ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ຜູ້​ທີ່​ສະໜັບສະໜູນ​ດາວິດ​ໃຫ້​ເປັນ​ກະສັດ (1-​40)

1 ຂ່າວຄາວ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 27:1
  • +1ຊມ 27:5, 6; 2ຊມ 1:1
  • +1ຂຄ 11:10

1 ຂ່າວຄາວ 12:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:49
  • +ຜຕສ 3:15; 20:15, 16
  • +ປຖກ 49:27

1 ຂ່າວຄາວ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:4
  • +1ຂຄ 11:26, 33

1 ຂ່າວຄາວ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 9:3
  • +1ຂຄ 11:15

1 ຂ່າວຄາວ 12:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 26:10, 11

1 ຂ່າວຄາວ 12:8

ໄຂເງື່ອນ

  • *

    ເຂົາເຈົ້າ​ຖືກ​ເອີ້ນ​ແບບ​ນີ້​ອາດ​ເປັນ​ຍ້ອນ​ວ່າ​ເຂົາເຈົ້າ​ກ້າຫານ​ຫຼື​ມີ​ຮູບ​ຮ່າ​ງ​ໜ້າ​ຕາ​ຄື​ໂຕ​ສິງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:14, 29; 24:22; 1ຂຄ 11:16

1 ຂ່າວຄາວ 12:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:19; ພບຍ 33:20
  • +ລລວ 26:8

1 ຂ່າວຄາວ 12:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:1; 23:14; 24:22

1 ຂ່າວຄາວ 12:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:12, 15; 26:23; ພສ 7:6

1 ຂ່າວຄາວ 12:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:34; 13:24, 25
  • +2ຊມ 15:21
  • +ພສ 54:4

1 ຂ່າວຄາວ 12:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:1, 3
  • +1ຊມ 29:2-4

1 ຂ່າວຄາວ 12:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 30:1
  • +ພບຍ 33:17

1 ຂ່າວຄາວ 12:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 5:23, 24; 11:10

1 ຂ່າວຄາວ 12:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:3
  • +2ຊມ 3:1

1 ຂ່າວຄາວ 12:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:1; 5:1
  • +1ຊມ 16:1, 13; 1ຂຄ 11:10

1 ຂ່າວຄາວ 12:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:49
  • +1ຂຄ 27:1, 5

1 ຂ່າວຄາວ 12:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:17; 1ກສ 1:8; 2:35; 1ຂຄ 6:1, 8; 27:16, 17

1 ຂ່າວຄາວ 12:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 8:1, 33; 12:1, 2

1 ຂ່າວຄາວ 12:33

ໄຂເງື່ອນ

  • *

    ຫຼື “ດ້ວຍ​ຄວາມ​ເຕັມໃຈ”

1 ຂ່າວຄາວ 12:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:33; ຢຊ 13:8

1 ຂ່າວຄາວ 12:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:8, 10; 1ຂຄ 11:10

1 ຂ່າວຄາວ 12:40

ໄຂເງື່ອນ

  • *

    ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 12:11ຊມ 27:1
1ຂຄ. 12:11ຊມ 27:5, 6; 2ຊມ 1:1
1ຂຄ. 12:11ຂຄ 11:10
1ຂຄ. 12:21ຊມ 17:49
1ຂຄ. 12:2ຜຕສ 3:15; 20:15, 16
1ຂຄ. 12:2ປຖກ 49:27
1ຂຄ. 12:31ຊມ 11:4
1ຂຄ. 12:31ຂຄ 11:26, 33
1ຂຄ. 12:4ຢຊ 9:3
1ຂຄ. 12:41ຂຄ 11:15
1ຂຄ. 12:6ຈຊບ 26:10, 11
1ຂຄ. 12:81ຊມ 23:14, 29; 24:22; 1ຂຄ 11:16
1ຂຄ. 12:14ປຖກ 49:19; ພບຍ 33:20
1ຂຄ. 12:14ລລວ 26:8
1ຂຄ. 12:161ຊມ 22:1; 23:14; 24:22
1ຂຄ. 12:171ຊມ 24:12, 15; 26:23; ພສ 7:6
1ຂຄ. 12:18ຜຕສ 6:34; 13:24, 25
1ຂຄ. 12:182ຊມ 15:21
1ຂຄ. 12:18ພສ 54:4
1ຂຄ. 12:19ຜຕສ 3:1, 3
1ຂຄ. 12:191ຊມ 29:2-4
1ຂຄ. 12:201ຊມ 30:1
1ຂຄ. 12:20ພບຍ 33:17
1ຂຄ. 12:211ຂຄ 5:23, 24; 11:10
1ຂຄ. 12:222ຊມ 2:3
1ຂຄ. 12:222ຊມ 3:1
1ຂຄ. 12:232ຊມ 2:1; 5:1
1ຂຄ. 12:231ຊມ 16:1, 13; 1ຂຄ 11:10
1ຂຄ. 12:271ຂຄ 6:49
1ຂຄ. 12:271ຂຄ 27:1, 5
1ຂຄ. 12:282ຊມ 8:17; 1ກສ 1:8; 2:35; 1ຂຄ 6:1, 8; 27:16, 17
1ຂຄ. 12:291ຂຄ 8:1, 33; 12:1, 2
1ຂຄ. 12:37ຈຊບ 32:33; ຢຊ 13:8
1ຂຄ. 12:38ປຖກ 49:8, 10; 1ຂຄ 11:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 12:1-40

