ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ພວກ​ຜູ້​ນຳ​ຂອງ​ຢູດາ​ພາ​ປະຊາຊົນ​ຫຼົງ​ທາງ (1-​15)

      • ຜູ້ຍິງ​ຢູ່​ເມືອງ​ຊີໂອນ​ທີ່​ເຮັດ​ຕາ​ສົ້ມ​ຕາ​ຫວານ​ຈະ​ຖືກ​ຕັດສິນ (16-​26)

ເອຊາຢາ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:26; ພບຍ 28:49, 51; ຢຣມ 37:21; ອຊກ 4:16

ເອຊາຢາ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 13:9

ເອຊາຢາ 3:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫົວໜ້າ​ທີ່​ເບິ່ງແຍງ 50 ຄົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:21
  • +ພບຍ 18:10, 12; ອຊຢ 8:19

ເອຊາຢາ 3:4

ໄຂເງື່ອນ

  • *

    ໝາຍເຖິງ​ຄົນ​ທີ່​ອາລົມ​ປ່ຽນ​ໄປ​ປ່ຽນ​ມາ​ແລະ​ປົກຄອງ​ແບບ​ຜະເດັດ​ການ

ເອຊາຢາ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:4, 5; ມກ 3:2, 3
  • +ລລວ 19:32

ເອຊາຢາ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:1, 6; ອຊກ 9:9

ເອຊາຢາ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:20; ອຊຢ 1:10; ຢດ 7

ເອຊາຢາ 3:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຂົາ​ເຈົ້າ​ຈະ​ໄດ້​ກິນ​ໝາກ​ຈາກ​ການ​ກະທຳ​ຂອງ​ເຂົາ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 8:12; ຊຟຢ 2:3

ເອຊາຢາ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:31; ຮບກ 1:4

ເອຊາຢາ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:23; ຢຣມ 5:26-28; ມກ 2:1, 2; 6:10

ເອຊາຢາ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 3:2, 3

ເອຊາຢາ 3:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 3:24

ເອຊາຢາ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:26

ເອຊາຢາ 3:19

ໄຂເງື່ອນ

  • *

    ຫຼື “ກີ້​ສາຍ​ຄໍ”

ເອຊາຢາ 3:20

ໄຂເງື່ອນ

  • *

    ຫຼື “ຜ້າ​ບ່ຽງ”

  • *

    ຫຼື “ເຄື່ອງ​ລາງ​ນຳ​ໂຊກ”

ເອຊາຢາ 3:23

ໄຂເງື່ອນ

  • *

    ຫຼື “ເຄື່ອງ​ນຸ່ງ​ທາງ​ໃນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 38:8

ເອຊາຢາ 3:24

ໄຂເງື່ອນ

  • *

    ຮອຍ​ໄໝ້​ຈາກ​ເຫຼັກ​ທີ່​ຮ້ອນ​ໆ​ທີ່​ຈ້ຳ​ໃສ່​ໂຕ​ຄົນ​ທີ່​ເປັນ​ທາດ​ຫຼື​ນັກໂທດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:12
  • +ມກ 1:16
  • +ສສ 2:10

ເອຊາຢາ 3:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 2:21

ເອຊາຢາ 3:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 1:4
  • +ສສ 2:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 3:1ລລວ 26:26; ພບຍ 28:49, 51; ຢຣມ 37:21; ອຊກ 4:16
ອຊຢ. 3:2ອຊກ 13:9
ອຊຢ. 3:3ອພຍ 18:21
ອຊຢ. 3:3ພບຍ 18:10, 12; ອຊຢ 8:19
ອຊຢ. 3:5ຢຣມ 9:4, 5; ມກ 3:2, 3
ອຊຢ. 3:5ລລວ 19:32
ອຊຢ. 3:82ຂຄ 33:1, 6; ອຊກ 9:9
ອຊຢ. 3:9ປຖກ 18:20; ອຊຢ 1:10; ຢດ 7
ອຊຢ. 3:10ປຍຈ 8:12; ຊຟຢ 2:3
ອຊຢ. 3:12ຢຣມ 5:31; ຮບກ 1:4
ອຊຢ. 3:14ອຊຢ 1:23; ຢຣມ 5:26-28; ມກ 2:1, 2; 6:10
ອຊຢ. 3:15ມກ 3:2, 3
ອຊຢ. 3:17ອຊຢ 3:24
ອຊຢ. 3:18ຜຕສ 8:26
ອຊຢ. 3:23ອພຍ 38:8
ອຊຢ. 3:24ອສທ 2:12
ອຊຢ. 3:24ມກ 1:16
ອຊຢ. 3:24ສສ 2:10
ອຊຢ. 3:25ສສ 2:21
ອຊຢ. 3:26ສສ 1:4
ອຊຢ. 3:26ສສ 2:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 3:1-26

