ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງໂສກເສົ້າ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງໂສກເສົ້າ

      • ເຢຣູຊາເລັມ​ເປັນ​ຄື​ກັບ​ແມ່​ໝ້າຍ

        • ລາວ​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ (1)

        • ຊີໂອນ​ເຮັດ​ຜິດ​ຮ້າຍ​ແຮງ​ຫຼາຍ (8, 9)

        • ພະເຈົ້າ​ບໍ່​ຍອມຮັບ​ຊີໂອນ (12-15)

        • ບໍ່​ມີ​ໃຜ​ປອບ​ໃຈ​ຊີໂອນ (17)

ເພງໂສກເສົ້າ 1:ຫົວບົດ

ໄຂເງື່ອນ

  • *

    ເພງ​ນີ້​ແຕ່ງ​ແບບ​ລຽງ​ລຳດັບ​ຕາມ​ໂຕ​ອັກສອນ​ໃນ​ພາສາ​ເຮັບເຣີ. ເບິ່ງ​ຄຳ​ວ່າ “ລຽງ​ລຳດັບ​ຕາມ​ໂຕ​ອັກສອນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ເພງໂສກເສົ້າ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 122:3, 4
  • +1ກສ 4:20
  • +ພບຍ 28:15, 48; 2ກສ 25:11, 12

ເພງໂສກເສົ້າ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 1:16
  • +ຢຣມ 4:30; ອຊກ 16:37
  • +ຢຣມ 30:14

ເພງໂສກເສົ້າ 1:3

ໄຂເງື່ອນ

  • *

    ຫຼື “ພວກ​ທີ່​ຂົ່ມເຫງ​ລາ​ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:33; 2ກສ 24:14, 15; 25:21; ຢຣມ 39:9; 52:27
  • +ຢຣມ 17:4
  • +ພບຍ 28:64

ເພງໂສກເສົ້າ 1:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ​ທີ່​ບໍ່​ເຄີຍ​ແຕ່ງດອງ​ແລະ​ບໍ່​ເຄີຍ​ມີ​ເພດ​ສຳພັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 8:10
  • +ອຊຢ 3:26

ເພງໂສກເສົ້າ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 1:15
  • +2ຂຄ 36:15, 16; ນຮຢ 9:33; ດນອ 9:7, 16
  • +ຢຣມ 39:9; 52:30

ເພງໂສກເສົ້າ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 24:21

ເພງໂສກເສົ້າ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:27
  • +ຢຣມ 52:4
  • +ພສ 137:7; ສສ 2:16

ເພງໂສກເສົ້າ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:4; 59:2; ອຊກ 22:4
  • +ຢຣມ 13:22; ອຊກ 23:29
  • +ຢຣມ 4:31

ເພງໂສກເສົ້າ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 8:7
  • +ຢຣມ 50:29

ເພງໂສກເສົ້າ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 52:17, 19; ດນອ 1:1, 2
  • +2ຂຄ 36:17, 18; ພສ 74:7; ຢຣມ 52:13

ເພງໂສກເສົ້າ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 38:9; 52:6; ສສ 2:12; 4:4

ເພງໂສກເສົ້າ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:7

ເພງໂສກເສົ້າ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:3

ເພງໂສກເສົ້າ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:37; ອຊກ 11:9

ເພງໂສກເສົ້າ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:14, 15
  • +2ຂຄ 36:17
  • +ພນມ 14:19; 19:15

ເພງໂສກເສົ້າ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:15

ເພງໂສກເສົ້າ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:31
  • +ພບຍ 28:49; 2ກສ 24:1, 2; 25:1
  • +ສສ 1:8

ເພງໂສກເສົ້າ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:33; ດນອ 9:7
  • +1ຊມ 12:14, 15
  • +ພບຍ 28:32

ເພງໂສກເສົ້າ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:14
  • +2ກສ 25:3; ຢຣມ 38:9

ເພງໂສກເສົ້າ 1:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 107:11; ອຊຢ 1:2; 63:10
  • +ພບຍ 32:25; ຢຣມ 15:2

ເພງໂສກເສົ້າ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:6, 7; ອບດ 12
  • +ອຊຢ 13:19; ຢຣມ 25:12-14; ຢອ 3:19
  • +ພສ 137:8, 9; ອຊຢ 51:22, 23