ຂ່າວຄາວ​ສະບັບ​ທີ​ໜຶ່ງ

12 ຊາອູນ​ລູກຊາຍ​ຂອງ​ກີເຊ​ໄດ້​ໄລລ່າ​ດາວິດ+ ດາວິດ​ຈຶ່ງໜີໄປ​ຢູ່​ເມືອງ​ຊິກລັກ.+ ຕອນນັ້ນ ດາວິດ​ໄປ​ໃສ​ຕາມ​ໃຈ​ບໍ່​ໄດ້ ແຕ່​ກໍ​ມີ​ພວກ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ໄປ​ຫາ​ລາວ​ເພື່ອ​ຈະ​ຊ່ວຍ​ລາວ​ຕໍ່ສູ້.+ 2 ອາວຸດ​ຫຼັກ​ທີ່​ພວກ​ທະຫານ​ເຫຼົ່ານັ້ນ​ໃຊ້​ແມ່ນ​ທະນູ. ເຂົາເຈົ້າ​ຍິງ​ທະນູ​ແລະ​ໃຊ້​ເຊືອກ​ແກວ່ງ​ກ້ອນ​ຫີນ+​ໄດ້​ທັງ​ມື​ຂວາ​ແລະ​ມື​ຊ້າຍ.+ ເຂົາເຈົ້າ​ເປັນ​ຄົນ​ຕະກູນ​ເບັນຢາມິນ+​ຄື​ກັບ​ຊາອູນ. 3 ຫົວໜ້າ​ຂອງ​ເຂົາເຈົ້າ​ແມ່ນ​ອາຮີເອເຊ​ແລະຮອງ​ຈາກ​ລາວ​ແມ່ນ​ໂຢອາດ. ທັງ​ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ເຊມາອາ​ຄົນ​ກີເບອາ.+ ນອກຈາກນັ້ນຍັງ​ມີ​ເຢຊີເອນ​ກັບ​ເປເລັດ​ລູກ​ຊາຍ​ຂອງ​ອາຊະມາເວດ+ ເບຣາກາ ເຢຮູ​ຄົນ​ອານາໂທດ 4 ອີຊະມາຢາ​ຄົນ​ກິເບໂອນ+ (ລາວເປັນ​ຜູ້​ໜຶ່ງ​ໃນ​ຈຳນວນ​ທະຫານ 30 ຄົນ​ທີ່​ເກັ່ງ​ໆ​+​ແລະ​ເປັນ​ຫົວໜ້າ​ຂອງ 30 ຄົນ​ນັ້ນ.) ເຢເຣມີຢາ ຢາຮາຊີເອນ ໂຢຮານານ ໂຢຊາບັດ ຄົນ​ເກເດຣາ 5 ເອລູຊາຍ ເຢຣີໂມດ ເບອາລີຢາ ເຊ​ມາຣີ​ຢາ ເຊຟາຕີຢາ​ຄົນ​ຮາຣິບ 6 ເອນການາ ອິດຊີຢາ ອັດຊາເຣນ ໂຢເອເຊ ຢາໂຊເບອາມ (5 ຄົນ​ນີ້​ແມ່ນ​ລູກຫຼານໂກຣາ.)+ 7 ແລະ​ໂຢ​ເອລາ​ກັບ​ເຊບາດີຢາ​ລູກຊາຍ​ຂອງ​ເຢໂຣຮາມ​ຄົນ​ເກໂດເຣ.

