ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (1-4)

      • ພະ​ເຢໂຫວາ​ຕອບ (5-17)

ເຢເຣມີຢາ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:25
  • +ໂຢບ 12:6; 21:7; ພສ 73:3; ຢຣມ 5:28

ເຢເຣມີຢາ 12:2

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໝາກ​ໄຂ່​ຫຼັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 29:13

ເຢເຣມີຢາ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 139:1, 2
  • +2ກສ 20:3; ພສ 17:3; ຢຣມ 11:20

ເຢເຣມີຢາ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:6; 23:10

ເຢເຣມີຢາ 12:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:13

ເຢເຣມີຢາ 12:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:4

ເຢເຣມີຢາ 12:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:35
  • +ອພຍ 19:5; ອຊຢ 47:6
  • +ສສ 2:1

ເຢເຣມີຢາ 12:9

ໄຂເງື່ອນ

  • *

    ຫຼື “ມີ​ລາຍ​ດ່າງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:2; ອຊກ 16:37
  • +ອຊຢ 56:9; ຢຣມ 7:33

ເຢເຣມີຢາ 12:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:8; ອຊຢ 5:1, 7; ຢຣມ 6:3
  • +ອຊຢ 63:18; ຢຣມ 3:19

ເຢເຣມີຢາ 12:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຮ້ອງໄຫ້​ໄວ້ທຸກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:11; 10:22
  • +ອຊຢ 42:24, 25

ເຢເຣມີຢາ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:33; ຢຣມ 15:2

ເຢເຣມີຢາ 12:13

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:16; ມກ 6:15

ເຢເຣມີຢາ 12:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 79:4; ຢຣມ 48:26; ອຊກ 25:3; ຊຄຢ 1:15; 2:8
  • +ຢຣມ 48:2; 49:2

ເຢເຣມີຢາ 12:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 12:1ປຖກ 18:25
ຢຣມ. 12:1ໂຢບ 12:6; 21:7; ພສ 73:3; ຢຣມ 5:28
ຢຣມ. 12:2ອຊຢ 29:13
ຢຣມ. 12:3ພສ 139:1, 2
ຢຣມ. 12:32ກສ 20:3; ພສ 17:3; ຢຣມ 11:20
ຢຣມ. 12:4ຢຣມ 14:6; 23:10
ຢຣມ. 12:5ຢຣມ 4:13
ຢຣມ. 12:6ຢຣມ 9:4
ຢຣມ. 12:7ລກ 13:35
ຢຣມ. 12:7ອພຍ 19:5; ອຊຢ 47:6
ຢຣມ. 12:7ສສ 2:1
ຢຣມ. 12:92ກສ 24:2; ອຊກ 16:37
ຢຣມ. 12:9ອຊຢ 56:9; ຢຣມ 7:33
ຢຣມ. 12:10ພສ 80:8; ອຊຢ 5:1, 7; ຢຣມ 6:3
ຢຣມ. 12:10ອຊຢ 63:18; ຢຣມ 3:19
ຢຣມ. 12:11ຢຣມ 9:11; 10:22
ຢຣມ. 12:11ອຊຢ 42:24, 25
ຢຣມ. 12:12ລລວ 26:33; ຢຣມ 15:2
ຢຣມ. 12:13ລລວ 26:16; ມກ 6:15
ຢຣມ. 12:14ພສ 79:4; ຢຣມ 48:26; ອຊກ 25:3; ຊຄຢ 1:15; 2:8
ຢຣມ. 12:14ຢຣມ 48:2; 49:2
ຢຣມ. 12:17ອຊຢ 60:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 12:1-17

ເຢເຣມີຢາ

12 ພະ​ເຢໂຫວາ​ເອີ້ຍ ເມື່ອ​ລູກ​ຮ້ອງ​ທຸກ​ກັບ​ພະອົງ

ແລະ​ເມື່ອ​ລູກ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຄວາມ​ຍຸຕິທຳ​ກັບ​ພະອົງ ພະອົງ​ກໍ​ຈັດການ​ຢ່າງ​ຍຸຕິທຳ.+

