມ 5:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 10:11ຊມ 31:1-5; 2ຊມ 1:21, 25
1ຂຄ. 10:21ຂຄ 8:33
1ຂຄ. 10:31ຊມ 26:9, 10
1ຂຄ. 10:4ຜຕສ 16:21, 23
1ຂຄ. 10:41ຂຄ 10:13
1ຂຄ. 10:61ຊມ 31:6, 7
1ຂຄ. 10:81ຊມ 28:4; 31:8-10
1ຂຄ. 10:9ຜຕສ 16:23, 24
1ຂຄ. 10:101ຊມ 5:2
1ຂຄ. 10:111ຊມ 11:1
1ຂຄ. 10:111ຊມ 31:11-13
1ຂຄ. 10:122ຊມ 2:5; 21:12
1ຂຄ. 10:131ຊມ 13:13; 15:22, 23
1ຂຄ. 10:13ລລວ 20:6; 1ຊມ 28:7
1ຂຄ. 10:14ນຣ 4:17; 1ຊມ 13:14; 15:27, 28; 2ຊມ 5:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 10:1-14

ຂ່າວຄາວ​ສະບັບ​ທີ​ໜຶ່ງ

10 ມີ​ມື້​ໜຶ່ງ​ພວກ​ຟີລິດສະຕີນ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ ພວກ​ທະຫານ​ອິດສະຣາເອນ​ຕໍ່ສູ້​ບໍ່​ໄຫວ​ຈຶ່ງ​ໜີ ແລະ​ມີ​ຫຼາຍ​ຄົນ​ຖືກ​ຂ້າ​ຢູ່​ເທິງ​ພູ​ກິນໂບອາ.+ 2 ພວກ​ທະຫານ​ຟີລິດສະຕີນ​ໄລ່​ທັນ​ຊາອູນ​ກັບ​ພວກ​ລູກຊາຍ ແລ້ວ​ໄດ້​ຂ້າ​ໂຢນາທານ ອາບີນາດາບ ແລະ​ມັນກີຊົວ+​ທີ່​ເປັນ​ລູກຊາຍ​ຂອງ​ຊາອູນ. 3 ເຂົາເຈົ້າ​ຕໍ່ສູ້​ກັບ​ຊາອູນ​ຢ່າງ​ດຸເດືອດ. ເມື່ອ​ພວກ​ທະຫານ​ຍິງ​ທະນູ​ເຫັນ​ຊາອູນ ເຂົາເຈົ້າກໍ​ຍິງ​ທະນູ​ໃສ່​ລາວ​ຈົນ​ເຈັບ​ໜັກ.+ 4 ຊາອູນ​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: “ເອົາ​ດາບ​ຂອງ​ເຈົ້າ​ມາ​ແທງ​ຂ້ອຍ​ໃຫ້​ຕາຍເພື່ອ​ບໍ່​ໃຫ້​ພວກ​ທີ່​ນັບຖື​ພະເຈົ້າ​ປອມ*​ເຮັດ​ກັບ​ຂ້ອຍ​ແບບ​ໂຫດ​ໆ​+​ແລ້ວ​ກໍ​ຂ້າ​ຂ້ອຍ.” ແຕ່​ທະຫານ​ຜູ້​ນັ້ນ​ບໍ່​ຍອມ​ເຮັດ​ຍ້ອນ​ຢ້ານ​ຫຼາຍ. ຊາອູນ​ຈຶ່ງຖອດ​ດາບຂອງ​ໂຕເອງ​ອອກ​ມາ​ແລ້ວ​ຂ້າໂຕຕາຍ.+ 5 ເມື່ອ​ຜູ້​ທີ່​ຖື​ອາວຸດ​ເຫັນ​ວ່າ​ຊາອູນ​ຕາຍ​ແລ້ວ ລາວ​ກໍ​ຖອດ​ດາບ​ອອກ​ມາ​ແລ້ວ​ຂ້າ​ໂຕຕາຍ​ຄືກັນ. 6 ສະຫຼຸບ​ແລ້ວ ຊາອູນ ລູກຊາຍ 3 ຄົນ​ຂອງ​ລາວ ແລະ​ຄົນ​ຂອງ​ລາວ​ຕາຍ​ໃນ​ການ​ຕໍ່ສູ້​ເທື່ອ​ນີ້.+ 7 ເມື່ອ​ພວກ​ອິດສະຣາເອນ​ທີ່​ຢູ່​ແຖວ​ຮ່ອມພູ​ຮູ້​ວ່າ​ທຸກຄົນ​ໜີ​ໄປ​ແລະ​ຊາອູນ​ກັບ​ພວກ​ລູກຊາຍ​ກໍ​ຕາຍ​ແລ້ວ ເຂົາເຈົ້າ​ຈຶ່ງ​ປະຖິ້ມ​ເຮືອນ​ຊານ​ແລະກໍ​ໜີ​ໄປ​ຄືກັນ ແລ້ວ​ພວກ​ຟີລິດສະຕີນ​ກໍ​ເຂົ້າ​ມາ​ຍຶດ​ເອົາ​ເມືອງ​ຂອງ​ເຂົາເຈົ້າ.