8 ຕອນ​ທີ່​ດາວິດ​ຢູ່​ບ່ອນ​ປອດໄພ​ໃນ​ບ່ອນ​ກັນດານ+ ມີ​ທະຫານ​ບາງຄົນ​ຈາກ​ຕະກູນ​ຄາດ​ມາ​ຢູ່​ຝ່າຍ​ດາວິດ. ເຂົາເຈົ້າ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ​ແລະ​ໄດ້​ຖືກ​ຝຶກ​ເພື່ອ​ໃຫ້​ຕໍ່ສູ້​ໃນ​ສົງຄາມ. ເຂົາເຈົ້າ​ໃຊ້​ໂລ້​ກັບ​ຫອກ​ເກັ່ງ​ຫຼາຍ. ເຂົາເຈົ້າ​ມີ​ໜ້າ​ຄື​ກັບ​ໂຕ​ສິງ*​ແລະ​ແລ່ນ​ໄວ​ຄື​ກັບ​ໂຕ​ກວາງ​ທີ່​ຢູ່​ເທິງ​ພູ. 9 ຫົວໜ້າ​ຂອງ​ເຂົາເຈົ້າ​ແມ່ນ​ເອເຊ ຜູ້​ທີ 2 ແມ່ນ​ໂອບາດີຢາ ຜູ້​ທີ 3 ແມ່ນ​ເອລີອາບ 10 ຜູ້​ທີ 4 ແມ່ນ​ມິດຊະມັນນາ ຜູ້​ທີ 5 ແມ່ນ​ເຢເຣມີຢາ 11 ຜູ້​ທີ 6 ແມ່ນ​ອາດຕາຍ ຜູ້​ທີ 7 ແມ່ນ​ເອລີເອນ 12 ຜູ້​ທີ 8 ແມ່ນ​ໂຢຮານານ ຜູ້​ທີ 9 ແມ່ນ​ເອນຊາບັດ 13 ຜູ້​ທີ 10 ແມ່ນ​ເຢເຣມີຢາ ແລະ​ຜູ້​ທີ 11 ແມ່ນ​ມັກບັນນາຍ. 14 ເຂົາເຈົ້າ​ເປັນ​ຄົນ​ຕະກູນ​ຄາດ+​ແລະ​ເປັນ​ຫົວໜ້າ​ກອງທັບ. ຄົນ​ທີ່​ບໍ່​ເກັ່ງ​ໃນ​ກຸ່ມ​ນີ້​ກໍ​ຍັງ​ຕໍ່ສູ້​ຊະນະ 100 ຄົນ​ໄດ້ ແລະ​ຄົນ​ທີ່​ເກັ່ງ​ທີ່​ສຸດ​ກໍ​ຕໍ່ສູ້​ຊະນະ 1.000 ຄົນ​ໄດ້.+ 15 ໃນ​ເດືອນ​ທີ 1 ເຂົາເຈົ້າ​ໄດ້​ຂ້າມ​ແມ່ນ້ຳ​ຈໍແດນ​ຕອນ​ທີ່​ນ້ຳຖ້ວມ​ຕາຝັ່ງ ແລະ​ໄລ່​ຄົນ​ທີ່​ຢູ່​ທົ່ງພຽງ​ໄປ​ທາງ​ທິດ​ຕາເວັນ​ອອກ​ກັບ​ທິດ​ຕາເວັນ​ຕົກ.