ເອຊາຢາ

3 ຖ້າ​ເບິ່ງ​ເດີ້! ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ແລະ​ຜູ້​ເປັນ​ນາຍ​ອົງ​ສູງ​ສຸດ

ກຳລັງ​ຈະ​ຕັດ​ທຸກ​ສິ່ງ​ທຸກ​ຢ່າງທີ່​ຄ້ຳຈູນ​ເຢຣູຊາເລັມ​ແລະ​ຢູດາ

ແລະ​ຈະ​ບໍ່​ໃຫ້​ຄົນ​ຢູ່​ຫັ້ນ​ມີ​ເຂົ້າ​ມີ​ນ້ຳ​ກິນ.+

 2 ເຮົາ​ຈະ​ບໍ່​ໃຫ້​ມີ​ພວກ​ທະຫານ​ທີ່​ເກັ່ງ​ໆ​

ພວກ​ຜູ້​ຕັດສິນ​ກັບ​ພວກ​ຜູ້​ພະຍາກອນ+ ພວກ​ໝໍ​ມໍ​ກັບ​ພວກ​ຜູ້​ນຳ

 3 ພວກ​ຫົວໜ້າ*+ ພວກ​ທີ່​ມີ​ຕຳແໜ່ງ​ສູງ ພວກ​ທີ່​ປຶກສາ

ແລະ​ພວກ​ທີ່​ເກັ່ງ​ໃນ​ເລື່ອງ​ຄາຖາ​ອາຄົມ​ກັບ​ພວກໝໍ​ສະເໜ່​ທີ່​ເກັ່ງ​ໆ​.+

 4 ເຮົາ​ຈະ​ໃຫ້​ເດັກນ້ອຍ​ເປັນ​ເຈົ້ານາຍ

ແລະ​ໃຫ້​ຄົນ​ທີ່​ບໍ່​ມີ​ຫຼັກການ*​ປົກຄອງ​ເຂົາເຈົ້າ.

 5 ເຖິງ​ວ່າ​ຈະ​ເປັນ​ຄົນ​ຊາດດຽວກັນ

ແຕ່​ເຂົາເຈົ້າ​ຈະ​ຂົ່ມເຫງ​ກັນ.+

ເດັກນ້ອຍ​ຈະ​ທຳ​ຮ້າຍ​ຜູ້​ເຖົ້າ.

ຄົນ​ທຳມະດາ​ຈະ​ບໍ່​ນັບຖື​ຄົນ​ທີ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື.+

 6 ແຕ່​ລະ​ຄົນ​ຈະ​ຈັບ​ແຂນ​ອ້າຍ​ນ້ອງ​ຂອງ​ໂຕ​ເອງ​ໄວ້​ຢູ່​ເຮືອນ​ພໍ່​ຂອງ​ເຂົາເຈົ້າ​ແລະ​ເວົ້າ​ວ່າ:

“ເຈົ້າ​ມີ​ເສື້ອ​ຄຸມ ຂໍ​ໃຫ້​ເຈົ້າ​ມາ​ເປັນ​ຜູ້​ນຳ​ຂອງ​ພວກ​ເຮົາ.

ຂໍ​ໃຫ້​ເຈົ້າ​ມາ​ເບິ່ງແຍງ​ບ່ອນ​ນີ້​ທີ່​ເປັນ​ຊາກ​ຫັກ​ພັງ.”

 7 ແຕ່​ລາວ​ຈະ​ບໍ່​ຍອມ​ແລະ​ເວົ້າ​ວ່າ:

“ຂ້ອຍ​ເປັນ​ຜູ້​ພັນ​ບາດ​ໃຫ້​ເຈົ້າ​ບໍ່​ໄດ້​ດອກ.

ຂ້ອຍ​ເອງ​ກໍ​ບໍ່​ມີ​ຂອງກິນ​ແລະ​ບໍ່​ມີ​ເຄື່ອງນຸ່ງ​ຢູ່​ເຮືອນ​ຊ້ຳ.

