ເຢເຣມີຢາ
4 ພະເຢໂຫວາເວົ້າວ່າ: “ອິດສະຣາເອນເອີ້ຍ ໃຫ້ເຈົ້າກັບມາ.
ຖ້າເຈົ້າກັບມາຫາເຮົາ
ແລະກຳຈັດຮູບບູຊາທີ່ເປັນຕາຂີ້ດຽດຂອງເຈົ້າໃຫ້ໝົດໄປ
ເຈົ້າກໍຈະບໍ່ຕ້ອງຫຼົບໜີໄປເລື້ອຍໆ.+
2 ຖ້າເຈົ້າສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່
ດ້ວຍຄວາມຈິງ ດ້ວຍຄວາມຍຸຕິທຳ ແລະດ້ວຍຄວາມຖືກຕ້ອງ
ຊາດຕ່າງໆກໍຈະໄດ້ຮັບພອນຈາກເພິ່ນ
ແລະເຂົາເຈົ້າຈະບອກຄົນອື່ນກ່ຽວກັບເລື່ອງຂອງເພິ່ນດ້ວຍຄວາມພູມໃຈ.”+
3 ພະເຢໂຫວາເວົ້າກັບຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມວ່າ:
“ໃຫ້ເຈົ້າໄປບ່ອນທີ່ປູກຫຍັງກໍບໍ່ຂຶ້ນແລະໄຖດິນໃໝ່
ແລະເຊົາຫວ່ານແນວປູກໃນບ່ອນທີ່ມີຕົ້ນໜາມຫຼາຍໆ.+
4 ຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມເອີ້ຍ
ໃຫ້ເຈົ້າເຮັດໃຫ້ໂຕເອງສະອາດ*ເພື່ອພະເຢໂຫວາ
ແລະເຮັດໃຫ້ຫົວໃຈຂອງເຈົ້າສະອາດ*+
ເພື່ອຄວາມໃຈຮ້າຍຂອງເຮົາຈະບໍ່ລຸກໄໝ້ຄືກັບໄຟ
ທີ່ບໍ່ມີຜູ້ໃດມອດໄດ້
ຍ້ອນຄວາມຊົ່ວທີ່ເຈົ້າໄດ້ເຮັດ.”+
5 ໃຫ້ເຈົ້າປະກາດໃນຢູດາແລະໃນເຢຣູຊາເລັມ.
ໃຫ້ຮ້ອງດັງໆແລະເປົ່າແກເຂົາສັດໄປທົ່ວແຜ່ນດິນ.+
ໃຫ້ຮ້ອງບອກຄົນດັງໆວ່າ: “ໃຫ້ພວກເຮົາມາລວມໂຕກັນ
ແລະໜີໄປເມືອງຕ່າງໆທີ່ມີກຳແພງອ້ອມ.+
6 ໃຫ້ຍົກເສົາໃຫ້ສັນຍານ*ຂຶ້ນເພື່ອບອກທາງໄປຊີໂອນ.
ໃຫ້ຊອກຫາບ່ອນລີ້ແລະຢ່າຢືນຢູ່ຊື່ໆ”
ຍ້ອນເຮົາກຳລັງເອົາຄວາມຈິບຫາຍຄັ້ງໃຫຍ່ຈາກທາງເໜືອມາ.+
ລາວອອກມາຈາກບ່ອນຂອງລາວເພື່ອຈະເຮັດໃຫ້ແຜ່ນດິນຂອງເຈົ້າຮ້າງເປົ່າ.
ເມືອງຕ່າງໆຂອງເຈົ້າຈະຖືກທຳລາຍຈົນກາຍເປັນຊາກຫັກພັງແລະບໍ່ມີຄົນອາໄສຢູ່.+
8 ດັ່ງນັ້ນ ໃຫ້ເຈົ້ານຸ່ງຜ້າເນື້ອຫຍາບ+
ໃຫ້ຮ້ອງໄຫ້ເສຍໃຈແລະໄວ້ທຸກ
ຍ້ອນພະເຢໂຫວາຍັງໃຈຮ້າຍແຮງໃຫ້ພວກເຮົາຢູ່.
9 ພະເຢໂຫວາເວົ້າວ່າ: “ໃນມື້ນັ້ນ ກະສັດຈະຮູ້ສຶກຢ້ານຫຼາຍ.+
ພວກເຈົ້ານາຍກໍຈະຮູ້ສຶກຢ້ານຈົນໂຕສັ່ນ.
ພວກປະໂລຫິດແລະພວກຜູ້ພະຍາກອນກໍຈະຢ້ານຫຼາຍຄືກັນ.”+
10 ຂ້ອຍຈຶ່ງເວົ້າວ່າ: “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພະອົງຫຼອກລວງຄົນຢູດາ+ແລະຄົນໃນເມືອງເຢຣູຊາເລັມໂດຍເວົ້າວ່າ ‘ເຈົ້າຈະມີຄວາມສະຫງົບສຸກ+ ແຕ່ແທ້ໆແລ້ວດາບພັດຈີ້ຄໍຂອງພວກເຮົາຢູ່.’”