ເພງໂສກເສົ້າ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:35

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສສ. 1:1ພສ 122:3, 4
ສສ. 1:11ກສ 4:20
ສສ. 1:1ພບຍ 28:15, 48; 2ກສ 25:11, 12
ສສ. 1:2ສສ 1:16
ສສ. 1:2ຢຣມ 4:30; ອຊກ 16:37
ສສ. 1:2ຢຣມ 30:14
ສສ. 1:3ລລວ 26:33; 2ກສ 24:14, 15; 25:21; ຢຣມ 39:9; 52:27
ສສ. 1:3ຢຣມ 17:4
ສສ. 1:3ພບຍ 28:64
ສສ. 1:4ອຊຢ 3:26
ສສ. 1:4ອມ 8:10
ສສ. 1:5ຊຄຢ 1:15
ສສ. 1:52ຂຄ 36:15, 16; ນຮຢ 9:33; ດນອ 9:7, 16
ສສ. 1:5ຢຣມ 39:9; 52:30
ສສ. 1:6ອຊກ 24:21
ສສ. 1:71ກສ 10:27
ສສ. 1:7ຢຣມ 52:4
ສສ. 1:7ພສ 137:7; ສສ 2:16
ສສ. 1:8ອຊຢ 1:4; 59:2; ອຊກ 22:4
ສສ. 1:8ຢຣມ 13:22; ອຊກ 23:29
ສສ. 1:8ຢຣມ 4:31
ສສ. 1:9ຢຣມ 8:7
ສສ. 1:9ຢຣມ 50:29
ສສ. 1:10ຢຣມ 52:17, 19; ດນອ 1:1, 2
ສສ. 1:102ຂຄ 36:17, 18; ພສ 74:7; ຢຣມ 52:13
ສສ. 1:11ຢຣມ 38:9; 52:6; ສສ 2:12; 4:4
ສສ. 1:12ຢຣມ 21:7
ສສ. 1:13ພສ 102:3
ສສ. 1:14ລລວ 26:37; ອຊກ 11:9
ສສ. 1:152ກສ 24:14, 15
ສສ. 1:152ຂຄ 36:17
ສສ. 1:15ພນມ 14:19; 19:15
ສສ. 1:16ຢຣມ 31:15
ສສ. 1:17ຢຣມ 4:31
ສສ. 1:17ພບຍ 28:49; 2ກສ 24:1, 2; 25:1
ສສ. 1:17ສສ 1:8
ສສ. 1:18ນຮຢ 9:33; ດນອ 9:7
ສສ. 1:181ຊມ 12:14, 15
ສສ. 1:18ພບຍ 28:32
ສສ. 1:19ຢຣມ 30:14
ສສ. 1:192ກສ 25:3; ຢຣມ 38:9
ສສ. 1:20ພສ 107:11; ອຊຢ 1:2; 63:10
ສສ. 1:20ພບຍ 32:25; ຢຣມ 15:2
ສສ. 1:21ອຊກ 25:6, 7; ອບດ 12
ສສ. 1:21ອຊຢ 13:19; ຢຣມ 25:12-14; ຢອ 3:19
ສສ. 1:21ພສ 137:8, 9; ອຊຢ 51:22, 23
ສສ. 1:22ຢຣມ 51:35
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເພງໂສກເສົ້າ 1:1-22

ເພງໂສກເສົ້າ

א [ອາເລບ]*

1 ເຢຣູຊາເລັມ​ເຊິ່ງ​ເປັນ​ເມືອງ​ທີ່​ເຄີຍ​ມີ​ຄົນ​ຫຼາຍ+ ຕອນນີ້​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ​ແລ້ວ.

ລາວ​ທີ່​ເຄີຍ​ເປັນ​ຂວັນໃຈ​ຂອງ​ຊາດ​ຕ່າງ​ໆ​+ ຕອນນີ້​ເປັນ​ຄື​ກັບ​ແມ່ໝ້າຍ​ແລ້ວ.

