ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ການ​ແຕ່ງຕັ້ງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ໃຫ້​ເປັນ​ປະໂລຫິດ (1-36)

ລະບຽບພວກເລວີ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:1
  • +ອພຍ 28:4; 39:33, 41
  • +ອພຍ 30:23-25; 40:15
  • +ອພຍ 29:1, 2

ລະບຽບພວກເລວີ 8:3

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ລະບຽບພວກເລວີ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:4; 40:12

ລະບຽບພວກເລວີ 8:7

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:39
  • +ອພຍ 39:27, 29
  • +ອພຍ 39:22
  • +ອພຍ 28:6; 39:2
  • +ອພຍ 28:8; 29:5; 39:20

ລະບຽບພວກເລວີ 8:8

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:15; 39:9
  • +ອພຍ 28:30

ລະບຽບພວກເລວີ 8:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:6; 39:27, 28
  • +ອພຍ 28:36; 39:30

ລະບຽບພວກເລວີ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:26-28

ລະບຽບພວກເລວີ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:4, 7; 30:30; 40:13; ລລວ 21:10; ພສ 133:2

ລະບຽບພວກເລວີ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:40; 29:8, 9

ລະບຽບພວກເລວີ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:10-14; ລລວ 4:3, 4; 16:6

ລະບຽບພວກເລວີ 8:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍລິສຸດ​ແລະ​ບໍ່​ມີ​ບາບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:21, 22

ລະບຽບພວກເລວີ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:8, 9

ລະບຽບພວກເລວີ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:11, 12; 16:27

ລະບຽບພວກເລວີ 8:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:15-18; ລລວ 1:4

ລະບຽບພວກເລວີ 8:21

ໄຂເງື່ອນ

  • *

    ໝາຍເຖິງ​ຕັ້ງແຕ່​ຫົວ​ເຂົ່າ​ໄປ​ຈົນ​ຮອດ​ຂໍ້​ຕີນ

  • *

    ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ລະບຽບພວກເລວີ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:33
  • +ອພຍ 29:19, 20

ລະບຽບພວກເລວີ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:6

ລະບຽບພວກເລວີ 8:25

ໄຂເງື່ອນ

  • *

    ແກະ​ໃນ​ສະໄໝ​ນັ້ນ​ມີ​ຫາງ​ທີ່​ມີ​ນ້ຳມັນ​ຫຼາຍ ປົກກະຕິ​ແລ້ວ​ຈະ​ໜັກ​ບໍ່​ຕ່ຳ​ກວ່າ 5 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:22-25

ລະບຽບພວກເລວີ 8:26

ໄຂເງື່ອນ

  • *

    ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:4
  • +ອພຍ 29:1, 2

ລະບຽບພວກເລວີ 8:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:29, 30
  • +ອພຍ 29:26, 27; ລລວ 7:34, 35

ລະບຽບພວກເລວີ 8:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:30
  • +ຈຊບ 3:2, 3
  • +ອພຍ 29:21

ລະບຽບພວກເລວີ 8:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:28
  • +ອພຍ 29:31, 32; 1ກຣ 9:13

ລະບຽບພວກເລວີ 8:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:34

ລະບຽບພວກເລວີ 8:33

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເທ​ໃສ່​ມື​ພວກເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:30, 35; ຈຊບ 3:2, 3

ລະບຽບພວກເລວີ 8:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:36; ລລວ 17:11

ລະບຽບພວກເລວີ 8:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:37
  • +ຈຊບ 1:53

