ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ເຢດໂຣ​ກັບ​ຊິບໂປຣາ​ມາ​ຫາ​ໂມເຊ (1-12)

      • ເຢດໂຣ​ແນະນຳ​ໃຫ້​ແຕ່ງຕັ້ງ​ຄົນ​ມາ​ຊ່ວຍ​ຕັດສິນ (13-27)

ອົບພະຍົບ 18:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:16, 21; 3:1
  • +ຢຊ 2:9, 10; 9:3, 9

ອົບພະຍົບ 18:3

ໄຂເງື່ອນ

  • *

    ແປ​ວ່າ “ຄົນ​ຕ່າງ​ຊາດ​ເຊິ່ງ​ຢູ່​ທີ່​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:29
  • +ອພຍ 2:22

ອົບພະຍົບ 18:4

ໄຂເງື່ອນ

  • *

    ແປ​ວ່າ “ພະເຈົ້າ​ຂອງ​ຂ້ອຍ​ເປັນ​ຜູ້​ຊ່ວຍເຫຼືອ​ຂ້ອຍ”

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:15

ອົບພະຍົບ 18:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:2; 1ກສ 19:8, 9

ອົບພະຍົບ 18:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:18; ຈຊບ 10:29

ອົບພະຍົບ 18:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3; 14:27, 28; ພບຍ 4:34
  • +ອພຍ 15:22; 16:3

ອົບພະຍົບ 18:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຈາກ​ເງື້ອມ​ມື​ຂອງ​ເອຢິບ”

ອົບພະຍົບ 18:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:11; ພສ 95:3; 97:9

ອົບພະຍົບ 18:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:5; 5:1

ອົບພະຍົບ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 1:5, 17
  • +ອພຍ 20:19
  • +ຈຊບ 27:1-5

ອົບພະຍົບ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:11

ອົບພະຍົບ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:16, 17; ພບຍ 1:13; ກຈກ 6:3
  • +ອພຍ 23:8; 1ຕມ 3:2, 3; ຕຕ 1:7; 1ປຕ 5:2
  • +ພບຍ 1:15; ກຈກ 14:23

ອົບພະຍົບ 18:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:10, 11; ຈຊບ 15:32, 33; ພບຍ 1:17
  • +ຈຊບ 11:17

ອົບພະຍົບ 18:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 15:2

ອົບພະຍົບ 18:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 10:29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 18:1ອພຍ 2:16, 21; 3:1
ອພຍ. 18:1ຢຊ 2:9, 10; 9:3, 9
ອພຍ. 18:3ກຈກ 7:29
ອພຍ. 18:3ອພຍ 2:22
ອພຍ. 18:4ອພຍ 2:15
ອພຍ. 18:5ອພຍ 19:2; 1ກສ 19:8, 9
ອພຍ. 18:6ອພຍ 4:18; ຈຊບ 10:29
ອພຍ. 18:8ອພຍ 7:3; 14:27, 28; ພບຍ 4:34
ອພຍ. 18:8ອພຍ 15:22; 16:3
ອພຍ. 18:11ອພຍ 15:11; ພສ 95:3; 97:9
ອພຍ. 18:16ພບຍ 4:5; 5:1
ອພຍ. 18:19ຢຊ 1:5, 17
ອພຍ. 18:19ອພຍ 20:19
ອພຍ. 18:19ຈຊບ 27:1-5
ອພຍ. 18:20ພບຍ 7:11
ອພຍ. 18:21ຈຊບ 11:16, 17; ພບຍ 1:13; ກຈກ 6:3
ອພຍ. 18:21ອພຍ 23:8; 1ຕມ 3:2, 3; ຕຕ 1:7; 1ປຕ 5:2
ອພຍ. 18:21ພບຍ 1:15; ກຈກ 14:23
ອພຍ. 18:22ລລວ 24:10, 11; ຈຊບ 15:32, 33; ພບຍ 1:17
ອພຍ. 18:22ຈຊບ 11:17
ອພຍ. 18:26ກຈກ 15:2
ອພຍ. 18:27ຈຊບ 10:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 18:1-27