ລາວ​ທີ່​ເຄີຍ​ເປັນ​ເຈົ້າຍິງ​ຂອງ​ແຂວງ​ຕ່າງ​ໆ​ກາຍ​ມາ​ເປັນ​ທາດ​ແລ້ວ.+

ב [ເບດ]

 2 ໃນ​ຕອນ​ກາງ​ຄືນ ລາວ​ຮ້ອງໄຫ້​ໂສກເສົ້າ​ຫຼາຍ+​ແລະ​ນ້ຳຕາ​ກໍ​ໄຫຼ​ອາບ​ແກ້ມ.

ບໍ່​ມີ​ຄົນ​ຮັກ​ຂອງ​ລາວ​ຈັກ​ຄົນ​ມາ​ປອບ​ໃຈ​ລາວ.+

ໝູ່​ຂອງ​ລາວ​ທຸກຄົນ​ກໍ​ທໍລະຍົດ​ລາວ+​ແລະ​ກາຍ​ມາ​ເປັນ​ສັດຕູ​ຂອງ​ລາວ.

ג [ກີເມວ]

 3 ລູກສາວ​ຂອງ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ລາວ​ຕ້ອງ​ທົນທຸກ​ແລະ​ຖືກ​ບັງຄັບ​ໃຫ້​ເປັນ​ທາດ.+

ລາວ​ຕ້ອງ​ໄປ​ຢູ່​ກັບ​ຊາດ​ຕ່າງ​ໆ​+​ແລະ​ບໍ່​ມີ​ຄວາມ​ສະຫງົບໃຈ​ເລີຍ.

ພວກ​ສັດຕູ​ຂອງ​ລາວ*​ນຳທັນ​ລາວ​ຕອນ​ທີ່​ລາວ​ປົກປ້ອງ​ໂຕເອງ​ບໍ່​ໄດ້.

ד [ດາເລດ]

 4 ທາງ​ຕ່າງ​ໆ​ທີ່​ຈະ​ໄປ​ຊີໂອນ​ພາກັນ​ໂສກເສົ້າ​ຍ້ອນ​ບໍ່​ມີ​ໃຜ​ມາ​ຮ່ວມ​ສະຫຼອງ​ເທດສະການ.+

ປະຕູ​ເມືອງ​ທັງໝົດ​ເປ່ເພ​ໝົດ​ແລ້ວ.+ ພວກ​ປະໂລຫິດ​ກໍ​ຖອນ​ຫາຍໃຈ.

ຜູ້​ສາວ​ທີ່​ບໍລິສຸດ*​ກໍ​ພາກັນ​ຮ້ອງໄຫ້​ທຸກໃຈ​ຫຼາຍ.

ה [ເຮ]

 5 ພວກ​ຜູ້​ທຳລາຍ​ລາວ​ກາຍ​ມາ​ເປັນ​ເຈົ້ານາຍ​ຂອງ​ລາວ​ແລະ​ພວກ​ສັດຕູ​ຂອງ​ລາວ​ບໍ່​ກັງວົນ​ຫຍັງ​ເລີຍ.+

ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ໂສກເສົ້າ​ຍ້ອນ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ.+

ລູກ​ຂອງ​ລາວ​ຖືກ​ພວກ​ສັດຕູ​ຈັບ​ໄປ​ເປັນ​ຊະເລີຍ.+

ו [ວາວ]

 6 ລູກສາວ​ຂອງ​ຊີໂອນ​ບໍ່​ມີ​ສະຫງ່າ​ລາສີ​ແລ້ວ.+

ພວກ​ເຈົ້ານາຍ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ກວາງ​ທີ່​ຊອກຫາ​ທົ່ງຫຍ້າ​ບໍ່​ເຫັນ

ແລະ​ຍ່າງ​ແບບ​ໝົດ​ເຫື່ອ​ໝົດ​ແຮງ​ຕໍ່​ໜ້າ​ຜູ້​ທີ່​ໄລ່ລ່າ.