11 ໃນຕອນນັ້ນ ຄົນຢູດາແລະຄົນໃນເມືອງເຢຣູຊາເລັມຈະໄດ້ຍິນວ່າ:
“ລົມຮ້ອນໆຈາກໂນນພູຕ່າງໆທີ່ແຫ້ງແລ້ງໃນທະເລຊາຍ
ຈະພັດມາໃສ່ປະຊາຊົນຂອງເຮົາ.*
ລົມນີ້ບໍ່ໄດ້ພັດມາເພື່ອຝັດເຂົ້າຫຼືເຮັດໃຫ້ເຂົ້າສະອາດ.
12 ລົມແຮງໆນີ້ພັດມາຈາກບ່ອນຕ່າງໆຕາມຄຳສັ່ງຂອງເຮົາ.
ບັດນີ້ ເຮົາຈະປະກາດຄຳຕັດສິນຕໍ່ເຂົາເຈົ້າ.
13 ກອງທັບຂອງສັດຕູຈະມາຄືກັບຂີ້ເຝື້ອທີ່ຕຶບໜາ.
ລົດຮົບຂອງລາວເປັນຄືກັບລົມພາຍຸ.+
ມ້າຂອງລາວກໍໄວກວ່ານົກອິນຊີ.+
‘ຕາຍຄັກໆບາດນິ! ພວກເຮົາບໍ່ລອດແທ້.’
14 ເຢຣູຊາເລັມເອີ້ຍ ຖ້າເຈົ້າຢາກລອດ ເຈົ້າຕ້ອງເຮັດໃຫ້ຫົວໃຈຂອງເຈົ້າສະອາດແລະບໍ່ມີຄວາມຊົ່ວ.+
ເຈົ້າຈະຄິດແຕ່ແນວຊົ່ວໆອີກດົນປານໃດ?
15 ມີການປະກາດຂ່າວນີ້ຢູ່ດານ+
ແລະມີການປະກາດຄວາມຈິບຫາຍຢູ່ພູຕ່າງໆໃນເອຟຣາຢິມ.
16 ໃຫ້ເຈົ້າບອກເລື່ອງນີ້ກັບຊາດຕ່າງໆ
ແລະປະກາດເລື່ອງນີ້ໃຫ້ເຢຣູຊາເລັມຮູ້.”
“ພວກຜູ້ເຝົ້າເບິ່ງ*ກຳລັງມາຈາກແຜ່ນດິນທີ່ຢູ່ຫ່າງໄກ
ແລະເຂົາເຈົ້າຈະຮ້ອງສຽງດັງຕອນອອກໄປສູ້ຮົບກັບເມືອງຕ່າງໆຂອງຢູດາ.
17 ເຂົາເຈົ້າມາລ້ອມເຢຣູຊາເລັມໄວ້ທຸກດ້ານຄືກັບຊາວນາທີ່ເຝົ້າທົ່ງນາ+
ຍ້ອນລາວກະບົດຕໍ່ເຮົາ.”+ ພະເຢໂຫວາເວົ້າໄວ້ແນວນີ້.
18 “ເຈົ້າຈະໄດ້ຮັບຜົນຈາກການກະທຳຂອງໂຕເອງ.+
ການລົງໂທດນີ້ຈະເຮັດໃຫ້ເຈົ້າເຈັບປວດຫຼາຍ.
ມັນເຂົ້າໄປຮອດຫົວໃຈຂອງເຈົ້າ.”
19 ຂ້ອຍທຸກໃຈຫຼາຍ! ຂ້ອຍທຸກໃຈຫຼາຍ!
ຂ້ອຍເຈັບປວດໃຈຫຼາຍແທ້ໆ.
ຫົວໃຈຂອງຂ້ອຍເຕັ້ນບັກແຮງໆ.
20 ມີຂ່າວກ່ຽວກັບຄວາມຈິບຫາຍເທື່ອແລ້ວເທື່ອອີກ
ຍ້ອນແຜ່ນດິນທັງໝົດຖືກທຳລາຍ.
ຢູ່ບໍ່ຢູ່ເຕັ້ນຂອງຂ້ອຍກໍພັງລົງມາ.
ຜ້າເຕັ້ນຂອງຂ້ອຍກໍຖືກທຳລາຍບາດດຽວ.+
21 ຂ້ອຍຈະຕ້ອງເຫັນເສົາໃຫ້ສັນຍານ
ແລະໄດ້ຍິນສຽງແກເຂົາສັດອີກດົນປານໃດ?+
22 “ປະຊາຊົນຂອງເຮົາເປັນຄົນໂງ່.+
ເຂົາເຈົ້າບໍ່ໄດ້ສົນໃຈເຮົາເລີຍ.
