ອາໂມດ
9 ຂ້ອຍເຫັນພະເຢໂຫວາ+ຢູ່ທາງເທິງແທ່ນບູຊາ ເພິ່ນບອກວ່າ: “ໃຫ້ຕີຫົວເສົາຈົນເຮັດໃຫ້ຕີນເສົາຄອນ ແລ້ວຕັດຫົວເສົາອອກ. ເຮົາຈະເອົາດາບຂ້າຄົນທີ່ຍັງເຫຼືອ. ໃນພວກເຂົາເຈົ້າຈະບໍ່ມີຈັກຄົນທີ່ລັກໜີຫຼືລອດໄປໄດ້.+
2 ຖ້າເຂົາເຈົ້າຂຸດຂຸມລົງໄປລີ້ຢູ່ບ່ອນຝັງສົບ*
ເຮົາກໍຈະດຶງເຂົາເຈົ້າຂຶ້ນມາ
ແລະຖ້າເຂົາເຈົ້າປີນຂຶ້ນໄປຮອດຟ້າ
ເຮົາກໍຈະດຶງເຂົາເຈົ້າລົງມາ.
3 ຖ້າເຂົາເຈົ້າໄປລີ້ຢູ່ເທິງຈອມພູກາເມນ
ເຮົາກໍຈະໄປຊອກຫາເຂົາເຈົ້າແລະຈັບເຂົາເຈົ້າຢູ່ຫັ້ນ.+
ຖ້າເຂົາເຈົ້າໄປລີ້ຢູ່ພື້ນທະເລ
ເຮົາກໍຈະໃຊ້ງູໄປຕອດເຂົາເຈົ້າ.
4 ຖ້າເຂົາເຈົ້າຖືກຈັບໄປເປັນຊະເລີຍຢູ່ແຜ່ນດິນຂອງພວກສັດຕູ
ເຮົາກໍຈະສັ່ງຄົນຢູ່ຫັ້ນໃຫ້ເອົາດາບຂ້າເຂົາເຈົ້າ.+
ເຮົາຈະເຮັດໃຫ້ເຂົາເຈົ້າເຈິແຕ່ແນວບໍ່ດີແລະບໍ່ໄດ້ແນວດີໆເລີຍ.+
5 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ຜູ້ບັນຊາການກອງທັບເປັນຜູ້ທີ່ບາຍແຜ່ນດິນ
ແລ້ວແຜ່ນດິນ*ກໍເປື່ອຍ.+ ທຸກຄົນທີ່ຢູ່ຫັ້ນກໍຈະໂສກເສົ້າ.+
ແຜ່ນດິນຈະວຸ່ນວາຍຫຼາຍ
ຄືກັບນ້ຳໃນແມ່ນ້ຳນິນຂອງເອຢິບທີ່ສູງຂຶ້ນ ລົ້ນຕາຝັ່ງ ແລະບົກລົງ.+
6 ‘ເພິ່ນເປັນຜູ້ສ້າງຂັ້ນໄດຂຶ້ນໄປເທິງສະຫວັນ
ແລະຕັ້ງຫຼັງຄາ*ຂອງເພິ່ນໄວ້ຢູ່ເໜືອໂລກ.
ເພິ່ນເປັນຜູ້ເອີ້ນນ້ຳໃນທະເລມາລວມກັນ
ແລ້ວກໍເທພວກມັນໄປຕາມພື້ນດິນ+
ຊື່ຂອງເພິ່ນແມ່ນເຢໂຫວາ.’+
7 ພະເຢໂຫວາເວົ້າວ່າ ‘ພວກອິດສະຣາເອນເອີ້ຍ ສຳລັບເຮົາພວກເຈົ້າກໍເປັນຄືກັບລູກຫຼານກູເຊ.