ອົບພະຍົບ

18 ເຢດໂຣ​ພໍ່​ເຖົ້າ​ຂອງ​ໂມເຊ​ເປັນ​ປະໂລຫິດ​ຂອງ​ຄົນ​ມີດີອານ.+ ລາວ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ທີ່​ພະເຈົ້າ​ເຮັດ​ເພື່ອ​ໂມເຊ​ແລະ​ພວກ​ອິດສະຣາເອນ​ຄົນ​ຂອງ​ເພິ່ນ. ລາວ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ແນວ​ໃດ.+ 2 ກ່ອນ​ໜ້າ​ນີ້​ໂມເຊ​ບອກໃຫ້ຊິບໂປຣາ​ກັບ​ໄປ​ຢູ່​ນຳພໍ່ 3 ແລະ​ໃຫ້​ພາ​ລູກ​ຊາຍ 2 ຄົນ​ໄປ​ນຳ.+ ໂມເຊ​ຕັ້ງ​ຊື່​ລູກ​ຄົນ​ໜຶ່ງ​ວ່າ​ເກໂຊມ*+ ເພາະ​ລາວ​ບອກ​ວ່າ: “ຂ້ອຍ​ມາ​ຢູ່​ຕ່າງ​ປະເທດ​ເປັນ​ຄົນ​ຕ່າງ​ຊາດ.” 4 ອີກຄົນ​ໜຶ່ງຊື່​ເອລີເອເຊ* ເພາະ​ໂມເຊ​ບອກ​ວ່າ: “ພະເຈົ້າ​ຂອງ​ພໍ່​ຂ້ອຍ​ເປັນ​ຜູ້​ຊ່ວຍ​ຂ້ອຍ. ຕອນ​ທີ່​ຟາໂຣ*ພະຍາຍາມ​ຂ້າ​ຂ້ອຍ+ ເພິ່ນ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ລອດ.”

5 ເຢດໂຣ​ພໍ່​ເຖົ້າ​ຂອງ​ໂມເຊ​ພາ​ລູກ​ພາ​ເມຍ​ຂອງ​ໂມເຊ​ມາ​ຮອດ​ຄ້າຍ​ທີ່​ໂມເຊ​ພັກ​ຢູ່ ໃກ້​ພູຂອງ​ພະເຈົ້າ​ທ່ຽງແທ້​ໃນ​ບ່ອນ​ກັນດານ.+ 6 ເມື່ອ​ມາ​ຮອດ​ແລ້ວ ລາວ​ເວົ້າ​ກັບ​ຜູ້​ໜຶ່ງ​ວ່າ: “ຂ້ອຍ​ແມ່ນ​ເຢດໂຣ​ພໍ່​ເຖົ້າ​ຂອງ​ໂມເຊ.+ ຝາກ​ໄປ​ບອກ​ລາວ​ແດ່​ວ່າ ຂ້ອຍ​ພາ​ລູກ​ພາ​ເມຍ​ຂອງ​ລາວ​ມາ​ຮອດ​ແລ້ວ​ເດີ້.” 7 ໂມເຊ​ຈຶ່ງ​ອອກ​ໄປ​ຫາ​ພໍ່​ເຖົ້າ​ທັນທີ. ລາວ​ກົ້ມ​ລົງ​ແລະ​ຈູບ​ທັກທາຍ​ພໍ່​ເຖົ້າ. ເຂົາ​ເຈົ້າ​ຖາມ​ຂ່າວຄາວ​ກັນ ແລ້ວ​ກໍ​ເຂົ້າ​ໄປ​ໃນ​ເຕັ້ນ​ຂອງ​ໂມເຊ.

