ອາໂມດ
2 “ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນໂມອາບກະບົດເທື່ອແລ້ວເທື່ອອີກ.*+
ລາວໄດ້ຈູດກະດູກຂອງກະສັດເອໂດມຈົນເຫຼືອແຕ່ຂີ້ເທົ່າ.*
2 ດັ່ງນັ້ນ ເຮົາຈະທຳລາຍໂມອາບຄືກັບສົ່ງໄຟມາຈູດ
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງເກຣີໂຢດ.+
ໂມອາບຈະຕາຍຕອນທີ່ມີຄວາມວຸ່ນວາຍ
ມີສຽງຮ້ອງດັງໆຂອງພວກທະຫານແລະມີສຽງແກ.+
3 ເຮົາຈະປົດຜູ້ປົກຄອງ*ຂອງໂມອາບອອກຈາກຕຳແໜ່ງ
ແລະຈະຂ້າພວກເຈົ້າໜ້າທີ່ລະດັບສູງ*ຂອງລາວ.’+ ພະເຢໂຫວາເວົ້າໄວ້ແນວນີ້.
4 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນຢູດາກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າປະຕິເສດກົດໝາຍ*ຂອງພະເຢໂຫວາ
ແລະບໍ່ໄດ້ເຮັດຕາມຂໍ້ກຳນົດຕ່າງໆຂອງເຮົາ.+
ເຂົາເຈົ້າຖືກລໍ້ລວງຄືກັບປູ່ຍ່າຕານາຍຂອງເຂົາເຈົ້າ.+
5 ດັ່ງນັ້ນ ເຮົາຈະທຳລາຍຢູດາຄືກັບສົ່ງໄຟມາຈູດ
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງເຢຣູຊາເລັມ.’+
6 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນອິດສະຣາເອນກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າຂາຍຄົນດີແລກກັບເງິນ
ແລະຂາຍຄົນທຸກແລກກັບເກີບຄູ່ດຽວ.+
ພໍ່ກັບລູກຊາຍນອນນຳຜູ້ຍິງຄົນດຽວກັນ
ເຊິ່ງເຮັດໃຫ້ຊື່ທີ່ບໍລິສຸດຂອງເຮົາຖືກດູໝິ່ນ.
8 ເຂົາເຈົ້າເອົາເຄື່ອງນຸ່ງທີ່ຄົນເອົາມາຈຳ+ໄປປູນັ່ງຢູ່ຂ້າງແທ່ນບູຊາທຸກແທ່ນ+
ແລະເອົາເງິນທີ່ໄດ້ຈາກການປັບໄໝໄປຊື້ເຫຼົ້າແວງມາກິນຢູ່ວິຫານພະເຈົ້າຂອງເຂົາເຈົ້າ.
9 ເຮົານິຕົ໋ວທີ່ທຳລາຍພວກອາໂມຕໍ່ໜ້າເຂົາເຈົ້າ.+
ພວກນັ້ນສູງຄືກັບຕົ້ນຊີດ້າ*ແລະແຂງແຮງຄືກັບຕົ້ນໂອກ.
ເຮົາທຳລາຍເຂົາເຈົ້າຄືກັບທຳລາຍໝາກແລະຮາກຂອງຕົ້ນໄມ້.+
10 ເຮົາໄດ້ພາພວກເຈົ້າອອກມາຈາກແຜ່ນດິນເອຢິບ.+
ເຮົານຳທາງພວກເຈົ້າຢູ່ບ່ອນກັນດານ 40 ປີ+
ແລະເຮົາຊ່ວຍໃຫ້ພວກເຈົ້າຍຶດເອົາແຜ່ນດິນຂອງພວກອາໂມ.
11 ເຮົາໄດ້ແຕ່ງຕັ້ງລູກຫຼານບາງຄົນຂອງພວກເຈົ້າໃຫ້ເປັນຜູ້ພະຍາກອນ+
ແລະເລືອກຄົນໜຸ່ມບາງຄົນໃຫ້ເປັນນາຊີຣີ.+
ເຮົາໄດ້ເຮັດຈັ່ງຊັ້ນບໍ່ແມ່ນບໍ ພວກອິດສະຣາເອນເອີ້ຍ?’ ພະເຢໂຫວາເວົ້າໄວ້ແນວນີ້.
12 ‘ແຕ່ພວກເຈົ້າພັດເອົາເຫຼົ້າແວງໃຫ້ພວກນາຊີຣີກິນ+
ແລະສັ່ງພວກຜູ້ພະຍາກອນວ່າ “ຫ້າມພວກເຈົ້າພະຍາກອນ.”+
13 ດັ່ງນັ້ນ ເຮົາຈະຢຽບພວກເຈົ້າຈົນມຸ່ນຢູ່ບ່ອນທີ່ພວກເຈົ້າຢູ່
ຄືກັບກົງລໍ້ຂອງກວຽນຢຽບເມັດພືດຈົນມຸ່ນຢູ່ພື້ນ.
14 ຄົນທີ່ແລ່ນໄວໆກໍບໍ່ມີບ່ອນທີ່ຈະໃຫ້ໜີໄປລີ້.+
ຄົນທີ່ແຂງແຮງກໍຈະໝົດເຫື່ອໝົດແຮງ
ແລະທະຫານທີ່ເກັ່ງໆກໍຈະໜີເອົາຊີວິດບໍ່ລອດ.
15 ທະຫານທະນູຈະທົນຢູ່ສະໜາມຮົບຕໍ່ໄປອີກບໍ່ໄດ້.
ຄົນທີ່ແລ່ນໄວກໍຈະໜີບໍ່ພົ້ນ
ແລະທະຫານມ້າຈະໜີເອົາຊີວິດບໍ່ລອດ.