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 8:2ອພຍ 28:1
ລລວ. 8:2ອພຍ 28:4; 39:33, 41
ລລວ. 8:2ອພຍ 30:23-25; 40:15
ລລວ. 8:2ອພຍ 29:1, 2
ລລວ. 8:6ອພຍ 29:4; 40:12
ລລວ. 8:7ອພຍ 28:39
ລລວ. 8:7ອພຍ 39:27, 29
ລລວ. 8:7ອພຍ 39:22
ລລວ. 8:7ອພຍ 28:6; 39:2
ລລວ. 8:7ອພຍ 28:8; 29:5; 39:20
ລລວ. 8:8ອພຍ 28:15; 39:9
ລລວ. 8:8ອພຍ 28:30
ລລວ. 8:9ອພຍ 29:6; 39:27, 28
ລລວ. 8:9ອພຍ 28:36; 39:30
ລລວ. 8:10ອພຍ 30:26-28
ລລວ. 8:12ອພຍ 29:4, 7; 30:30; 40:13; ລລວ 21:10; ພສ 133:2
ລລວ. 8:13ອພຍ 28:40; 29:8, 9
ລລວ. 8:14ອພຍ 29:10-14; ລລວ 4:3, 4; 16:6
ລລວ. 8:15ຮຣ 9:21, 22
ລລວ. 8:16ລລວ 4:8, 9
ລລວ. 8:17ລລວ 4:11, 12; 16:27
ລລວ. 8:18ອພຍ 29:15-18; ລລວ 1:4
ລລວ. 8:22ລລວ 8:33
ລລວ. 8:22ອພຍ 29:19, 20
ລລວ. 8:24ອພຍ 24:6
ລລວ. 8:25ອພຍ 29:22-25
ລລວ. 8:26ລລວ 2:4
ລລວ. 8:26ອພຍ 29:1, 2
ລລວ. 8:29ລລວ 7:29, 30
ລລວ. 8:29ອພຍ 29:26, 27; ລລວ 7:34, 35
ລລວ. 8:30ອພຍ 30:30
ລລວ. 8:30ຈຊບ 3:2, 3
ລລວ. 8:30ອພຍ 29:21
ລລວ. 8:31ລລວ 6:28
ລລວ. 8:31ອພຍ 29:31, 32; 1ກຣ 9:13
ລລວ. 8:32ອພຍ 29:34
ລລວ. 8:33ອພຍ 29:30, 35; ຈຊບ 3:2, 3
ລລວ. 8:34ອພຍ 29:36; ລລວ 17:11
ລລວ. 8:35ອພຍ 29:37
ລລວ. 8:35ຈຊບ 1:53
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 8:1-36

ລະບຽບພວກເລວີ

8 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ພາ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ມາ.+ ໃຫ້​ເອົາ​ຊຸດ​ປະໂລຫິດ​ຂອງ​ເຂົາ​ເຈົ້າ+ ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ+ ງົວ​ໂຕ​ຜູ້​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແກະ​ໂຕ​ຜູ້ 2 ໂຕ ກັບ​ກະດົ້ງ​ທີ່​ໃສ່​ເຂົ້າຈີ່​ບໍ່​ມີ​ເຊື້ອ+ມາ​ນຳ 3 ແລະ​ໃຫ້​ເອີ້ນພວກ​ອິດສະຣາເອນມາ​ປະຊຸມ​ກັນ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.”*

4 ໂມເຊ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ ແລະ​ພວກ​ອິດສະຣາເອນ​ໄດ້​ມາ​ລວມ​ໂຕ​ກັນ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. 5 ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ເຮົາ​ເຮັດ​ແນວ​ນີ້.” 6 ໂມເຊ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ມາ​ຢູ່​ໃກ້​ໆ​ລາວ ແລະ​ເອົາ​ນ້ຳ+​ລ້າງ​ໂຕ​ໃຫ້​ເຂົາ​ເຈົ້າ. 7 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ເອົາ​ຊຸດ​ຍາວ+​ນຸ່ງ​ໃຫ້​ອາໂຣນ ເອົາ​ຜ້າ​ມັດ​ແອວ+​ມັດ​ໃຫ້ ນຸ່ງ​ເສື້ອ​ແຂນ​ກິ້ນ+ໃຫ້ ໃສ່​ເອໂຟດ*+ໃຫ້ ແລະ​ເອົາ​ຜ້າ​ມັດ​ແອວ+​ທີ່​ໃຊ້​ມັດ​ເອໂຟດ​ມັດ​ໃຫ້​ລາວ​ເພື່ອ​ໃຫ້​ເອໂຟດ​ຢູ່​ດີ. 8 ຈາກ​ນັ້ນ ໂມເຊ​ກໍ​ເອົາ​ແຜ່ນ​ປົກ​ເອິກ+ມາ​ໃສ່​ໃຫ້​ລາວ ແລະ​ເອົາ​ອູຣີມ​ກັບ​ທູມມີມ*+ໃສ່​ໃນ​ແຜ່ນ​ປົກ​ເອິກ. 9 ແລ້ວ​ກໍ​ເອົາ​ຜ້າ+​ມາ​ຄຽນ​ຫົວ​ໃຫ້​ລາວ ແລະ​ເອົາ​ແຜ່ນ​ຄຳ​ເຫຼື້ອມ​ງາມເຊິ່ງ​ເປັນ​ເຄື່ອງ​ໝາຍ​ບໍລິສຸດ​ທີ່​ສະແດງ​ເຖິງ​ການ​ອຸທິດ​ໂຕ+​ໃຫ້​ພະເຈົ້າ​ມາ​ມັດ​ຕິດ​ຢູ່​ທາງ​ໜ້າ​ຂອງ​ຜ້າ​ຄຽນ​ຫົວ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