16 ຄົນ​ເບັນຢາມິນ​ກັບ​ຄົນ​ຢູດາ​ບາງຄົນ​ກໍ​ມາ​ຊ່ວຍ​ດາວິດ​ຢູ່​ບ່ອນ​ທີ່​ປອດໄພ​ຄືກັນ.+ 17 ດາວິດ​ໄດ້​ອອກ​ໄປ​ຫາ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ເຕັມໃຈ​ມາ​ຊ່ວຍ​ຂ້ອຍ ຂ້ອຍ​ກໍ​ຈະຕ້ອນຮັບ​ພວກ​ເຈົ້າ​ໃຫ້​ມາ​ເປັນ​ພວກ​ດຽວ​ກັນ ແຕ່​ຖ້າ​ພວກ​ເຈົ້າ​ມາ​ເພື່ອ​ທໍລະຍົດ​ຂ້ອຍ​ແລະ​ເອົາ​ຂ້ອຍ​ໄປ​ໃຫ້​ສັດຕູ​ທັງ​ໆ​ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ ຂໍ​ໃຫ້​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກເຮົາ​ລົງໂທດ​ພວກ​ເຈົ້າ.”+ 18 ອາມາຊາຍ+​ທີ່​ເປັນ​ຫົວໜ້າ​ຂອງ​ທະຫານ 30 ຄົນ​ໄດ້​ຮັບພະລັງບໍລິສຸດຈາກ​ພະເຈົ້າ​ແລະ​ເວົ້າ​ວ່າ:

“ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີ້ຍ!+ ພວກເຮົາ​ເປັນ​ຄົນ​ຂອງ​ທ່ານ​ແລະ​ພວກເຮົາ​ຈະ​ຢູ່​ກັບ​ທ່ານ.

ຂໍ​ໃຫ້​ທ່ານ​ມີສັນຕິສຸກແລະ​ຂໍ​ໃຫ້​ຄົນ​ທີ່​ຊ່ວຍ​ທ່ານ​ມີ​ສັນຕິສຸກ​ຄືກັນ

ຍ້ອນ​ພະເຈົ້າ​ຂອງ​ທ່ານ​ກຳລັງ​ຊ່ວຍ​ທ່ານ​ຢູ່.”+

ແລ້ວ​ດາວິດ​ກໍ​ຕ້ອນຮັບ​ເຂົາເຈົ້າ​ແລະ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຫົວໜ້າ​ກອງທັບ.

19 ຕອນ​ທີ່​ດາວິດ​ເດີນ​ທາງ​ໄປ​ພ້ອມ​ກັບ​ພວກ​ຟີລິດສະຕີນ​ເພື່ອ​ຈະ​ໄປ​ຕໍ່ສູ້​ກັບ​ຊາອູນ ທະຫານ​ບາງຄົນ​ຈາກ​ຕະກູນ​ມານາເຊ​ໄດ້​ໜີ​ຈາກ​ຊາອູນ​ມາ​ຢູ່​ຝ່າຍ​ດາວິດ. ແຕ່​ດາວິດ​ບໍ່​ໄດ້​ໄປ​ຊ່ວຍ​ພວກ​ຟີລິດສະຕີນ​ໃນ​ການ​ຕໍ່ສູ້ ຍ້ອນ​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ+​ບໍ່​ໃຫ້​ດາວິດ​ໄປ​ນຳ. ເຂົາເຈົ້າ​ເວົ້າ​ວ່າ: “ລາວ​ຈະ​ໜີ​ປະ​ພວກເຮົາ​ແລ້ວ​ໄປ​ຫາ​ຊາອູນ​ເຈົ້ານາຍ​ຂອງ​ລາວ ແລ້ວ​ປ່ອຍ​ໃຫ້​ພວກເຮົາ​ຖືກ​ຂ້າ​ຕາຍ.”+ 20 ພວກ​ທະຫານ​ຈາກ​ຕະກູນ​ມານາເຊ​ທີ່​ມາ​ຫາ​ດາວິດ​ຢູ່​ເມືອງ​ຊິກລັກ+​ມີ: ອັດນາ ໂຢຊາບັດ ເຢດີອາເອນ ມີກາເອນ ໂຢຊາບັດ ເອລີຮູ ແລະ​ຊິນເລທາຍ. ເຂົາເຈົ້າ​ເປັນ​ຫົວໜ້າ​ກອງ​ພັນ​ຈາກ​ຕະກູນ​ມານາເຊ.+ 21 ຍ້ອນ​ເຂົາເຈົ້າ​ເປັນ​ທະຫານ​ທີ່​ເກັ່ງ​ແລະ​ກ້າຫານ​ຫຼາຍ+ ເຂົາເຈົ້າ​ຈຶ່ງ​ຊ່ວຍ​ດາວິດ​ໃຫ້​ຕໍ່ສູ້​ຊະນະ​ກຸ່ມ​ໂຈນ​ໄດ້. ເຂົາເຈົ້າ​ໄດ້​ມາ​ເປັນຫົວໜ້າ​ກອງທັບ​ໃຫ້​ດາວິດ. 22 ທຸກ​ໆ​ມື້​ມີ​ຄົນ​ມາ​ຊ່ວຍ​ດາວິດ​ເພີ່ມ​ຂຶ້ນ​ເລື້ອຍ​ໆ​+​ຈົນ​ກອງທັບ​ຂອງ​ລາວ​ໃຫຍ່​ສ່ຳ​ກັບ​ກອງທັບ​ຂອງ​ພະເຈົ້າ.+