ເຂົາເຈົ້າເປັນລູກທີ່ໂງ່ແລະບໍ່ມີຄວາມເຂົ້າໃຈຫຍັງ.
ເຂົາເຈົ້າສະຫຼາດແຕ່ແນວຊົ່ວໆ
ແຕ່ບໍ່ຮູ້ຈັກເຮັດດີ.”
23 ຂ້ອຍເຫັນແຜ່ນດິນຂອງເຂົາເຈົ້າຮ້າງເປົ່າແລະບໍ່ມີຫຍັງເລີຍ.+
ຂ້ອຍແນມເບິ່ງທ້ອງຟ້າ ແຕ່ກໍບໍ່ມີແສງສະຫວ່າງເລີຍ.+
24 ຂ້ອຍເຫັນພູຕ່າງໆກຳລັງສັ່ນສະເທືອນ
ແລະໂນນພູຕ່າງໆກໍກຳລັງສັ່ນສະເທືອນຄືກັນ.+
25 ຂ້ອຍແນມເບິ່ງແລະເຫັນວ່າບໍ່ມີໃຜເລີຍ
ແລະນົກຢູ່ເທິງຟ້າກໍບິນໜີໄປໝົດແລ້ວ.+
26 ຂ້ອຍແນມເບິ່ງແລະເຫັນວ່າສວນໝາກໄມ້ກາຍເປັນບ່ອນກັນດານ
ແລະເມືອງຕ່າງໆກໍຖືກທຳລາຍໝົດແລ້ວ.+
ທັງໝົດນີ້ເປັນຍ້ອນພະເຢໂຫວາ
ຍ້ອນເພິ່ນໃຈຮ້າຍຫຼາຍ.
27 ພະເຢໂຫວາເວົ້າວ່າ: “ແຜ່ນດິນທັງໝົດນີ້ຈະຮ້າງເປົ່າ+
ແຕ່ເຮົາຈະບໍ່ທຳລາຍຈົນໝົດ.
ກໍຍ້ອນວ່າເຮົາໄດ້ເວົ້າໄວ້ແລ້ວ ເຮົາຕັດສິນໃຈແລ້ວ
29 ເມື່ອໄດ້ຍິນສຽງຂອງພວກທະຫານມ້າແລະພວກທະຫານຍິງທະນູ
ຄົນໝົດເມືອງກໍແລ່ນໜີ.+
ເຂົາເຈົ້າແລ່ນເຂົ້າໄປໃນປ່າ
ແລະພາກັນປີນພູປີນຜາ.+
ເມືອງທຸກເມືອງຖືກປະຖິ້ມ
ແລະບໍ່ມີຄົນອາໄສຢູ່ໃນເມືອງເຫຼົ່ານັ້ນເລີຍ.”
30 ເຈົ້າຖືກໂຈມຕີຢ່າງໜັກແລ້ວ ເຈົ້າຈະເຮັດແນວໃດບາດນິ?
ເຈົ້າເຄີຍນຸ່ງເຄື່ອງສີແດງສົດ
ເຄີຍໃສ່ເຄື່ອງປະດັບທີ່ເປັນຄຳ
ແລະເອົາສີດຳ*ມາທາຕາເພື່ອໃຫ້ງາມຂຶ້ນ.
ແຕ່ເຖິງເຈົ້າຈະແຕ່ງໂຕງາມສ່ຳໃດ ມັນກໍບໍ່ມີປະໂຫຍດດອກ+
ຍ້ອນຄົນທີ່ຢາກໄດ້ໂຕເຈົ້າບໍ່ຢາກໄດ້ເຈົ້າແລ້ວ.
ຕອນນີ້ ເຂົາເຈົ້າຢາກຂ້າເຈົ້າແທນ.+
31 ຂ້ອຍໄດ້ຍິນສຽງຄືກັບສຽງຂອງຜູ້ຍິງທີ່ບໍ່ສະບາຍ
ໄດ້ຍິນສຽງຮ້ອງດ້ວຍຄວາມເຈັບປວດຄືກັບສຽງຂອງຜູ້ຍິງທີ່ເຈັບທ້ອງເກີດລູກຜູ້ທຳອິດ
ແລະໄດ້ຍິນສຽງລູກສາວທີ່ກຳລັງຈະຂາດໃຈເຊິ່ງກໍຄືຊີໂອນ.
ລາວເດ່ມືອອກໄປແລະເວົ້າວ່າ:+
“ຂ້ອຍຕ້ອງຕາຍແທ້ໆ ຂ້ອຍເມື່ອຍຫຼາຍຍ້ອນຄົນທີ່ຢາກຂ້າຂ້ອຍ.”