10 ແລ້ວ​ໂມເຊ​ກໍ​ເອົາ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ​ມາທາ​ໃສ່​ເຕັ້ນ​ສັກສິດກັບ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເຕັ້ນ+ ເພື່ອ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ. 11 ຫຼັງ​ຈາກ​ນັ້ນ ລາວ​ເອົາ​ນ້ຳມັນ​ສ່ວນ​ໜຶ່ງ​ມາ​ຊິດ 7 ເທື່ອໃສ່​ແທ່ນ​ບູຊາກັບ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ແທ່ນ​ນັ້ນ ແລະ​ຊິດ​ໃສ່​ອ່າງ​ກັບ​ຂາ​ຕັ້ງ​ອ່າງ​ເພື່ອ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ. 12 ສຸດທ້າຍ ໂມເຊ​ກໍ​ເອົາ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ​ສ່ວນ​ໜຶ່ງ​ເທ​ໃສ່​ຫົວ​ຂອງ​ອາໂຣນ​ເພື່ອ​ແຕ່ງຕັ້ງ​ລາວ ແລະແຍກ​ລາວ​ໄວ້​ຕ່າງ​ຫາກສຳລັບ​ວຽກ​ບໍລິສຸດ.+

13 ແລ້ວ​ໂມເຊ​ກໍ​ໃຫ້​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ມາ​ຢູ່​ໃກ້​ໆ​ລາວ. ຈາກ​ນັ້ນ ລາວ​ກໍ​ເອົາ​ຊຸດ​ຍາວ​ນຸ່ງ​ໃຫ້​ເຂົາ​ເຈົ້າ ເອົາ​ຜ້າ​ມັດ​ແອວ​ມັດ​ໃຫ້ ແລະ​ໃສ່​ໝວກ​ໃຫ້​ເຂົາ​ເຈົ້າ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

14 ຫຼັງ​ຈາກ​ນັ້ນ ໂມເຊ​ເອົາ​ງົວ​ໂຕ​ຜູ້​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ ແລະ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ກໍ​ເອົາ​ມື​ວາງ​ເທິງ​ຫົວ​ງົວ​ໂຕ​ນັ້ນ.+ 15 ໂມເຊ​ຂ້າ​ງົວ​ໂຕ​ນັ້ນ ແລ້ວ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ+ ແລະ​ເອົາ​ໄປ​ຕ້ວຍ​ໃສ່​ເຂົາ​ທີ່​ຢູ່​ແທ່ນ​ບູຊາ. ລາວເຮັດ​ໃຫ້​ແທ່ນ​ບູຊາ​ນັ້ນ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ.* ແຕ່​ເລືອດ​ສ່ວນ​ທີ່​ເຫຼືອ ລາວ​ເອົາ​ໄປ​ເທ​ໃສ່​ທາງ​ລຸ່ມ​ຂອງ​ແທ່ນ​ບູຊາ. ຍ້ອນ​ແນວ​ນີ້ໂມເຊ​ໄດ້​ເຮັດ​ໃຫ້​ແທ່ນ​ບູຊາ​ນັ້ນ​ບໍລິສຸດ ແລະ​ຈະ​ເອົາ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຕ່າງ​ໆ​ໄປ​ເຜົາ​ເທິງ​ແທ່ນ​ນັ້ນ​ໄດ້. 16 ຈາກ​ນັ້ນ ໂມເຊ​ກໍ​ເອົາ​ນ້ຳມັນ​ທັງ​ໝົດ​ທີ່​ຕິດ​ຢູ່​ໄສ້ ນ້ຳມັນ​ທີ່​ຕິດ​ຢູ່​ຕັບ ໝາກ​ໄຂ່​ຫຼັງ 2 ໜ່ວຍ​ກັບ​ນ້ຳມັນ​ທີ່​ຕິດ​ຢູ່​ຫັ້ນ​ອອກ​ມາ ແລະ​ເອົາ​ສ່ວນ​ເຫຼົ່າ​ນີ້​ໄປ​ເຜົາ​ເທິງ​ແທ່ນ.+ 17 ແລ້ວ​ລາວ​ເອົາ​ໜັງ ຊີ້ນ ຂີ້​ກັບ​ສ່ວນ​ທີ່​ເຫຼືອ​ຂອງ​ງົວ​ໂຕ​ນັ້ນ​ໄປ​ຈູດ​ຢູ່​ນອກ​ຄ້າຍ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