ແຕ່​ເປັນ​ຫຍັງ​ຄົນ​ຊົ່ວ​ຄື​ຍັງ​ປະສົບ​ຄວາມ​ສຳເລັດ+

ແລະ​ເປັນ​ຫຍັງ​ຄົນ​ທໍລະຍົດ​ຈຶ່ງ​ບໍ່​ທຸກ​ບໍ່​ຮ້ອນ​ຫຍັງ​ເລີຍ?

 2 ພະອົງ​ປູກ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ກໍ​ປົ່ງ​ຮາກ​ອອກ​ມາ.

ເຂົາ​ເຈົ້າ​ໃຫຍ່​ຂຶ້ນ​ແລະ​ເປັນ​ໝາກ.

ເຂົາ​ເຈົ້າ​ເວົ້າ​ເຖິງ​ພະອົງ​ຕະຫຼອດ ແຕ່​ຄວາມ​ຄິດ​ທີ່​ເລິກ​ທີ່​ສຸດ*​ຂອງ​ເຂົາ​ເຈົ້າ​ພັດ​ຫ່າງ​ໄກ​ຈາກ​ພະອົງ.+

 3 ພະ​ເຢໂຫວາ​ເອີ້ຍ ພະອົງ​ຮູ້​ຈັກ​ລູກ​ດີ+​ແລະ​ພະອົງ​ກໍ​ເຫັນ​ລູກ.

ພະອົງ​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ​ແລະ​ໄດ້​ເຫັນ​ວ່າ​ລູກ​ທຸ່ມເທ​ເພື່ອ​ພະອົງ.+

ຂໍ​ພະອົງ​ແຍກ​ເຂົາ​ເຈົ້າ​ອອກ​ມາ​ຄື​ກັບ​ແກະ​ທີ່​ຈະ​ຖືກ​ເອົາ​ໄປ​ຂ້າ

ແລະ​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ຈົນ​ຮອດ​ມື້​ທີ່​ເຂົາ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.

 4 ແຜ່ນດິນ​ຈະ​ແຫ້ງ​ແລ້ງ​ອີກ​ດົນ​ປານ​ໃດ

ແລະ​ພືດ​ຜັກ​ທີ່​ຢູ່​ຕາມ​ໄຮ່​ຕ່າງ​ໆ​ຈະ​ຫ່ຽວ​ແຫ້ງ​ອີກ​ດົນ​ປານ​ໃດ?+

ສັດ​ປ່າ​ແລະ​ນົກ​ບໍ່​ມີ​ເຫຼືອ​ຈັກ​ໂຕ​ແລ້ວ

ຍ້ອນ​ຄວາມ​ຊົ່ວ​ຂອງ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້.

ເຂົາ​ເຈົ້າ​ເວົ້າ​ວ່າ: “ເພິ່ນ​ບໍ່​ຮູ້​ດອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ເຮົາ.”

 5 “ແລ້ວ​ພະເຈົ້າ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ ຖ້າ​ເຈົ້າ​ແລ່ນ​ແຂ່ງ​ກັບ​ຄົນ ເຈົ້າ​ກໍ​ຍັງ​ເມື່ອຍ

ແລ້ວ​ເຈົ້າ​ຈະ​ແລ່ນ​ແຂ່ງ​ກັບ​ມ້າ​ໄດ້​ແນວ​ໃດ?+

ເຖິງ​ວ່າ​ເຈົ້າ​ຮູ້ສຶກ​ປອດໄພ​ຢູ່​ໃນ​ແຜ່ນດິນ​ທີ່​ມີ​ຄວາມ​ສະຫງົບ​ສຸກ

ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈົ້າ​ຢູ່​ໃນ​ປ່າ​ທີ່​ຕຶບໜາ​ແຄມ​ແມ່​ນ້ຳ​ຈໍແດນ?

