ເອຊາຢາ
31 ພວກທີ່ໄປຂໍໃຫ້ເອຢິບຊ່ວຍຈະຕ້ອງເຈິຄວາມຈິບຫາຍ+
ຍ້ອນເຂົາເຈົ້າໄປເພິ່ງມ້າ+
ເພິ່ງລົດຮົບທີ່ມີຫຼາຍຄັນ
ແລະໄວ້ວາງໃຈທະຫານມ້າ*ທີ່ແຂງແຮງ
ແຕ່ບໍ່ໄດ້ໄວ້ວາງໃຈພະເຈົ້າອົງບໍລິສຸດຂອງອິດສະຣາເອນ
ແລະບໍ່ໄດ້ຂໍໃຫ້ພະເຢໂຫວາຊ່ວຍ.
2 ເພິ່ນກໍມີສະຕິປັນຍາແລະເຮັດໃຫ້ເກີດຄວາມຈິບຫາຍໄດ້ຄືກັນ.
ເພິ່ນເວົ້າແນວໃດກໍຈະເຮັດແນວນັ້ນ.
ເພິ່ນຈະລົງໂທດຄົນທີ່ເຮັດຊົ່ວ
ແລະຜູ້ທີ່ຊ່ວຍຄົນທີ່ເຮັດຜິດ.+
3 ພວກເອຢິບກໍເປັນພຽງແຕ່ມະນຸດ ບໍ່ແມ່ນພະເຈົ້າ
ແລະມ້າຂອງເຂົາເຈົ້າກໍເປັນແຕ່ສັດ ບາດເຈັບແລະຕາຍໄດ້.+
ເມື່ອພະເຢໂຫວາເດ່ມືອອກ
ຜູ້ທີ່ຊ່ວຍເຂົາເຈົ້າຈະສະດຸດ
ແລະຜູ້ທີ່ຖືກຊ່ວຍກໍຈະລົ້ມລົງ.
ເຂົາເຈົ້າຈະຖືກທຳລາຍພ້ອມກັນ.
4 ພະເຢໂຫວາເວົ້າກັບຂ້ອຍວ່າ:
“ຄືກັບສິງໂຕຜູ້ທີ່ແຂງແຮງທີ່ແຜດສຽງຍ້ອນຫວງເຫຍື່ອຂອງມັນ
ເມື່ອຄົນລ້ຽງແກະຖືກເອີ້ນມາລວມກັນເພື່ອຕໍ່ສູ້ມັນ
ມັນກໍບໍ່ຢ້ານສຽງຮ້ອງ
ແລະບໍ່ສົນໃຈສຽງຮ້າຍຂອງເຂົາເຈົ້າ.
ຕອນທີ່ພະເຢໂຫວາຜູ້ບັນຊາການກອງທັບລົງມາຕໍ່ສູ້ໃນສົງຄາມ
ຢູ່ເທິງພູຊີໂອນແລະຢູ່ຈອມພູນັ້ນ ເພິ່ນກໍຈະເຮັດຄືກັບສິງໂຕນັ້ນ.
5 ພະເຢໂຫວາຜູ້ບັນຊາການກອງທັບຈະປົກປ້ອງເຢຣູຊາເລັມ+
ຄືກັບນົກທີ່ບິນເຈີດລົງມາເພື່ອປົກປ້ອງລູກຂອງມັນ.
ເພິ່ນຈະປົກປ້ອງເມືອງນີ້ແລະຊ່ວຍເມືອງນີ້ໃຫ້ປອດໄພ.”
6 “ພວກອິດສະຣາເອນເອີ້ຍ ໃຫ້ກັບມາຫາພະເຈົ້າຜູ້ທີ່ພວກເຈົ້າທໍລະຍົດ.+ 7 ຍ້ອນພວກເຈົ້າໄດ້ເຮັດຜິດໂດຍເຮັດຮູບພະທີ່ບໍ່ມີຄ່າຈາກເງິນຈາກຄຳ. ແຕ່ໃນມື້ນັ້ນ ພວກເຈົ້າຈະຖິ້ມຮູບພະເຫຼົ່ານັ້ນເພາະມັນຊ່ວຍຫຍັງພວກເຈົ້າບໍ່ໄດ້.
8 ພວກອັດຊີເຣຍຈະຕ້ອງລົ້ມລົງດ້ວຍດາບ ແຕ່ບໍ່ແມ່ນດາບຂອງມະນຸດ.
ດາບທີ່ບໍ່ແມ່ນດາບຂອງມະນຸດຈະຂ້າເຂົາເຈົ້າ.+
ເຂົາເຈົ້າຈະໜີຍ້ອນດາບນັ້ນ
ແລະພວກຄົນໜຸ່ມຂອງເຂົາເຈົ້າຈະຖືກບັງຄັບໃຫ້ໄປເປັນກຳມະກອນ.