ז [ຊາຢິນ]

 7 ຕອນ​ທີ່​ເຢຣູຊາເລັມ​ທົນ​ທຸກ​ແລະ​ຄົນ​ໃນ​ເມືອງ​ບໍ່​ມີ​ບ່ອນ​ຢູ່

ລາວ​ກໍ​ຄິດເຖິງ​ສິ່ງ​ທີ່​ມີຄ່າ​ທັງໝົດ​ທີ່​ລາວ​ເຄີຍ​ມີ​ໃນ​ສະໄໝ​ແຕ່​ກີ້.+

ຄົນ​ຂອງ​ລາວ​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ລາວ+

ແລະ​ເມື່ອ​ສັດຕູ​ເຫັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ເຍາະເຍີ້ຍ​ລາວ​ທີ່​ລາວ​ຈິບຫາຍ.+

ח [ເຮດ]

 8 ເຢຣູຊາເລັມ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ+

ລາວ​ຈຶ່ງ​ໜ້າລັງກຽດ.

ທຸກຄົນ​ທີ່​ເຄີຍ​ໃຫ້​ກຽດ​ລາວ​ກໍ​ດູຖູກ​ລາວ​ຍ້ອນ​ເຂົາເຈົ້າ​ເຫັນ​ລາວ​ປະໂປ້+

ລາວ​ຈຶ່ງ​ຮ້ອງຄາງ+​ແລະ​ປິ່ນ​ໜ້າ​ໜີ​ດ້ວຍ​ຄວາມ​ອັບອາຍ.

ט [ເທດ]

 9 ເຄື່ອງນຸ່ງ​ຂອງ​ລາວ​ມີ​ຮອຍ​ເປື້ອນ.

ລາວ​ບໍ່​ໄດ້​ຄິດເຖິງ​ອະນາຄົດ​ຂອງ​ລາວ​ເລີຍ.+

ຄວາມ​ຈິບຫາຍ​ຂອງ​ລາວ​ເປັນ​ຕາ​ໜ້າ​ຕົກໃຈ​ຫຼາຍ​ແລະ​ບໍ່​ມີ​ໃຜ​ປອບໃຈ​ລາວ​ເລີຍ.

ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເບິ່ງ​ຄວາມທຸກ​ຂອງ​ລູກ ຍ້ອນ​ສັດຕູ​ກຳລັງ​ເວົ້າ​ອວດ​ເລື່ອງ​ໄຊຊະນະ​ຂອງ​ໂຕເອງ.”+

י [ໂຢດ]

10 ພວກ​ສັດຕູ​ໄດ້​ປຸ້ນ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ລາວ​ໄປ.+

ລາວ​ເຫັນ​ຊາດ​ຕ່າງ​ໆ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ຂອງ​ລາວ+

ທັງ​ໆ​ທີ່​ພະອົງ​ໄດ້​ສັ່ງ​ໄວ້​ແລ້ວ​ວ່າ ຫ້າມ​ເຂົາເຈົ້າ​ໄປ​ລວມ​ໂຕ​ກັບ​ປະຊາຊົນ​ຂອງ​ພະອົງ.

כ [ຄາບ]

11 ຄົນ​ຂອງ​ລາວ​ພາກັນ​ຖອນ​ຫາຍໃຈ. ເຂົາເຈົ້າ​ກຳລັງ​ຊອກຫາ​ແນວກິນ.+

ເຂົາເຈົ້າ​ເອົາ​ຂອງ​ມີຄ່າ​ໄປ​ແລກ​ເອົາ​ອາຫານ​ມາ​ກິນ​ເພື່ອ​ຈະ​ລອດ​ຕາຍ ແຕ່​ກໍ​ໄດ້​ມາ​ໜ້ອຍ​ດຽວ.

ພະ​ເຢໂຫວາ​ເອີ້ຍ ເບິ່ງ​ແມ້! ລູກ​ກາຍ​ເປັນ​ຜູ້ຍິງ​ທີ່​ບໍ່​ມີຄ່າ​ແລ້ວ.

ל [ລາ​ເມດ]

12 ພວກເຈົ້າ​ທີ່​ກຳລັງ​ຍ່າງ​ໄປ​ຕາມ​ຫົນທາງ​ບໍ່​ຮູ້ສຶກ​ຫຍັງ​ເລີຍບໍ?

ເບິ່ງ​ແມ້!

ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ຂ້ອຍ​ໃນ​ມື້​ທີ່​ເພິ່ນ​ໃຈຮ້າຍ.+

ມີ​ຄວາມ​ເຈັບປວດ​ແບບ​ໃດ​ຄື​ກັບ​ຄວາມ​ເຈັບປວດ​ຂອງ​ຂ້ອຍ​ບໍ?

