ເອຊາຢາ
47 ລູກສາວຂອງບາບີໂລນທີ່ເປັນສາວບໍລິສຸດ
ໃຫ້ລົງມານັ່ງຢູ່ດິນ.+
ລູກສາວຂອງພວກການເດອາ
ໃຫ້ລົງມານັ່ງຢູ່ພື້ນທີ່ບໍ່ມີບັນລັງ+
ຍ້ອນຈະບໍ່ມີໃຜເອົາໃຈເຈົ້າແລະເອີ້ນເຈົ້າວ່າເຈົ້າຍິງອີກຕໍ່ໄປ.
2 ໃຫ້ເອົາຫີນໂມ້ມາບົດແປ້ງ
ເອົາຜ້າປົກໜ້າອອກ
ຈ້ອນກະໂປ່ງຂຶ້ນໃຫ້ເຫັນຂາ
ແລະຍ່າງຂ້າມແມ່ນ້ຳ.
3 ຄົນຈະເຫັນເຈົ້າປະໂປ້
ແລະເຈົ້າຈະຕ້ອງອັບອາຍ.
ເຮົາຈະແກ້ແຄ້ນເຈົ້າ+ແລະຈະບໍ່ມີໃຜມາຂວາງທາງເຮົາໄດ້.*
4 “ພະເຢໂຫວາຜູ້ບັນຊາການກອງທັບແມ່ນຊື່ຂອງເພິ່ນ.
ເພິ່ນເປັນຜູ້ໄຖ່ພວກເຮົາຄືນມາ.
ເພິ່ນເປັນພະເຈົ້າອົງບໍລິສຸດຂອງອິດສະຣາເອນ.”+
5 ລູກສາວຂອງພວກການເດອາ
ໃຫ້ໄປນັ່ງມິດໆຢູ່ບ່ອນທີ່ມືດໆ.+
ຈະບໍ່ມີໃຜເອີ້ນເຈົ້າວ່າລາຊີນີ*ຂອງຊາດຕ່າງໆອີກຕໍ່ໄປ.+
6 ເຮົາໃຈຮ້າຍໃຫ້ປະຊາຊົນຂອງເຮົາຫຼາຍ.+
ແຕ່ເຈົ້າບໍ່ໄດ້ອີ່ຕົນເຂົາເຈົ້າ.+
ແມ່ນແຕ່ຜູ້ເຖົ້າ ເຈົ້າກໍໃຫ້ແບກແອກທີ່ໜັກໆ.+
7 ເຈົ້າເຄີຍເວົ້າວ່າ: “ຂ້ອຍຈະເປັນລາຊີນີຕະຫຼອດໄປ.”+
ເຈົ້າບໍ່ໄດ້ສຳນຶກເລີຍວ່າໂຕເອງກຳລັງເຮັດຫຍັງ
ແລະບໍ່ໄດ້ຄິດເຖິງຜົນທີ່ຈະເກີດຂຶ້ນຊ້ຳ.
8 ເຈົ້າທີ່ເປັນຜູ້ຍິງມັກຫຼິ້ນມັກກິນ+
ທີ່ຄິດວ່າໂຕເອງນັ່ງຢູ່ບ່ອນທີ່ປອດໄພແລະຄິດໃນໃຈວ່າ:
“ຂ້ອຍໃຫຍ່ສຸດ ບໍ່ມີໃຜໃຫຍ່ກວ່າຂ້ອຍອີກແລ້ວ.+
ຂ້ອຍຈະບໍ່ມີທາງເປັນແມ່ໝ້າຍ
ແລະຈະບໍ່ມີທາງໄດ້ໂສກເສົ້າຍ້ອນລູກຕາຍປະ.”+
9 ຕອນນີ້ໃຫ້ເຈົ້າຟັງສິ່ງທີ່ເຮົາເວົ້າ. ເຈົ້າຈະເປັນໝ້າຍແລະລູກເຈົ້າຈະຕາຍປະ.