 6 ແມ່ນ​ແຕ່​ອ້າຍ​ນ້ອງ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ເຮືອນ​ພໍ່​ຂອງ​ເຈົ້າ

ກໍ​ຍັງ​ທໍລະຍົດ​ເຈົ້າ.+

ເຂົາ​ເຈົ້າ​ພາກັນ​ປ້ອຍ​ດ່າ​ເຈົ້າ

ແລະ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເວົ້າ​ດີ​ນຳ​ເຈົ້າ

ກໍ​ຢ່າ​ໄວ້ໃຈ​ເຂົາ​ເຈົ້າ.

 7 ເຮົາ​ໄດ້​ປະ​ຖິ້ມ​ວິຫານ​ຂອງ​ເຮົາ.+ ເຮົາ​ໄດ້​ຖິ້ມ​ມໍລະດົກ​ຂອງ​ເຮົາ.+

ເຮົາ​ໄດ້​ມອບ​ຄົນ​ທີ່​ເຮົາ​ຮັກ​ຫຼາຍ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ.+

 8 ສຳລັບ​ເຮົາ ມໍລະດົກ​ຂອງ​ເຮົາ​ກາຍ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ຢູ່​ໃນ​ປ່າ.

ມັນ​ແຜດ​ສຽງ​ຮ້ອງ​ໃສ່​ເຮົາ

ເຮົາ​ຈຶ່ງ​ຊັງ​ຊາດ​ນີ້.

 9 ສຳລັບ​ເຮົາ ມໍລະດົກ​ຂອງ​ເຮົາ​ເປັນ​ຄື​ກັບ​ນົກ​ລ່າ​ເຫຍື່ອ​ທີ່​ມີ​ຫຼາຍ​ສີ.*

ນົກ​ລ່າ​ເຫຍື່ອ​ອື່ນ​ໆ​ກໍ​ມາ​ຫຸ້ມ​ໂຈມຕີ​ມັນ.+

ສັດ​ປ່າ​ທັງໝົດ​ທີ່​ຢູ່​ໃນ​ທົ່ງ​ຫຍ້າ​ເອີ້ຍ ມາ​ເດີ້ ໃຫ້​ມາ​ລວມ​ໂຕ​ກັນ

ໃຫ້​ພາກັນ​ອອກ​ມາ​ກິນ​ເດີ້.+

10 ຜູ້​ລ້ຽງ​ແກະ​ຫຼາຍ​ຄົນ​ໄດ້​ທຳລາຍ​ສວນ​ໝາກ​ລະແຊັງ​ຂອງ​ເຮົາ.+

ເຂົາ​ເຈົ້າ​ຢຽບ​ດິນ​ທີ່​ເປັນ​ສ່ວນ​ຂອງ​ເຮົາ.+

ເຂົາ​ເຈົ້າ​ເຮັດ​ໃຫ້​ດິນ​ທີ່​ເປັນ​ຕາ​ຢູ່​ຂອງ​ເຮົາ​ກາຍ​ເປັນ​ບ່ອນ​ກັນດານ​ທີ່​ຮົກ​ຮ້າງ.

11 ມັນ​ກາຍ​ເປັນ​ບ່ອນ​ກັນດານ

ມັນ​ກາຍ​ເປັນ​ບ່ອນ​ທີ່​ແຫ້ງ​ແລ້ງ*

ແລະ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ​ໄປ​ຕໍ່​ໜ້າ​ຕໍ່​ຕາ​ເຮົາ.+

ແຜ່ນດິນ​ທັງໝົດ​ຖືກ​ເຮັດ​ໃຫ້​ເປັນ​ບ່ອນ​ວ່າງ​ເປົ່າ

ແຕ່​ກໍ​ບໍ່​ມີ​ຜູ້​ໃດ​ຄິດ​ເຖິງ​ເລື່ອງ​ນີ້​ເລີຍ.+

12 ພວກ​ຜູ້​ທຳລາຍ​ພາກັນ​ມາ​ຕາມ​ທາງ​ເກົ່າ​ໆ​ທຸກ​ເສັ້ນ​ທີ່​ຜ່ານ​ບ່ອນ​ກັນດານ.