23 ຕໍ່ໄປນີ້​ແມ່ນຄົນທີ່​ມາ​ຫາ​ດາວິດ​ຢູ່​ເມືອງ​ເຮັບໂຣນ+​ເພື່ອ​ຊ່ວຍ​ລາວ​ໃຫ້​ເປັນ​ກະສັດ​ແທນ​ຊາອູນ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ໄວ້.+ 24 ຄົນ​ຈາກ​ຕະກູນ​ຢູດາ​ທີ່​ພ້ອມ​ຈະ​ໄປ​ສູ້ຮົບ​ທີ່​ຖື​ໂລ້​ໃຫຍ່​ແລະ​ຫອກ​ມີ 6.800 ຄົນ. 25 ທະຫານ​ທີ່​ເກັ່ງ​ແລະ​ກ້າຫານ​ຈາກ​ຕະກູນ​ຊີເມໂອນ​ມີ 7.100 ຄົນ.

26 ຄົນ​ຈາກ​ຕະກູນ​ເລວີ​ມີ 4.600 ຄົນ. 27 ໃນ​ນັ້ນ​ມີ​ລູກຫຼານ​ຂອງ​ອາໂຣນ+ 3.700 ຄົນ​ແລະ​ເຢໂຮຢາດາ+​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ. 28 ນອກຈາກນັ້ນຍັງ​ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ເກັ່ງ​ແລະ​ກ້າຫານ​ຊື່​ຊາໂດກ+​ກັບ​ອີກ 22 ຄົນ​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອຂອງ​ລາວ.

29 ຄົນ​ຈາກ​ຕະກູນ​ເບັນຢາມິນ​ທີ່​ເປັນ​ຕະກູນ​ດຽວ​ກັບ​ຊາອູນ+​ມີ 3.000 ຄົນ. ຄົນ​ສ່ວນ​ຫຼາຍ​ໃນ​ນັ້ນ​ເຄີຍ​ຮັບໃຊ້​ຄອບຄົວ​ຂອງ​ຊາອູນ. 30 ຄົນ​ຈາກ​ຕະກູນ​ເອຟຣາຢິມ​ທີ່​ເປັນ​ຄົນ​ເກັ່ງ​ແລະ​ກ້າຫານ​ມີ 20.800 ຄົນ. ເຂົາເຈົ້າ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ຈຸ້ມເຈື້ອ​ຂອງ​ໂຕ​ເອງ.

