ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ການ​ຂັດ​ແຍ່ງ​ກັບ​ຄົນ​ໃນ​ຕະກູນ​ເອຟຣາຢິມ (1-​7)

        • ທົດລອງ​ໃຫ້​ເວົ້າ​ຄຳ​ວ່າ​ຊີບ​ໂບ​ເລັດ (6)

      • ຜູ້ຕັດສິນ​ອິບຊານ ເອໂລນ ແລະ​ອັບໂດນ (8-​15)

ພວກຜູ້ຕັດສິນ 12:1

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຂ້າມ​ແມ່​ນ້ຳ​ໄປ​ທາງ​ເໜືອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:1

ພວກຜູ້ຕັດສິນ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:29

ພວກຜູ້ຕັດສິນ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:12, 13

ພວກຜູ້ຕັດສິນ 12:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:28; 7:24

ພວກຜູ້ຕັດສິນ 12:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:16

ພວກຜູ້ຕັດສິນ 12:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:12; ອພຍ 17:16; ຈຊບ 13:29; 1ຊມ 15:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 12:1ຜຕສ 8:1
ຜຕສ. 12:3ຜຕສ 11:29
ຜຕສ. 12:4ພບຍ 3:12, 13
ຜຕສ. 12:5ຜຕສ 3:28; 7:24
ຜຕສ. 12:8ຜຕສ 2:16
ຜຕສ. 12:15ປຖກ 36:12; ອພຍ 17:16; ຈຊບ 13:29; 1ຊມ 15:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 12:1-15

ພວກ​ຜູ້ຕັດສິນ

12 ຫຼັງ​ຈາກ​ນັ້ນ ຄົນ​ໃນ​ຕະກູນ​ເອຟຣາຢິມ​ກໍ​ຖືກ​ເອີ້ນ​ໃຫ້​ມາ​ລວມ​ໂຕ​ກັນ ແລ້ວ​ເຂົາ​ເຈົ້າ​ກໍ​ຂ້າມ​ແມ່​ນ້ຳ​ໄປ​ເມືອງ​ຊາໂຟນ* ແລະ​ເວົ້າ​ກັບ​ເຢັບທາ​ວ່າ: “ຕອນ​ທີ່​ໄປ​ສູ້​ກັບ​ພວກ​ອຳໂມນ ເປັນ​ຫຍັງ​ເຈົ້າ​ບໍ່​ເອີ້ນ​ພວກ​ເຮົາ?+ ພວກ​ເຮົາ​ຊິ​ເຜົາ​ເຈົ້າ​ພ້ອມ​ກັບ​ເຮືອນ​ຂອງ​ເຈົ້າ​ດຽວ​ນີ້​ເລີຍ.” 2 ແຕ່​ເຢັບທາ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ກັບ​ຄົນ​ຂອງ​ຂ້ອຍ​ເຮັດ​ສົງຄາມ​ໃຫຍ່​ກັບ​ພວກ​ອຳໂມນ. ຂ້ອຍ​ໄດ້​ຂໍ​ໃຫ້​ພວກ​ເຈົ້າ​ມາ​ຊ່ວຍ​ແລ້ວ ແຕ່​ພວກ​ເຈົ້າ​ກໍ​ບໍ່​ມາ. 3 ເມື່ອ​ເຫັນ​ວ່າ​ພວກ​ເຈົ້າ​ບໍ່​ມາ​ຊ່ວຍ ຂ້ອຍ​ກໍເລີຍ​ຍອມ​ສ່ຽງ​ຊີວິດ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ+ ແລະ​ພະ​ເຢໂຫວາ​ກໍ​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ຂ້ອຍ. ແຕ່​ເປັນ​ຫຍັງ​ມື້​ນີ້​ພວກ​ເຈົ້າ​ຄື​ຊິ​ມາ​ຕໍ່ສູ້​ກັບ​ຂ້ອຍ?”