8 ມື້​ຕໍ່ມາ ເມື່ອ​ພວກ​ຟີລິດສະຕີນ​ມາ​ປົດ​ເອົາ​ເຄື່ອງ​ຈາກ​ສົບຄົນຕາຍ ເຂົາເຈົ້າ​ກໍ​ເຫັນ​ວ່າ​ຊາອູນ​ກັບ​ພວກ​ລູກຊາຍ​ຕາຍ​ຢູ່​ເທິງ​ພູ​ກິນໂບອາ.+ 9 ເຂົາເຈົ້າ​ຈຶ່ງ​ຕັດ​ຫົວ​ຊາອູນ ແກ້​ເອົາ​ຊຸດ​ນັກຮົບ​ກັບ​ອາວຸດ​ຂອງ​ລາວ ແລ້ວ​ສົ່ງ​ຂ່າວ​ໄປ​ວິຫານ​ຂອງ​ພະເຈົ້າ​ປອມ+​ແລະ​ບອກ​ຄົນ​ທົ່ວ​ແຜ່ນດິນ​ຟີລິດສະຕີນໃຫ້​ຮູ້​ເລື່ອງ​ນີ້. 10 ຈາກ​ນັ້ນ ພວກ​ຟີລິດສະຕີນ​ກໍ​ເອົາ​ຊຸດ​ນັກຮົບ​ກັບ​ອາວຸດ​ຂອງ​ຊາອູນ​ໄປ​ໄວ້​ໃນ​ວິຫານ​ພະເຈົ້າ​ຂອງເຂົາເຈົ້າ ແລະ​ເອົາຫົວ​ລາວ​ໄປຫ້ອຍໄວ້​ຢູ່​ວິຫານ​ຂອງ​ພະ​ດາໂກນ.+

11 ເມື່ອ​ທຸກຄົນ​ທີ່​ຢູ່​ເມືອງ​ຢາເບັດ+​ໃນ​ກິລຽດ​ໄດ້​ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕີນ​ເຮັດ​ກັບ​ຊາອູນ+ 12 ພວກ​ທະຫານ​ທຸກຄົນ​ຈາກ​ເມືອງ​ນັ້ນ​ກໍ​ໄປ​ເອົາ​ສົບ​ຂອງ​ຊາອູນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ກັບ​ມາ​ເມືອງ​ຢາເບັດ. ເຂົາເຈົ້າ​ເອົາ​ກະດູກ​ຂອງ​ຊາອູນ​ກັບ​ພວກ​ລູກຊາຍ​ໄປ​ຝັງ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ໃນ​ເມືອງ​ຢາເບັດ+ ແລະ​ພາກັນ​ອົດ​ເຂົ້າ 7 ມື້.

13 ຊາອູນ​ຕາຍ​ຍ້ອນ​ລາວ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. ລາວ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ+ ແລະ​ລາວ​ຍັງ​ຂໍ​ໃຫ້​ໝໍ​ຜີ​ຊ່ວຍ+ 14 ແທນ​ທີ່​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ຊາອູນ​ຕາຍ ແລະ​ໃຫ້​ດາວິດ​ລູກຊາຍ​ຂອງ​ເຢຊີ​ເປັນ​ກະສັດ​ແທນ​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