18 ໂມເຊ​ເອົາ​ແກະ​ໂຕ​ຜູ້​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ​ມາ ແລະ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ເອົາ​ມື​ວາງ​ເທິງ​ຫົວ​ແກະ​ໂຕ​ນັ້ນ.+ 19 ຈາກ​ນັ້ນ ໂມເຊ​ກໍ​ຂ້າ​ມັນ ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ. 20 ໂມເຊ​ຕັດ​ແກະ​ໂຕ​ນັ້ນ​ເປັນ​ຕ່ອນ​ໆ​ ແລ້ວ​ເອົາ​ຫົວ​ກັບ​ຕ່ອນ​ທີ່​ຕັດ ແລະ​ນ້ຳມັນ​ທີ່​ຕິດ​ຢູ່​ໝາກ​ໄຂ່​ຫຼັງ​ໄປ​ລຽນ​ຢູ່ໄຟ​ເທິງ​ແທ່ນ​ບູຊາ. 21 ລາວ​ລ້າງ​ໄສ້​ກັບ​ຂາ* ແລະ​ເອົາ​ສ່ວນ​ຕ່າງ​ໆ​ທັງ​ໝົດ​ຂອງ​ແກະ​ໂຕ​ນັ້ນ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ. ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພໍ​ໃຈ* ແລະ​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

22 ແລ້ວ​ໂມເຊ​ກໍ​ເອົາ​ແກະ​ໂຕ​ຜູ້​ໂຕ​ທີ 2 ມາ ເພື່ອ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ແຕ່ງຕັ້ງ+ ແລະ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ກໍ​ວາງ​ມື​ເທິງ​ຫົວ​ແກະ​ໂຕ​ນັ້ນ.+ 23 ໂມເຊ​ຂ້າ​ແກະ​ໂຕ​ນັ້ນ ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ມັນ​ມາ​ຈ້ຳ​ໃສ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ​ກັບ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ອາໂຣນ. 24 ຈາກ​ນັ້ນ ໂມເຊ​ໃຫ້​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ຫຍັບ​ອອກ​ມາ​ທາງ​ໜ້າ ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ມາ​ຈ້ຳ​ໃສ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ​ກັບ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ເຂົາ​ເຈົ້າ ແລ້ວ​ໂມເຊ​ກໍ​ເອົາ​ເລືອດ​ສ່ວນ​ທີ່​ເຫຼືອ​ໄປ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ.+

25 ແລ້ວ​ໂມເຊ​ກໍ​ເອົາ​ນ້ຳມັນ​ທັງ​ໝົດ​ຂອງ​ແກະ​ໂຕ​ນັ້ນ​ອອກ​ຄື: ຫາງ​ທີ່​ມີ​ນ້ຳມັນ* ນ້ຳມັນ​ທັງ​ໝົດ​ທີ່​ຕິດ​ຢູ່​ໄສ້ ນ້ຳມັນ​ທີ່​ຕິດ​ຢູ່​ຕັບ ໝາກ​ໄຂ່​ຫຼັງ 2 ໜ່ວຍ​ກັບ​ນ້ຳມັນ​ທີ່​ຕິດ​ຢູ່​ຫັ້ນ ແລະ​ຕັດ​ຂາ​ຫຼັງ​ເບື້ອງ​ຂວາ​ຂອງ​ມັນ​ອອກ​ນຳ.+ 26 ລາວ​ເອົາ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ອອກ​ຈາກ​ກະດົ້ງ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຄື: ເຂົ້າຈີ່​ບໍ່​ມີ​ເຊື້ອ​ຮູບ​ວົງມົນ*+ 1 ອັນ ເຂົ້າຈີ່​ຮູບ​ວົງມົນ​ທີ່​ທາ​ນ້ຳມັນ 1 ອັນ+ ແລະ​ເຂົ້າຈີ່​ແຜ່ນ​ບາງ​ໆ​ 1 ອັນ. ແລ້ວ​ລາວ​ກໍ​ເອົາ​ເຂົ້າຈີ່​ເຫຼົ່າ​ນັ້ນ​ໄປ​ຢອງ​ຢູ່​ເທິງ​ນ້ຳມັນ​ກັບ​ຂາ​ຫຼັງ​ເບື້ອງ​ຂວາ​ຂອງ​ແກະ​ໂຕ​ນັ້ນ. 27 ຈາກ​ນັ້ນ ລາວ​ກໍ​ເອົາ​ທຸກ​ຢ່າງ​ໃສ່​ມື​ຂອງ​ອາໂຣນ​ກັບ​ມື​ຂອງ​ພວກ​ລູກ​ຊາຍ ແລ້ວເຂົາ​ເຈົ້າ​ກໍ​ເລີ່ມ​ເອົາ​ເຄື່ອງ​ນັ້ນ​ຊູ​ໄປ​ຊູມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ. 28 ແລ້ວ​ໂມເຊ​ກໍ​ເອົາ​ທຸກ​ຢ່າງ​ຈາກ​ມື​ຂອງ​ເຂົາ​ເຈົ້າ​ໄປ​ຢອງ​ຢູ່​ເທິງ​ເຄື່ອງ​ບູຊາ​ເຜົາ ແລະ​ເຜົາ​ຢູ່​ເທິງ​ແທ່ນ. ນີ້​ແມ່ນ​ເຄື່ອງ​ບູຊາ​ແຕ່ງຕັ້ງ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພໍ​ໃຈ ແລະ​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ.