מ [ເມັມ]

13 ເພິ່ນ​ສົ່ງ​ໄຟ​ຈາກ​ຟ້າ​ມາ​ຈູດ​ກະດູກ​ຂອງ​ຂ້ອຍ+​ທຸກອັນ.

ເພິ່ນ​ກາງ​ຕານ່າງ​ໄວ້​ດັກ​ຕີນ​ຂ້ອຍ​ແລະ​ບັງຄັບ​ຂ້ອຍ​ໃຫ້​ຖອຍ​ກັບ​ໄປ.

ເພິ່ນ​ເຮັດ​ໃຫ້​ຂ້ອຍ​ກາຍ​ເປັນ​ຜູ້ຍິງ​ທີ່​ຖືກ​ຖິ້ມ.

ຂ້ອຍ​ບໍ່​ສະບາຍ​ໝົດມື້​ໝົດເວັນ.

נ [ນູນ]

14 ຄວາມ​ຜິດ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ແອກ​ທີ່​ເພິ່ນ​ມັດ​ໃສ່​ຂ້ອຍ.

ມັນ​ຢູ່​ເທິງ​ຄໍ​ຂອງ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ໝົດ​ເຫື່ອ​ໝົດ​ແຮງ.

ພະ​ເຢໂຫວາ​ມອບ​ຂ້ອຍ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຂ້ອຍ​ສູ້​ບໍ່​ໄດ້.+

ס [ຊາເມກ]

15 ພະ​ເຢໂຫວາ​ໂຍນ​ຄົນ​ເກັ່ງ​ໆ​ທີ່​ຢູ່​ນຳ​ຂ້ອຍ​ອອກ​ໄປ​ຈົນ​ໝົດ.+

ເພິ່ນ​ເອີ້ນ​ຄົນ​ມາ​ລວມໂຕ​ກັນ​ເພື່ອ​ຕໍ່ສູ້​ຂ້ອຍ​ແລະ​ທຳລາຍ​ຄົນໜຸ່ມ​ຂອງ​ຂ້ອຍ.+

ພະ​ເຢໂຫວາ​ໄດ້​ຢຽບ​ລູກສາວ​ທີ່​ບໍລິສຸດ​ຂອງ​ຢູດາ​ໃນ​ອ່າງ​ຢຽບ​ໝາກ​ລະແຊັງ.+

ע [ອາຢິນ]

16 ຂ້ອຍ​ຮ້ອງໄຫ້​ຍ້ອນ​ສິ່ງ​ເຫຼົ່ານີ້.+ ຕາ​ຂອງ​ຂ້ອຍ​ມີ​ແຕ່​ນ້ຳຕາ

ຍ້ອນ​ຄົນ​ທີ່​ຈະ​ປອບ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ສົດ​ຊື່ນ​ກໍ​ຢູ່​ໄກ​ຈາກ​ຂ້ອຍ.

ພວກ​ລູກຊາຍ​ຂອງ​ຂ້ອຍ​ຖືກ​ປະຖິ້ມ​ຍ້ອນ​ສັດຕູ​ຊະນະ​ແລ້ວ.

פ [ເພ]

17 ຊີໂອນ​ເດ່​ມື​ອອກ​ໄປ+ ແຕ່​ກໍ​ບໍ່​ມີ​ໃຜ​ປອບໃຈ​ລາວ.

ພະ​ເຢໂຫວາ​ສັ່ງ​ທຸກຄົນ​ທີ່​ຢູ່​ອ້ອມຂ້າງ​ຢາໂຄບ​ໃຫ້​ເຮັດໂຕ​ເປັນ​ສັດຕູ​ກັບ​ລາວ.+

ເຢຣູຊາເລັມ​ກາຍ​ເປັນ​ສິ່ງ​ທີ່​ໜ້າລັງກຽດ​ສຳລັບ​ເຂົາເຈົ້າ.+

צ [ຊາເດ]

18 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ.+ ຍ້ອນ​ຂ້ອຍ​ບໍ່​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ລົງໂທດ​ຂ້ອຍ.+

ຊາດ​ຕ່າງ​ໆ​ເອີ້ຍ ຂໍ​ໃຫ້​ຟັງ​ແລະ​ເບິ່ງ​ວ່າ​ຂ້ອຍ​ເຈັບປວດ​ສ່ຳໃດ.