8 ໂມເຊ​ໄດ້​ເລົ່າ​ໃຫ້​ພໍ່​ເຖົ້າ​ຟັງ​ວ່າ ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ແດ່​ໃຫ້​ຟາໂຣ​ກັບ​ພວກ​ເອຢິບ ເພື່ອ​ຊ່ວຍ​ພວກ​ອິດສະຣາເອນ.+ ເຂົາ​ເຈົ້າ​ເຈິ​ຄວາມທຸກ​ລຳບາກ​ຫຍັງ​ແດ່​ຕອນ​ທີ່​ເດີນ​ທາງ+ ແລະ​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ​ໃຫ້​ລອດ. 9 ເຢດໂຣ​ດີ​ໃຈ​ທີ່​ໄດ້​ຍິນ​ເລື່ອງ​ດີ​ໆ​ທີ່​ພະ​ເຢໂຫວາ​ເຮັດ ເພື່ອ​ຊ່ວຍ​ຄົນ​ອິດສະຣາເອນ​ໃຫ້​ອອກ​ຈາກ​ເອຢິບ.* 10 ເຢດໂຣ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ຍ້ອນ​ເພິ່ນ​ໄດ້​ຊ່ວຍ​ລູກ​ໃຫ້​ລອດ​ຈາກ​ຟາໂຣ​ກັບ​ພວກ​ເອຢິບ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້ລອດ​ຈາກ​ການ​ກົດ​ຂີ່​ຂອງ​ພວກ​ເອຢິບ. 11 ຕອນ​ນີ້ ພໍ່​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ໃຫຍ່​ກວ່າ​ພະເຈົ້າ​ອື່ນ​ໆ​+ ຍ້ອນ​ເພິ່ນ​ໄດ້ປົກ​ປ້ອງ​ປະຊາຊົນ​ຂອງ​ເພິ່ນ​ຈາກ​ພວກ​ສັດຕູ​ທີ່​ຍິ່ງ​ຈອງຫອງ.” 12 ເຢດໂຣ​ພໍ່​ເຖົ້າ​ຂອງ​ໂມເຊ​ໄດ້ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ມາ​ເຜົາ​ໃຫ້​ພະເຈົ້າ ແລ້ວ​ອາໂຣນ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ທັງ​ໝົດ​ກໍ​ພາກັນ​ມາ​ກິນ​ເຂົ້າ​ກັບ​ພໍ່​ເຖົ້າ​ຂອງ​ໂມເຊ​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້.

13 ມື້​ຕໍ່ມາ ໂມເຊ​ນັ່ງ​ຕັດສິນ​ຄະດີ​ໃຫ້​ປະຊາຊົນ​ຕາມ​ປົກກະຕິ ແລະ​ເຂົາ​ເຈົ້າ​ກໍ​ພາກັນ​ມາ​ຢືນ​ຖ້າ​ໂມເຊ​ຕັ້ງ​ແຕ່​ເຊົ້າ​ຮອດ​ຄ່ຳ. 14 ເມື່ອ​ພໍ່​ເຖົ້າ​ຂອງ​ໂມເຊ​ເຫັນ​ທຸກ​ສິ່ງ​ທີ່​ໂມເຊ​ເຮັດ​ຢູ່​ນັ້ນ ລາວ​ກໍ​ເວົ້າ​ວ່າ: “ເປັນ​ຫຍັງລູກ​ຄື​ເຮັດ​ແບບ​ນີ້? ລູກ​ຄື​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຄົນ​ດຽວ ແລະ​ໃຫ້​ທຸກ​ຄົນ​ຢືນ​ຖ້າ​ຕັ້ງ​ແຕ່​ເຊົ້າ​ຮອດ​ຄ່ຳ?” 15 ໂມເຊ​ຕອບ​ພໍ່​ເຖົ້າ​ວ່າ: “ຍ້ອນ​ປະຊາຊົນມາ​ຫາ​ລູກ​ເພື່ອ​ຢາກ​ຂໍ​ຄຳ​ແນະນຳ​ຈາກ​ພະເຈົ້າ. 16 ເມື່ອ​ມີ​ບັນຫາກັນເຂົາ​ເຈົ້າ​ກໍ​ມາ​ຫາ​ລູກ. ລູກ​ຕ້ອງຕັດສິນ​ວ່າ​ຜູ້​ໃດ​ເປັນຝ່າຍ​ຖືກ ແລະ​ລູກ​ຕ້ອງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ຂໍ້​ຄຳ​ສັ່ງ​ແລະ​ກົດ​ໝາຍ​ຂອງ​ພະເຈົ້າ​ທ່ຽງແທ້.”+