ບໍ່​ຕ້ອງ​ຕັ້ງ​ຂ້ອຍ​ໃຫ້​ເປັນ​ຜູ້​ນຳ​ປະຊາຊົນ.”

 8 ເຢຣູຊາເລັມ​ສະດຸດ​ແລະ​ລົ້ມ​ລົງ​ແລ້ວ

ແລະ​ຢູດາ​ກໍ​ລົ້ມ​ລົງ​ຄື​ກັນ

ຍ້ອນ​ເຂົາເຈົ້າ​ຕໍ່ຕ້ານ​ພະ​ເຢໂຫວາ​ທັງ​ທາງ​ຄຳເວົ້າ​ແລະ​ການ​ກະທຳ.

ເຂົາເຈົ້າ​ທ້າທາຍ​ອຳນາດ​ພະເຈົ້າ​ຕໍ່​ໜ້າ​ແສງ​ລັດສະໝີ​ຂອງ​ເພິ່ນ.+

 9 ສີ​ໜ້າ​ຂອງ​ເຂົາເຈົ້າ​ບອກ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ.

ເຂົາເຈົ້າ​ເຮັດ​ຜິດ​ຄື​ກັບ​ເມືອງ​ໂຊໂດມ+

ແລະ​ບໍ່​ໄດ້​ເຊື່ອງ​ຄວາມ​ຜິດ​ນັ້ນ​ໄວ້.

ເຂົາເຈົ້າ​ເຮັດ​ໃຫ້​ໂຕ​ເອງ​ຕ້ອງ​ຈິບຫາຍ.

10 ໃຫ້​ບອກ​ຄົນ​ທີ່​ເຮັດ​ດີ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັບ​ພອນ.

ເຂົາເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ສຳລັບ​ຄວາມ​ດີ​ທີ່​ເຂົາເຈົ້າ​ເຮັດ.*+

11 ຄົນ​ຊົ່ວ​ຈະ​ຈິບຫາຍ.

ລາວ​ຈະ​ຖືກ​ທຳລາຍ.

ລາວ​ເຮັດ​ບໍ່​ດີ​ແບບ​ໃດ​ກັບ​ຄົນອື່ນ ຄົນອື່ນ​ກໍ​ຈະ​ເຮັດ​ແບບ​ນັ້ນ​ໃຫ້​ລາວ​ຄື​ກັນ.

12 ພວກ​ຫົວໜ້າ​ສັ່ງ​ວຽກ​ໄດ້​ຂົ່ມເຫງ​ປະຊາຊົນ​ຂອງ​ເຮົາ

ແລະ​ພວກ​ຜູ້ຍິງ​ປົກຄອງ​ເຂົາເຈົ້າ.

ພວກ​ຫົວໜ້າ​ພາ​ປະຊາຊົນ​ຂອງ​ເຮົາ​ຫຼົງ​ທາງ

ແລະ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ຮູ້​ວ່າ​ຈະ​ໄປ​ທາງ​ໃດ.+

13 ພະ​ເຢໂຫວາ​ພ້ອມ​ແລ້ວ​ທີ່​ຈະ​ສະເໜີ​ຄະດີ.

ເພິ່ນ​ຢືນ​ຢູ່​ເພື່ອ​ຕັດສິນ​ຊາດ​ຕ່າງ​ໆ​.

14 ພະ​ເຢໂຫວາ​ຈະ​ຕັດສິນ​ພວກ​ຜູ້​ນຳ​ແລະ​ພວກ​ເຈົ້ານາຍ​ຂອງ​ປະຊາຊົນ​ຂອງ​ເພິ່ນ.

ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ໄດ້​ຈູດ​ສວນ​ໝາກ​ລະແຊັງ

ແລະ​ພວກ​ເຈົ້າ​ໄດ້​ເອົາ​ທຸກ​ສິ່ງ​ທີ່​ລັກ​ມາ​ຈາກ​ຄົນ​ທຸກ​ໄປ​ມ້ຽນ​ໄວ້ຢູ່​ເຮືອນ​ຂອງ​ພວກ​ເຈົ້າ.”+

15 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ອີກ​ວ່າ:

“ເປັນ​ຫຍັງ​ພວກ​ເຈົ້າ​ຄື​ກ້າ​ຂົ່ມເຫງ​ປະຊາຊົນ​ຂອງ​ເຮົາ ແລະ​ກົດຂີ່​ຄົນ​ທຸກ​ໜັກ​ປານ​ນີ້?”+

16 ພະ​ເຢໂຫວາ​ເວົ້າ​ວ່າ: “ຜູ້​ຍິງ​ເມືອງ​ຊີໂອນ​ຍິ່ງ​ຫຼາຍ.