ພວກ​ຜູ້​ສາວ​ທີ່​ບໍລິສຸດ​ແລະ​ພວກ​ຊາຍໜຸ່ມ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລ້ວ.+

ק [ໂຄບ]

19 ຂ້ອຍ​ເອີ້ນ​ຫາ​ພວກ​ຄົນຮັກ​ຂອງ​ຂ້ອຍ ແຕ່​ເຂົາເຈົ້າ​ຫັກຫຼັງ​ຂ້ອຍ​ໝົດ​ແລ້ວ.+

ພວກ​ປະໂລຫິດ​ແລະ​ພວກ​ຜູ້ນຳ​ໃນ​ເມືອງ​ຂອງ​ຂ້ອຍ​ກໍ​ຕາຍ

ຕອນ​ທີ່​ເຂົາເຈົ້າ​ໄປ​ຊອກຫາ​ແນວກິນ​ເພື່ອ​ຈະ​ລອດ​ຊີວິດ.+

ר [ເຣດ]

20 ພະ​ເຢໂຫວາ​ເອີ້ຍ ເບິ່ງແມ້! ລູກ​ທຸກໃຈ​ຫຼາຍ.

ລູກ​ຮູ້ສຶກ​ກະວົນ​ກະວາຍ.

ຫົວໃຈ​ຂອງ​ລູກ​ແຕກສະຫຼາຍ ຍ້ອນ​ລູກ​ໄດ້​ກະບົດ​ຕໍ່​ພະອົງ.+

ຢູ່​ນອກ​ເຮືອນ​ກໍ​ມີ​ດາບ​ທີ່​ຂ້າ​ລູກ​ຂອງ​ລູກ+​ແລະ​ຢູ່​ໃນ​ເຮືອນ​ກໍ​ມີ​ຄົນ​ຕາຍ.

ש [ຊິນ]

21 ຄົນອື່ນ​ໆ​ໄດ້​ຍິນ​ສຽງ​ຖອນ​ຫາຍໃຈ​ຂອງ​ລູກ ແຕ່​ພັດ​ບໍ່​ມີ​ໃຜ​ຈັກ​ຄົນ​ປອບໃຈ​ລູກ.

ສັດຕູ​ທັງໝົດ​ຂອງ​ລູກ​ໄດ້​ຍິນ​ເລື່ອງ​ຄວາມ​ຈິບຫາຍ​ຂອງ​ລູກ.

ເຂົາເຈົ້າ​ພາກັນ​ດີໃຈ ຍ້ອນ​ພະອົງ​ເຮັດ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ກັບ​ລູກ.+

ແຕ່​ຈະ​ມີ​ມື້​ໜຶ່ງ​ທີ່​ພະອົງ​ຈະ​ເຮັດ​ກັບ​ເຂົາເຈົ້າ​ຄື​ກັບ​ທີ່​ພະອົງ​ໄດ້​ສັນຍາ​ໄວ້.+ ໃນ​ມື້​ນັ້ນ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ລູກ.+

ת [ເທົາ]

22 ຂໍ​ໃຫ້​ພະອົງ​ເຫັນ​ຄວາມ​ຊົ່ວ​ທັງໝົດ​ຂອງ​ເຂົາເຈົ້າ​ແລະ​ຂໍ​ພະອົງ​ລົງໂທດ​ເຂົາເຈົ້າ​ໃຫ້​ໜັກ​ໆ​ໂລດ+

ຄື​ກັບ​ທີ່​ພະອົງ​ໄດ້​ລົງໂທດ​ລູກ​ໜັກ​ໆ​ຍ້ອນ​ຄວາມ​ຜິດ​ທັງໝົດ​ຂອງ​ລູກ.

ລູກ​ຖອນ​ຫາຍໃຈ​ບໍ່​ເຊົາ​ແລະ​ລູກ​ເຈັບປວດ​ໃຈ​ຫຼາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