ປັນຍາຈານ
6 ຂ້ອຍໄດ້ເຫັນເລື່ອງໜ້າເສົ້າ*ອີກເລື່ອງໜຶ່ງໃຕ້ດວງຕາເວັນແລະມັນເປັນເລື່ອງທຳມະດາສຳລັບມະນຸດ. 2 ພະເຈົ້າທ່ຽງແທ້ໃຫ້ມະນຸດມີຄວາມລ່ຳລວຍ ຊັບສົມບັດ ແລະກຽດຕິຍົດ. ລາວຢາກໄດ້ຫຍັງລາວກໍໄດ້ ແຕ່ພະເຈົ້າທ່ຽງແທ້ບໍ່ໄດ້ໃຫ້ລາວມີຄວາມສຸກກັບສິ່ງເຫຼົ່ານັ້ນແລະໃຫ້ຄົນແປກໜ້າມີຄວາມສຸກກັບສິ່ງເຫຼົ່ານັ້ນແທນລາວ. ສິ່ງນີ້ບໍ່ມີປະໂຫຍດແລະເຮັດໃຫ້ທຸກໃຈຫຼາຍ. 3 ຖ້າຄົນໜຶ່ງມີລູກ 100 ຄົນແລະມີຊີວິດຍືນຍາວ ແຕ່ຕອນທີ່ລາວຍັງມີຊີວິດຢູ່ ລາວພັດບໍ່ໄດ້ມີຄວາມສຸກກັບສິ່ງດີໆເລີຍ ຂ້ອຍເວົ້າໄດ້ເລີຍວ່າແອນ້ອຍທີ່ຕາຍຕັ້ງແຕ່ເກີດ*ກໍຍັງດີກວ່າລາວອີກ.+ 4 ແອນ້ອຍນັ້ນເກີດມາແບບບໍ່ມີປະໂຫຍດ. ມັນເປັນຄືກັບວ່າລາວຕາຍໃນຄວາມມືດແລະລາວກໍຍັງບໍ່ທັນມີຊື່ຊ້ຳ. 5 ເຖິງວ່າລາວຍັງບໍ່ເຄີຍເຫັນດວງຕາເວັນແລະຍັງບໍ່ຮູ້ຫຍັງ ແຕ່ລາວກໍຍັງດີກວ່າຄົນທີ່ມີອາຍຸຍືນຄົນນັ້ນ.+ 6 ຖ້າມີອາຍຸຍືນຮອດ 2.000 ປີແຕ່ບໍ່ມີຄວາມສຸກ ມັນຈະມີປະໂຫຍດຫຍັງ? ທຸກຄົນກໍໄປບ່ອນດຽວກັນບໍ່ແມ່ນບໍ?+
7 ມະນຸດເຮັດວຽກໜັກກໍເພື່ອລ້ຽງປາກລ້ຽງທ້ອງຂອງໂຕເອງ+ ແຕ່ຄວາມຢາກຂອງລາວກໍບໍ່ເຄີຍພໍ. 8 ຄົນສະຫຼາດໄດ້ປຽບຄົນໂງ່ແນວໃດ+ແລະຄົນທຸກທີ່ຮູ້ຈັກເອົາຊີວິດລອດຈະໄດ້ປະໂຫຍດຫຍັງ? 9 ການໄດ້ມີຄວາມສຸກກັບສິ່ງທີ່ເຫັນກໍດີກວ່າການແລ່ນນຳຄວາມຕ້ອງການຂອງໂຕເອງ. ສິ່ງນີ້ກໍບໍ່ມີປະໂຫຍດແລະເປັນການແລ່ນໄລ່ຕາມລົມ.
10 ທຸກສິ່ງທີ່ມີຢູ່ກໍຖືກຕັ້ງຊື່ໄວ້ແລ້ວຕັ້ງແຕ່ສະໄໝແຕ່ກີ້. ທຳມະຊາດຂອງມະນຸດເປັນແນວໃດກໍຮູ້ກັນຢູ່ແລ້ວ. ມະນຸດບໍ່ສາມາດໄປຖຽງ*ກັບຜູ້ທີ່ມີອຳນາດຫຼາຍກວ່າລາວ. 11 ແຮ່ງເວົ້າຫຼາຍ*ກໍແຮ່ງບໍ່ມີປະໂຫຍດ. ການເວົ້າຫຼາຍເຮັດໃຫ້ມະນຸດໄດ້ປະໂຫຍດຫຍັງ? 12 ໃຜຈະຮູ້ໄດ້ວ່າສິ່ງທີ່ດີທີ່ສຸດທີ່ມະນຸດຄວນເຮັດໃນຊີວິດແມ່ນຫຍັງ? ຊີວິດທີ່ບໍ່ມີປະໂຫຍດຂອງມະນຸດເປັນຄືກັບເງົາທີ່ບຶດດຽວກໍຫາຍໄປ.+ ຫຼັງຈາກລາວຕາຍໄປແລ້ວ ໃຜຈະບອກລາວໄດ້ວ່າມີຫຍັງເກີດຂຶ້ນໃຕ້ດວງຕາເວັນ?