29 ໂມເຊ​ເອົາ​ຊີ້ນ​ສ່ວນ​ເອິກ​ຊູ​ໄປ​ຊູມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ ສ່ວນ​ນີ້​ຂອງ​ແກະ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ແຕ່ງຕັ້ງ​ເປັນ​ສ່ວນ​ແບ່ງ​ຂອງ​ໂມເຊ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ລາວ.+

30 ໂມເຊ​ໄດ້​ເອົາ​ສ່ວນ​ໜຶ່ງ​ຂອງ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ+ ແລະ​ເອົາ​ສ່ວນ​ໜຶ່ງ​ຂອງ​ເລືອດ​ທີ່​ຢູ່​ເທິງ​ແທ່ນ​ບູຊາ​ມາ​ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລ້ວ​ຊິດ​ໃສ່​ພວກ​ລູກ​ຊາຍ​ຂອງ​ອາໂຣນ+​ກັບ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ.+ ຍ້ອນ​ແນວ​ນີ້ ໂມເຊ​ໄດ້​ແຍກ​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ໄດ້​ແຍກ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ສຳລັບວຽກ​ບໍລິສຸດ.

31 ຈາກ​ນັ້ນ ໂມເຊ​ເວົ້າ​ກັບ​ອາໂຣນ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ: “ໃຫ້​ພວກ​ເຈົ້າ​ຕົ້ມ+​ຊີ້ນ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. ພວກ​ເຈົ້າ​ຕ້ອງ​ກິນ​ຊີ້ນ​ນັ້ນ​ກັບ​ເຂົ້າຈີ່​ທີ່​ໃຊ້​ແຕ່ງຕັ້ງ​ເຊິ່ງ​ຢູ່​ໃນ​ກະດົ້ງ ຄື​ກັບ​ທີ່​ພະເຈົ້າໄດ້​ບອກ​ຂ້ອຍ​ວ່າ ‘ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຈະ​ກິນ​ສ່ວນ​ເຫຼົ່າ​ນັ້ນ.’+ 32 ຊີ້ນ​ກັບ​ເຂົ້າຈີ່​ທີ່​ເຫຼືອ ພວກ​ເຈົ້າ​ຕ້ອງ​ເຜົາ​ຖິ້ມ​ໃຫ້​ໝົດ.+ 33 ພວກ​ເຈົ້າ​ຕ້ອງຢູ່​ໃກ້​ໆ​ທາງເຂົ້າເຕັ້ນ​ສັກສິດ 7 ມື້​ຈົນ​ຮອດ​ມື້​ທີ່​ການ​ແຕ່ງຕັ້ງ​ແລ້ວ​ໆ​ ເພາະ​ຕ້ອງ​ໃຊ້​ເວລາ 7 ມື້​ເພື່ອ​ແຕ່ງຕັ້ງ​ພວກ​ເຈົ້າ​ເປັນ​ປະໂລຫິດ.*+ 34 ພະ​ເຢໂຫວາ​ສັ່ງ​ພວກ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໃນ​ມື້​ນີ້ ເພື່ອ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ເຈົ້າ.+ 35 ພວກ​ເຈົ້າ​ຕ້ອງ​ຢູ່​ໃກ້​ໆ​ທາງເຂົ້າ​ເຕັ້ນ​ສັກສິດ​ທັງ​ກາງເວັນ​ແລະ​ກາງຄືນ​ຕະຫຼອດ 7 ມື້.+ ພວກ​ເຈົ້າ​ຕ້ອງ​ລະວັງ​ທີ່​ຈະ​ບໍ່ເຮັດ​ຜິດ​ກົດ​ໝາຍຂອງ​ພະ​ເຢໂຫວາ+ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຕາຍ. ເພິ່ນ​ສັ່ງ​ຂ້ອຍ​ມາ​ແນວ​ນີ້.”

36 ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