17 ພໍ່​ເຖົ້າ​ຂອງ​ໂມເຊ​ກໍ​ບອກ​ລາວ​ວ່າ: “ລູກ​ເຮັດ​ແບບ​ນີ້​ບໍ່​ດີປານ​ໃດໄດ໋. 18 ລູກ​ຊິ​ເມື່ອຍ​ຫຼາຍແລະ​ປະຊາຊົນ​ທີ່​ມາ​ຫາ​ລູກ​ກໍ​ຊິ​ເມື່ອຍ​ຄື​ກັນ ເພາະວຽກ​ນີ້​ໜັກ​ຫຼາຍ. ລູກ​ເຮັດ​ຄົນດຽວບໍ່​ໄຫວດອກ. 19 ຟັງ​ເດີ້ ພໍ່​ຊິ​ແນະນຳ​ລູກ ແລະ​ພະເຈົ້າ​ຊິ​ຢູ່​ກັບ​ລູກ.+ ລູກຊິ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້ແທນ​ປະຊາຊົນ+ ແລະ​ລູກ​ຕ້ອງ​ບອກ​ຄະດີ​ຄວາມ​ໃຫ້​ພະເຈົ້າ​ທ່ຽງແທ້​ຮູ້.+ 20 ລູກຕ້ອງ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ຂໍ້​ກຳນົດແລະ​ກົດ​ໝາຍ​ຂອງ​ພະເຈົ້າ+ ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ຄວນ​ໃຊ້​ຊີ​ວິດ​ແນວ​ໃດ ແລະ​ຄວນ​ເຮັດ​ຫຍັງ. 21 ລູກ​ຕ້ອງ​ເລືອກ​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ທີ່​ຈະ​ຕັດສິນ​ໄດ້+ ຢ້ານຢຳ​ພະເຈົ້າ ໄວ້ໃຈ​ໄດ້ ບໍ່​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕ​ເອງ+ ແລ້ວ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງພັນ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຮ້ອຍ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຫ້າ​ສິບ​ຄົນ ແລະ​ຫົວ​ໜ້າ​ເບິ່ງ​ແຍງ​ສິບ​ຄົນ.+ 22 ໃຫ້​ເຂົາ​ເຈົ້າ​ຕັດສິນ​ຄະດີ​ທີ່​ບໍ່​ຍາກ ສ່ວນ​ຄະດີ​ທີ່​ຍາກ​ໃຫ້​ເຂົາ​ເຈົ້າ​ເອົາ​ມາ​ໃຫ້​ລູກ​ຕັດສິນ.+ ຖ້າ​ລູກ​ແບ່ງ​ວຽກ​ໃຫ້​ເຂົາ​ເຈົ້າ​ເຮັດ ລູກ​ກໍ​ຈະ​ບໍ່​ເມື່ອຍ​ຫຼາຍ.+ 23 ຖ້າ​ລູກ​ເຮັດ​ແບບ​ນີ້​ແລະ​ເລື່ອງ​ນີ້ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ວຽກ​ລູກ​ກໍ​ຈະ​ບໍ່​ໜັກ​ຫຼາຍ ແລະ​ທຸກ​ຄົນ​ຈະ​ກັບ​ເມືອ​ເຮືອນ​ຢ່າງ​ສະບາຍ​ໃຈ.”

24 ໂມເຊ​ເຮັດ​ຕາມ​ຄຳ​ແນະນຳ​ທຸກ​ຢ່າງ​ຂອງ​ພໍ່​ເຖົ້າ​ທັນທີ. 25 ລາວ​ເລືອກ​ພວກ​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ທີ່​ຈະ​ຕັດສິນ​ໄດ້​ຈາກ​ພວກ​ອິດສະຣາເອນ ແລ້ວ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ພັນ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຮ້ອຍ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຫ້າ​ສິບ​ຄົນ ແລະ​ຫົວ​ໜ້າ​ເບິ່ງ​ແຍງ​ສິບ​ຄົນ. 26 ແລ້ວ​ເຂົາ​ເຈົ້າ​ຈະ​ຕັດສິນ​ຄະດີ​ທີ່​ບໍ່​ຍາກ ສ່ວນ​ຄະດີ​ທີ່​ຍາກ​ເຂົາ​ເຈົ້າ​ກໍ​ເອົາ​ໄປ​ໃຫ້​ໂມເຊ​ຕັດສິນ.+ 27 ຫຼັງ​ຈາກ​ນັ້ນ ໂມເຊ​ກັບ​ພໍ່​ເຖົ້າ​ກໍ​ລາ​ຈາກ​ກັນ+ ແລະ​ພໍ່​ເຖົ້າ​ກໍ​ກັບ​ບ້ານ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