31 ຄົນ​ຈາກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ມີ 18.000 ຄົນ. ເຂົາເຈົ້າ​ຖືກ​ເລືອກໃຫ້​ມາ​ຊ່ວຍ​ດາວິດ​ໃຫ້​ເປັນ​ກະສັດ. 32 ຄົນ​ຈາກ​ຕະກູນ​ອິດຊາຄາ​ມີ 200 ຄົນ​ທີ່​ເປັນ​ຫົວໜ້າ​ເຊິ່ງ​ມາ​ພ້ອມ​ກັບ​ຄົນ​ຂອງ​ເຂົາເຈົ້າ. ພວກ​ຫົວໜ້າ​ເຫຼົ່ານັ້ນ​ເຂົ້າໃຈ​ສະພາບການ​ໃນ​ຕອນນັ້ນ​ແລະ​ຮູ້​ວ່າ​ຕ້ອງເຮັດ​ແນວໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ​ສຳລັບ​ຄົນ​ອິດສະຣາເອນ. 33 ທະຫານ​ຈາກ​ຕະກູນ​ເຊບູລູນ​ມີ 50.000 ຄົນ​ທີ່​ສະໜັບສະໜູນ​ດາວິດ​ດ້ວຍ​ຄວາມ​ພັກດີ.* ເຂົາເຈົ້າ​ມີ​ອາວຸດ​ຄົບ​ແລະພ້ອມ​ທີ່​ຈະ​ໄປ​ສູ້ຮົບ. 34 ຄົນ​ຈາກ​ຕະກູນ​ນັບທາລີ​ມີ 1.000 ຄົນ​ທີ່​ເປັນ​ຫົວໜ້າ. ເຂົາເຈົ້າ​ເອົາ​ທະຫານ 37.000 ຄົນ​ທີ່​ຖື​ໂລ້​ໃຫຍ່​ແລະ​ຫອກ​ມາ​ນຳ. 35 ທະຫານ​ຈາກ​ຕະກູນ​ດານ​ທີ່ພ້ອມ​ຈະ​ຕໍ່ສູ້​ມີ 28.600 ຄົນ. 36 ທະຫານ​ຈາກ​ຕະກູນ​ອາເຊ​ທີ່​ພ້ອມ​ຈະ​ຕໍ່ສູ້ມີ 40.000 ຄົນ.

37 ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ+​ມີ​ທະຫານ​ຈາກ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ອີກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ລວມ​ທັງໝົດ 120.000 ຄົນ. ເຂົາເຈົ້າ​ເອົາ​ອາວຸດ​ທຸກ​ຊະນິດ​ມາ​ນຳ. 38 ຄົນ​ທັງໝົດ​ນີ້ພ້ອມ​ທີ່​ຈະ​ເຮັດ​ສົງຄາມ. ເຂົາເຈົ້າ​ມາ​ເມືອງ​ເຮັບໂຣນ​ດ້ວຍ​ຄວາມ​ເຕັມໃຈ​ເພື່ອ​ຈະ​ໃຫ້​ດາວິດ​ເປັນ​ກະສັດ​ປົກຄອງ​ທົ່ວ​ອິດສະຣາເອນ ແລະ​ຄົນ​ອິດສະຣາເອນ​ທຸກຄົນ​ກໍ​ຢາກ​ໃຫ້​ດາວິດ​ເປັນ​ກະສັດ​ຄືກັນ.+ 39 ເຂົາເຈົ້າ​ກິນ​ແລະ​ດື່ມ​ກັບ​ດາວິດ​ຢູ່​ຫັ້ນ 3 ມື້​ເພາະ​ວ່າພວກ​ຢູດາໄດ້​ຈັດ​ງານລ້ຽງ​ໃຫ້​ເຂົາເຈົ້າ. 40 ຄົນ​ທີ່​ຢູ່​ໃກ້​ບ່ອນ​ນັ້ນ​ຈົນຮອດ​ຄົນ​ທີ່​ຢູ່​ເຂດ​ຕະກູນ​ອິດຊາຄາ ຕະກູນ​ເຊບູລູນ ແລະ​ຕະກູນ​ນັບທາລີ​ໄດ້​ເອົາ​ອາຫານ​ມາ​ຫຼາຍແທ້ຫຼາຍວ່າ. ເຂົາເຈົ້າ​ເອົາ​ແປ້ງ ໝາກເດື່ອ​ແຫ້ງ​ກັບ​ໝາກ​ລະແຊັງ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ ແລະ​ເຫຼົ້າແວງ​ກັບ​ນ້ຳມັນ​ໝາກກອກ​ໃສ່​ຫຼັງ​ໂຕ​ລາ ໂຕ​ອູດ ໂຕ​ລໍ* ແລະ​ໂຕ​ງົວ ແລ້ວ​ເອົາ​ເຄື່ອງ​ທັງໝົດ​ນັ້ນ​ມາ​ພ້ອມ​ກັບ​ງົວ​ແລະ​ແກະ​ຫຼາຍ​ໂຕ. ພວກ​ອິດສະຣາເອນ​ເຮັດ​ແບບ​ນີ້​ຍ້ອນວ່າ​ເຂົາເຈົ້າ​ມີ​ຄວາມສຸກ​ຫຼາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