ເຮົາພາພວກເຈົ້າອອກມາຈາກແຜ່ນດິນເອຢິບ+
ພາພວກຟີລິດສະຕີນອອກມາຈາກເກາະກະເຣເຕ+ ແລະພາພວກຊີເຣຍອອກມາຈາກກີເຣບໍ່ແມ່ນບໍ?’+
8 ພະເຢໂຫວາເວົ້າວ່າ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໄດ້ເບິ່ງແຜ່ນດິນທີ່ເຮັດຜິດ
ແລະເຮົາຈະທຳລາຍແຜ່ນດິນນັ້ນໃຫ້ໝົດໄປ+
ແຕ່ເຮົາຈະບໍ່ທຳລາຍລູກຫຼານຂອງຢາໂຄບຈົນໝົດ.+
9 ເຮົາກຳລັງໃຫ້ຄຳສັ່ງ
ແລະເຮົາຈະເຮັດໃຫ້ລູກຫຼານຂອງອິດສະຣາເອນກະຈັດກະຈາຍໄປຕາມປະເທດຕ່າງໆ+
ຄືກັບຜູ້ໜຶ່ງໃຊ້ແນວຮ່ອນຮ່ອນເຂົ້າ
ແລະຈະບໍ່ມີກ້ອນຫີນນ້ອຍໆລອດລົງໄດ້ແມ່ນແຕ່ກ້ອນດຽວ.
10 ຄົນຂອງເຮົາທຸກຄົນທີ່ເຮັດຜິດຈະຕາຍດ້ວຍດາບ.
ຄົນເຫຼົ່ານັ້ນແມ່ນຄົນທີ່ເວົ້າວ່າ “ພວກເຮົາຈະບໍ່ເຈິຄວາມຈິບຫາຍດອກ.”
11 ໃນມື້ນັ້ນ ເຮົາຈະສ້າງເຮືອນ*ຂອງດາວິດ+ຄືນໃໝ່.
ເຮົາຈະໂບກຮອຍແຕກຢູ່ບ່ອນຕ່າງໆ.
ເຮົາຈະສ້ອມແປງບ່ອນທີ່ມັນເປ່ເພ.
ເຮົາຈະສ້າງມັນຂຶ້ນໃໝ່ໃຫ້ຄືກັບສະໄໝແຕ່ກີ້+
12 ເພື່ອຄົນຂອງເຮົາຈະໄດ້ເອົາຊະນະພວກເອໂດມທີ່ຍັງມີຊີວິດຢູ່+
ແລະຄວບຄຸມຊາດຕ່າງໆທີ່ເຄີຍເອີ້ນຊື່ຂອງເຮົາ.’ ພະເຢໂຫວາຜູ້ທີ່ກຳລັງເຮັດສິ່ງເຫຼົ່ານີ້ເວົ້າໄວ້ແນວນີ້.
13 ພະເຢໂຫວາເວົ້າວ່າ ‘ໃນອະນາຄົດ
ກ່ອນທີ່ຄົນຂອງເຮົາຈະເກັບກ່ຽວຜົນລະປູກໝົດ ເຂົາເຈົ້າຈະຕ້ອງເລີ່ມໄຖດິນ
ແລະກ່ອນທີ່ຈະຢຽບໝາກລະແຊັງແລ້ວໆ ເຂົາເຈົ້າກໍຈະຕ້ອງເລີ່ມຫວ່ານແນວປູກໃໝ່.+
ເຫຼົ້າແວງຫວານໆຈະຍ້ອຍຈາກພູຕ່າງໆ+
ແລະຈະໄຫຼຢູ່ເທິງໂນນພູຕ່າງໆ.+
14 ເຮົາຈະລວບລວມຄົນອິດສະຣາເອນທີ່ຖືກຈັບໄປເປັນຊະເລີຍໃຫ້ກັບຄືນມາ.+
ເຂົາເຈົ້າຈະສ້າງເມືອງຕ່າງໆທີ່ຮ້າງເປົ່າຄືນໃໝ່ແລະອາໄສຢູ່ໃນເມືອງເຫຼົ່ານັ້ນ.+
ເຂົາເຈົ້າຈະເຮັດສວນໝາກລະແຊັງແລະໄດ້ກິນເຫຼົ້າແວງ.+
ເຂົາເຈົ້າຈະເຮັດສວນແລະໄດ້ກິນໝາກໄມ້ຈາກສວນຂອງເຂົາເຈົ້າ.+
15 ເຮົາຈະປູກເຂົາເຈົ້າໄວ້ໃນແຜ່ນດິນຂອງເຂົາເຈົ້າ
ແລະເຂົາເຈົ້າຈະບໍ່ຖືກຫຼົກອອກໄປຈາກແຜ່ນດິນທີ່ເຮົາເອົາໃຫ້ເຂົາເຈົ້າອີກ.’+
ພະເຢໂຫວາພະເຈົ້າຂອງພວກເຈົ້າເວົ້າໄວ້ແນວນີ້.”