ດາບ​ຂອງ​ພະ​ເຢໂຫວາ​ກຳລັງ​ກືນ​ກິນ​ແຜ່ນດິນ​ຂ້າງ​ນີ້​ໄປ​ຈົນ​ຮອດ​ແຜ່ນດິນ​ຂ້າງ​ນັ້ນ+

ຍ້ອນ​ແນວ​ນີ້​ຈຶ່ງ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ສຳລັບ​ໃຜ​ເລີຍ.

13 ເຂົາ​ເຈົ້າ​ຫວ່ານ​ເຂົ້າ​ວີດ* ແຕ່​ພັດ​ໄດ້​ເກັບ​ກ່ຽວ​ຕົ້ນ​ໜາມ.+

ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ຈົນ​ໝົດ​ແຮງ ແຕ່​ກໍ​ບໍ່​ໄດ້​ຫຍັງ.

ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ

ແລະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຜົນລະປູກ​ຫຍັງ​ແລະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ອັບອາຍ.”

14 ພະ​ເຢໂຫວາ​ບອກ​ວ່າ: “ສຳລັບ​ເພື່ອນ​ບ້ານ​ທີ່​ຊົ່ວ​ໆ​ທັງໝົດ​ທີ່​ມັກ​ແຕະ​ມໍລະດົກ​ຂອງ​ເຮົາ​ທີ່​ເຮົາ​ເອົາ​ໃຫ້​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ+ ເຮົາ​ຈະ​ຫຼົກ​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ໃຫ້​ໝົດ​ຮາກ​ໝົດ​ເຫງົ້າ+ ແລະ​ເຮົາ​ຈະ​ຫຼົກ​ຊາດ​ຢູດາ​ອອກ​ຈາກ​ເຂົາ​ເຈົ້າ​ນຳ. 15 ແຕ່​ຫຼັງ​ຈາກ​ທີ່​ຫຼົກ​ອອກ​ແລ້ວ ເຮົາ​ຈະ​ເມດຕາ​ເຂົາ​ເຈົ້າ​ອີກ​ເທື່ອ​ໜຶ່ງ ແລະ​ຈະ​ພາ​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ກັບ​ມາ​ແຜ່ນດິນ​ທີ່​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.

16 ຖ້າ​ເຂົາ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຮຽນ​ຮູ້​ແນວ​ທາງ​ຂອງ​ປະຊາຊົນ​ຂອງ​ເຮົາ​ແລະ​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ໂດຍ​ເວົ້າ​ວ່າ ‘ພວກ​ເຮົາ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່!’ ຄື​ກັບ​ທີ່​ເຂົາ​ເຈົ້າ​ເຄີຍ​ສອນ​ປະຊາຊົນ​ຂອງ​ເຮົາ​ໃຫ້​ສາບານ​ຕໍ່​ພະ​ບາອານ ເຂົາ​ເຈົ້າ​ກໍ​ຈະ​ຈະເລີນ​ກ້າວໜ້າ​ໄປ​ພ້ອມ​ປະຊາຊົນ​ຂອງ​ເຮົາ. 17 ແຕ່​ຖ້າ​ຊາດ​ໃດ​ຊາດ​ໜຶ່ງ​ບໍ່​ເຊື່ອຟັງ ເຮົາ​ຈະ​ຫຼົກ​ຊາດ​ນັ້ນ​ຈົນ​ໝົດ​ຮາກ​ໝົດ​ເຫງົ້າ​ແລະ​ທຳລາຍ​ຖິ້ມ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