ເຢເຣມີຢາ
46 ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບຊາດຕ່າງໆ.+ 2 ນີ້ແມ່ນຂ່າວສານກ່ຽວກັບປະເທດເອຢິບ+ແລະກອງທັບຂອງຟາໂຣເນໂກ+ກະສັດຂອງເອຢິບທີ່ຕັ້ງຄ້າຍຢູ່ແຄມແມ່ນ້ຳເອິຟາຣາດ ແລະຖືກເນບູກາດເນັດຊາ*ກະສັດຂອງບາບີໂລນເອົາຊະນະຢູ່ກາເກມິດໃນປີທີ 4 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ.
3 “ໃຫ້ພວກເຈົ້າກຽມໂລ້ນ້ອຍ*ແລະໂລ້ໃຫຍ່.
ແລ້ວອອກໄປສະໜາມຮົບ.
4 ພວກເຈົ້າທີ່ເປັນທະຫານມ້າເອີ້ຍ ໃຫ້ເອົາເຊືອກ*ຄາດໃສ່ປາກມ້າແລະຂຶ້ນຂີ່ມັນ.
ໃຫ້ເຂົ້າປະຈຳທີ່ແລະໃສ່ໝວກເຫຼັກ.
ໃຫ້ຂັດຫອກຂອງພວກເຈົ້າແລະໃສ່ໝວກເກາະ.
5 ພະເຢໂຫວາບອກວ່າ ‘ເປັນຫຍັງເຮົາຄືເຫັນເຂົາເຈົ້າຢ້ານຫຼາຍ?
ເຂົາເຈົ້າກຳລັງຖອຍກັບໄປ. ພວກທະຫານກໍຍອມແພ້ແລ້ວ.
ເຂົາເຈົ້າພາກັນໜີໄປດ້ວຍຄວາມຕົກໃຈແລະບໍ່ຫຼຽວຄືນຫຼັງເລີຍ.
ມີແຕ່ຄວາມຢ້ານເຕັມໄປໝົດ.
6 ຄົນທີ່ວ່ອງໄວໜີໄປບໍ່ໄດ້ແລະທະຫານທີ່ເກັ່ງໆກໍໜີໄປບໍ່ລອດ.
ເຂົາເຈົ້າສະດຸດແລະລົ້ມລົງ+
ຢູ່ທາງເໜືອແຄມແມ່ນ້ຳເອິຟາຣາດ.’
7 ໃຜກຳລັງມາຄືກັບແມ່ນ້ຳນິນ
ແລະຄືກັບແມ່ນ້ຳທີ່ມີນ້ຳໄຫຼແຮງໆ?
8 ເອຢິບກຳລັງມາຄືກັບແມ່ນ້ຳນິນ+
ແລະຄືກັບແມ່ນ້ຳທີ່ມີນ້ຳໄຫຼແຮງໆ.
ແລ້ວເອຢິບກໍເວົ້າວ່າ ‘ຂ້ອຍຈະຂຶ້ນໄປແລະຖ້ວມໂລກນີ້.
ຂ້ອຍຈະທຳລາຍເມືອງແລະຄົນທີ່ຢູ່ໃນເມືອງ.’
9 ພວກມ້າເອີ້ຍ ໃຫ້ຂຶ້ນໄປໂລດ!
ພວກລົດມ້າເອີ້ຍ ໃຫ້ແລ່ນໄປໄວໆ!
10 ມື້ນັ້ນເປັນມື້ຂອງພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ເປັນມື້ທີ່ເພິ່ນຈະແກ້ແຄ້ນສັດຕູຂອງເພິ່ນ. ດາບຈະກືນກິນແລະດື່ມເລືອດຈົນອີ່ມ ຍ້ອນພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໄດ້ກຽມເຄື່ອງບູຊາ*ໄວ້ຢູ່ແຜ່ນດິນທາງເໜືອແຄມແມ່ນ້ຳເອິຟາຣາດ.+
11 ພວກລູກສາວທີ່ບໍລິສຸດຂອງເອຢິບເອີ້ຍ
ໃຫ້ຂຶ້ນໄປກິລຽດເພື່ອໄປເອົານ້ຳມັນຫອມແມ້!+
ພວກເຈົ້າຊອກຫາວິທີປິ່ນປົວມາຫຼາຍວິທີແລ້ວ ແຕ່ກໍບໍ່ມີປະໂຫຍດ
ຍ້ອນປິ່ນປົວພວກເຈົ້າຈັ່ງໃດກໍບໍ່ເຊົາ.+
12 ຊາດຕ່າງໆໄດ້ຍິນເລື່ອງຄວາມອັບອາຍຂອງພວກເຈົ້າແລ້ວ+
ແລະແຜ່ນດິນກໍເຕັມແຕ່ສຽງຮ້ອງຂອງພວກເຈົ້າ.