4 ເຢັບທາ​ລວບລວມ​ຜູ້​ຊາຍ​ທັງ​ໝົດ​ໃນ​ເຂດ​ກິລຽດ​+ມາ​ຕໍ່ສູ້​ກັບ​ຄົນ​ໃນ​ເອຟຣາຢິມ. ພວກ​ກິລຽດ​ກໍ​ເອົາ​ຊະນະ​ພວກ​ເອຟຣາຢິມ​ທີ່​ເຄີຍ​ເວົ້າ​ໃຫ້​ເຂົາ​ເຈົ້າ​ວ່າ: “ເຖິງ​ພວກ​ເຈົ້າ​ຈະ​ຢູ່​ໃນ​ເຂດ​ແດນ​ຂອງ​ເອຟຣາຢິມ​ແລະ​ມານາເຊ ແຕ່​ພວກ​ເຈົ້າ​ກໍ​ເປັນ​ພຽງ​ກຸ່ມ​ຄົນ​ລີ້ໄພ​ຂອງ​ເອຟຣາຢິມ.” 5 ພວກ​ກິລຽດ​ໄປ​ລັດ​ຢູ່​ບ່ອນ​ຂ້າມ​ແມ່​ນ້ຳ​ຈໍແດນ​+ບ່ອນ​ຕ່າງ​ໆ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ເຂດ​ຂອງ​ເອຟຣາຢິມ. ເມື່ອ​ພວກ​ເອຟຣາຢິມ​ຈະ​ໜີ ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ: “ຂໍ​ຂ້າມ​ໄປ​ແດ່.” ພວກ​ກິລຽດ​ກໍ​ຈະ​ຖາມ​ແຕ່​ລະ​ຄົນ​ວ່າ: “ເຈົ້າ​ເປັນ​ຄົນ​ເອຟຣາຢິມ​ບໍ?” ເມື່ອ​ຄົນ​ນັ້ນ​ຕອບ​ວ່າ: “ບໍ່​ແມ່ນ.” 6 ພວກ​ກິລຽດ​ຈະ​ບອກ​ລາວ​ວ່າ: “ຄັນຊັ້ນ ລອງ​ເວົ້າ​ຄຳ​ວ່າ​ຊີບໂບເລັດ​ເບິ່ງ” ແຕ່​ລາວ​ກໍ​ຈະ​ເວົ້າ​ວ່າ: “ສີບໂບເລັດ” ເພາະ​ຄົນ​ເອຟຣາຢິມ​ອອກ​ສຽງ​ຄຳ​ນີ້​ບໍ່​ຖືກ. ແລ້ວ​ພວກ​ກິລຽດ​ກໍ​ຈະ​ຈັບ​ຄົນ​ນັ້ນ​ໄປ​ຂ້າ​ຢູ່​ບ່ອນ​ຂ້າມ​ແມ່​ນ້ຳ​ຈໍແດນ. ຕອນ​ນັ້ນ ມີ​ຄົນ​ເອຟຣາຢິມ​ຖືກ​ຂ້າ 42.000 ຄົນ.

7 ເຢັບທາ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 6 ປີ. ແລ້ວ​ເຢັບທາ​ຄົນ​ກິລຽດ​ກໍ​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ຂອງ​ລາວ​ໃນ​ກິລຽດ.

8 ແລ້ວ​ອິບຊານ​ຈາກ​ເມືອງ​ເບັດເລເຮັມ​ກໍ​ໄດ້​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ​ແທນ.+ 9 ອິບຊານ​ມີ​ລູກ​ຊາຍ 30 ຄົນ​ແລະ​ມີ​ລູກສາວ 30 ຄົນ. ລາວ​ໃຫ້​ລູກສາວ​ໄປ​ແຕ່ງດອງ​ກັບ​ຜູ້​ຊາຍ​ໃນ​ຕະກູນ​ອື່ນ ແລະ​ຊອກ​ຜູ້​ຍິງ 30 ຄົນ​ຈາກ​ຕະກູນ​ອື່ນ​ມາ​ແຕ່ງດອງ​ກັບ​ລູກ​ຊາຍ​ຂອງ​ໂຕເອງ. ລາວ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 7 ປີ. 10 ແລ້ວ​ອິບຊານ​ກໍ​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ເບັດເລເຮັມ.

11 ແລ້ວ​ເອໂລນ​ຄົນ​ເຊບູລູນ​ກໍ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ​ແທນ. ລາວ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 10 ປີ. 12 ແລ້ວ​ເອໂລນ​ຄົນ​ເຊບູໂລນ​ກໍ​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ອາຢາໂລນ​ໃນ​ແຜ່ນດິນ​ຂອງ​ເຊບູລູນ.

13 ແລ້ວ​ອັບໂດນ​ລູກ​ຊາຍ​ຂອງ​ຮິນເລນ​ຄົນ​ປີຣາໂທນ​ກໍ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ​ແທນ. 14 ລາວ​ມີ​ລູກ​ຊາຍ 40 ຄົນ​ແລະ​ມີ​ຫຼານ​ຊາຍ 30 ຄົນ. ແຕ່​ລະ​ຄົນ​ມີ​ລາ​ຄົນ​ລະ​ໂຕ​ເອົາ​ໄວ້​ຂີ່. ລາວ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 8 ປີ. 15 ແລ້ວ​ອັບໂດນ​ລູກ​ຊາຍ​ຂອງ​ຮິນເລນ​ຄົນ​ປີຣາໂທນ​ກໍ​ຕາຍ ແລະ​ຖືກ​ຝັງ​ໄວ້​ໃນ​ເມືອງ​ປີຣາໂທນ​ຢູ່​ພູ​ຂອງ​ພວກ​ອາມາເລັກ​+ໃນ​ແຜ່ນດິນ​ຂອງ​ເອຟຣາຢິມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