ເຂົາເຈົ້າ​ຍ່າງ​ໜ້າ​ເບີດ​ຂຶ້ນ​ຟ້າ

ເຮັດ​ຕາ​ສົ້ມ​ຕາ​ຫວານ​ໃສ່​ຜູ້​ຊາຍ ຍ່າງ​ບິດ​ກົ້ນ​ບິດ​ແອວ

ແລະ​ເຮັດ​ສຽງ​ປະຫຼັກຂາ​ດັງ​ກຸ່ງກິ່ງ​ໆ​.

17 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຫົວ​ຂອງ​ພວກ​ຜູ້ຍິງ​ຢູ່​ເມືອງ​ຊີໂອນ​ເປັນ​ບາດ​ຕົກ​ເກັດ

ແລະ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຫົວ​ລ້ານ.+

18 ໃນ​ມື້​ນັ້ນ ພະ​ເຢໂຫວາ​ຈະ​ເອົາ​ເຄື່ອງ​ເອ້​ງາມ​ໆ​ຂອງ​ເຂົາເຈົ້າ​ໄປ.

ເພິ່ນ​ຈະ​ເອົາ​ປະຫຼັກຂາ ຜ້າ​ມັດ​ຫົວ ເຄື່ອງ​ປະດັບ​ທີ່​ເປັນ​ຮູບ​ເດືອນ+

19 ຕຸ້ມ​ຫູ* ປະຫຼັກແຂນ ຜ້າ​ປົກ​ຫົວ

20 ເຄື່ອງ​ເອ້​ຢູ່​ຫົວ ສາຍຂາ ສາຍແອວ*​ງາມ​ໆ​

ເຄື່ອງ​ປະດັບ​ສຳລັບ​ໃສ່​ນ້ຳ​ຫອມ ເຄື່ອງ​ປະດັບ​ທີ່​ເຮັດ​ຈາກ​ເປືອກ​ຫອຍ*

21 ແຫວນ ບ້ວງດັງ

22 ເສື້ອ​ຄຸມ​ສຳລັບ​ໄປ​ງານ​ພິເສດ ເສື້ອ​ຄຸມ​ໂຕ​ທາງ​ນອກ ເສື້ອ​ຄຸມ​ອື່ນ​ໆ​ ກະເປົາ

23 ແວ່ນ​ນ້ອຍ+ ເຄື່ອງນຸ່ງ​ທີ່​ເປັນ​ຜ້າ​ລີນິນ*

ຜ້າ​ຄຽນຫົວ ແລະ​ຜ້າ​ປົກ​ຫົວ​ໄປ​ຈາກ​ເຂົາເຈົ້າ.

24 ຕອນ​ນີ້ ເຂົາເຈົ້າ​ຫອມ​ຄື​ກັບ​ນ້ຳມັນ​ຫອມ+ ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ມີ​ກິ່ນ​ເໝັນ​ເນົ່າ.

ຕອນ​ນີ້ ເຂົາເຈົ້າ​ໃສ່​ສາຍ​ແອວ​ທີ່​ງາມ​ໆ​ ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ໃສ່​ເຊືອກ​ແທນ.

ຕອນ​ນີ້ ເຂົາເຈົ້າ​ມີ​ຊົງ​ຜົມ​ທີ່​ງາມ​ໆ​ ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ຫົວ​ລ້ານ.+

ຕອນນີ້ ເຂົາເຈົ້າ​ໃສ່​ເຄື່ອງນຸ່ງ​ທີ່​ແພງ​ໆ​ ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ໃສ່​ຜ້າ​ເນື້ອ​ຫຍາບ.+

ຕອນ​ນີ້ ເຂົາເຈົ້າ​ງາມ​ຫຼາຍ ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ມີ​ແປ້ວ*​ໝາຍ​ໄວ້.

25 ຄົນ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ

ແລະ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມ​ຮົບ.+

26 ປະຕູ​ທາງເຂົ້າ​ຂອງ​ເມືອງ​ນີ້​ຈະ​ຮ້ອງໄຫ້​ໂສກເສົ້າ+

ແລະ​ເມືອງ​ນີ້​ຈະ​ນັ່ງ​ຢູ່​ພື້ນ​ແບບ​ໝົດ​ອາໄລ​ຕາຍຢາກ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