ທະຫານກໍສະດຸດກັນເອງ
ແລະເຂົາເຈົ້າກໍລົ້ມລົງໄປນຳກັນ.”
13 ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບເນບູກາດເນັດຊາກະສັດຂອງບາບີໂລນທີ່ຈະມາໂຈມຕີແຜ່ນດິນເອຢິບວ່າ:+
14 “ໃຫ້ປະກາດເລື່ອງນີ້ຢູ່ເອຢິບ ໃຫ້ປະກາດຢູ່ມິກໂດນ+
ໃຫ້ປະກາດຢູ່ໂໜບ*ແລະຢູ່ຕະປັນເຂດ.+
ໃຫ້ເວົ້າວ່າ ‘ໃຫ້ພວກເຈົ້າເຂົ້າປະຈຳທີ່ແລະກຽມໂຕໃຫ້ພ້ອມ
ຍ້ອນດາບຈະກືນກິນທຸກຄົນທີ່ຢູ່ອ້ອມຮອບພວກເຈົ້າ.
15 ເປັນຫຍັງທະຫານທີ່ແຂງແຮງທັງໝົດຂອງພວກເຈົ້າຈຶ່ງຖືກຂ້າ?
ເຂົາເຈົ້າຕໍ່ສູ້ບໍ່ໄຫວ
ຍ້ອນພະເຢໂຫວາໄດ້ເອົາຊະນະເຂົາເຈົ້າແລ້ວ.
16 ເຂົາເຈົ້າຫຼາຍຄົນສະດຸດແລະລົ້ມລົງ.
ເຂົາເຈົ້າລົມກັນວ່າ “ລຸກຂຶ້ນໄວ!
ໃຫ້ພວກເຮົາກັບໄປຫາຄົນຊາດດຽວກັນແລະກັບໄປບ້ານເກີດຂອງພວກເຮົາ
ເພື່ອພວກເຮົາຈະໄດ້ໜີຈາກດາບທີ່ໂຫດຫ້ຽມນີ້.”’
17 ຢູ່ຫັ້ນເຂົາເຈົ້າປະກາດວ່າ
‘ຟາໂຣ*ມີແຕ່ເວົ້າແລະບໍ່ເຮັດຫຍັງເລີຍ.
ລາວປ່ອຍໃຫ້ໂອກາດເສຍໄປລ້າໆ.’+
18 ກະສັດຜູ້ມີຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບບອກວ່າ
‘ຕາບໃດທີ່ເຮົາຍັງມີຊີວິດຢູ່ ລາວ*ຈະມາແລະລາວຈະເປັນຄືກັບພູຕາໂບ+ທີ່ຢູ່ກາງພູຫຼາຍໜ່ວຍ
ແລະເປັນຄືກັບພູກາເມນ+ທີ່ຢູ່ແຄມທະເລ.
19 ພວກລູກສາວທີ່ອາໄສຢູ່ເອຢິບເອີ້ຍ
ໃຫ້ພວກເຈົ້າກຽມກະເປົາເພື່ອຈະໄປເປັນຊະເລີຍໄດ້ແລ້ວ.
ທຸກຄົນທີ່ເຫັນເມືອງໂໜບຈະຕ້ອງຕົກໃຈແລະຢ້ານຫຼາຍ
ຍ້ອນມັນຈະຖືກຈູດ*ແລະຈະບໍ່ມີໃຜອາໄສຢູ່ໃນເມືອງນັ້ນອີກ.+
20 ເອຢິບເປັນຄືກັບງົວໂຕແມ່ທີ່ງາມໆ
ແຕ່ຝູງເຫຼືອກຈາກທາງເໜືອຈະມາກັດມັນ.