ສອງເລື່ອງນີ້ຈະເກີດຂຶ້ນກັບເຈົ້າແບບກະທັນຫັນພາຍໃນມື້ດຽວ.+
10 ເຈົ້າເຮັດຊົ່ວ ແຕ່ບໍ່ໄດ້ຄິດວ່າແນວຊົ່ວຈະເກີດຂຶ້ນກັບໂຕເອງ.
ເຈົ້າຈຶ່ງເວົ້າວ່າ: “ບໍ່ມີໃຜເຫັນດອກວ່າຂ້ອຍເຮັດຫຍັງ.”
ຄວາມຮູ້ແລະສະຕິປັນຍາຂອງເຈົ້າພາເຈົ້າໄປຜິດທາງ
ແລະເຈົ້າຄິດໃນໃຈວ່າ: “ຂ້ອຍໃຫຍ່ສຸດ ບໍ່ມີໃຜໃຫຍ່ກວ່າຂ້ອຍອີກແລ້ວ.”
11 ແຕ່ຄວາມຈິບຫາຍຈະເກີດຂຶ້ນກັບເຈົ້າ
ແລະບໍ່ມີຄາຖາອາຄົມອັນໃດຂອງເຈົ້າຈະຢຸດມັນໄດ້.
ເຈົ້າຈະເຈິຄວາມລຳບາກທີ່ບໍ່ມີທາງຫຼີກລ່ຽງໄດ້.
ຄວາມຈິບຫາຍທີ່ເຈົ້າບໍ່ເຄີຍເຈິຈະເກີດຂຶ້ນກັບເຈົ້າແບບກະທັນຫັນ.+
12 ມົນກັບຄາຖາອາຄົມຫຼາຍຢ່າງ+ທີ່ເຈົ້າຫຼິ້ນຕັ້ງແຕ່ຕອນເປັນສາວ
ເອົາອອກມາໃຊ້ແມ້.
ບາງເທື່ອມັນອາດຈະຊ່ວຍເຈົ້າໄດ້
ແລະບາງເທື່ອມັນອາດຈະເຮັດໃຫ້ຄົນຢ້ານກະໄດ້.
13 ພວກທີ່ປຶກສາຫຼາຍຄົນທີ່ເຈົ້າຊອກຫາຈົນເມື່ອຍ
ໃຫ້ເຂົາເຈົ້າອອກມາຊ່ວຍເຈົ້າໃຫ້ລອດແມ້.
ພວກທີ່ນະມັດສະການສິ່ງຕ່າງໆທີ່ຢູ່ໃນທ້ອງຟ້າ*ກັບພວກທີ່ທຳນາຍໂດຍເບິ່ງດວງດາວ+
ແລະພວກທີ່ທຳນາຍໃນມື້ເດືອນອອກໃໝ່
ກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບເຈົ້າ ໃຫ້ເຂົາເຈົ້າມາຊ່ວຍເຈົ້າຄືກັນແມ້.
14 ເຂົາເຈົ້າຈະເປັນຄືກັບເຟືອງ
ແລະຈະຖືກໄຟຈູດ.
ເຂົາເຈົ້າຊ່ວຍໂຕເອງໃຫ້ລອດຈາກແປວໄຟທີ່ລຸກແຮງໆກໍບໍ່ໄດ້.
ໄຟນີ້ບໍ່ແມ່ນຖ່ານທີ່ຈະເຮັດໃຫ້ອຸ່ນ
ແລະບໍ່ແມ່ນໄຟສຳລັບໃຊ້ຝີງ.
15 ພວກໝໍຄາຖາອາຄົມ
ທີ່ເຈົ້າເພິ່ງຕັ້ງແຕ່ຕອນເປັນສາວກໍຈະຕ້ອງເຈິແບບນີ້ແຫຼະ.
ເຂົາເຈົ້າຈະແຕກຊະແຕກຊາຍໄປທາງໃຜທາງມັນ
ແລະຈະບໍ່ມີໃຜຊ່ວຍເຈົ້າໄດ້ເລີຍ.+