21 ແມ່ນແຕ່ພວກທະຫານຮັບຈ້າງຂອງເອຢິບທີ່ເປັນຄືກັບງົວນ້ອຍໂຕຕຸ້ຍໆ
ກໍຍັງປິ່ນຫຼັງແລະໜີໄປໝົດ.
ເຂົາເຈົ້າຕໍ່ສູ້ບໍ່ໄຫວ+
ຍ້ອນນີ້ແມ່ນມື້ທີ່ເຂົາເຈົ້າເຈິຄວາມຈິບຫາຍ
ແລະແມ່ນເວລາທີ່ພະເຈົ້າຈະຕັດສິນເຂົາເຈົ້າ.
22 ສຽງຂອງເອຢິບເປັນຄືກັບສຽງຂອງງູທີ່ກຳລັງເລືອໄປ.
ພວກສັດຕູທີ່ມີກຳລັງຫຼາຍໄດ້ເອົາຂວານມາໂຈມຕີເມືອງນີ້
ຄືກັບຄົນກຳລັງຕັດຕົ້ນໄມ້.’*
23 ພະເຢໂຫວາບອກວ່າ ‘ເຖິງວ່າປ່າຂອງເອຢິບຈະຕຶບໜາແລະເບິ່ງຄືວ່າຈະຜ່ານເຂົ້າໄປບໍ່ໄດ້ ແຕ່ພວກສັດຕູຈະຕັດມັນຖິ້ມ
ຍ້ອນພວກສັດຕູມີຫຼາຍກວ່າຝູງຕັກກະແຕນແລະມີຫຼາຍຈົນນັບບໍ່ຫຼ້ອນ.
24 ຄົນເອຢິບ*ຈະຕ້ອງອັບອາຍຂາຍໜ້າ
ແລະຈະຖືກມອບໄວ້ໃຫ້ຄົນທີ່ຢູ່ທາງເໜືອ.’+
25 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະລົງໂທດອາໂມນ+ພະເຈົ້າຂອງເມືອງໂນ*+ ຟາໂຣ ເອຢິບ ພວກກະສັດ ແລະພະເຈົ້າຕ່າງໆຂອງເອຢິບ.+ ເຮົາຈະລົງໂທດຟາໂຣແລະທຸກຄົນທີ່ໄວ້ໃຈລາວ.’+
26 ພະເຢໂຫວາບອກວ່າ ‘ເຮົາຈະມອບເຂົາເຈົ້າໄວ້ໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ ໄວ້ໃນມືຂອງເນບູກາດເນັດຊາກະສັດຂອງບາບີໂລນ+ແລະພວກຄົນຮັບໃຊ້ຂອງລາວ ແຕ່ຫຼັງຈາກນັ້ນກໍຈະມີຄົນອາໄສຢູ່ເອຢິບຄືກັບແຕ່ກີ້.+
27 ແຕ່ສຳລັບເຈົ້າຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້.
ອິດສະຣາເອນເອີ້ຍ ບໍ່ຕ້ອງຢ້ານ+
ຍ້ອນເຮົາຈະຊ່ວຍພວກເຈົ້າໃຫ້ກັບມາຈາກບ່ອນທີ່ໄກໆ
ແລະຈະຊ່ວຍລູກຫຼານຂອງພວກເຈົ້າຈາກແຜ່ນດິນທີ່ເຂົາເຈົ້າຖືກຈັບໄປເປັນຊະເລີຍ.+
ຢາໂຄບຈະກັບມາແບບສະບາຍໃຈແລະບໍ່ກັງວົນຫຍັງ
ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານໄດ້.’+
28 ພະເຢໂຫວາບອກວ່າ ‘ຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້ ຍ້ອນເຮົາຢູ່ນຳພວກເຈົ້າ.
ເຮົາຈະທຳລາຍທຸກຊາດທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່ນັ້ນ+
ແຕ່ເຮົາຈະບໍ່ທຳລາຍພວກເຈົ້າ.+
ເຮົາຈະສັ່ງສອນພວກເຈົ້າຕາມຄວາມເໝາະສົມ+
ແຕ່ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍທີ່ບໍ່ໄດ້ລົງໂທດ.’”