-
ອົບພະຍົບ 18:25, 26ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ລາວເລືອກພວກຜູ້ຊາຍທີ່ມີຄວາມສາມາດທີ່ຈະຕັດສິນໄດ້ຈາກພວກອິດສະຣາເອນ ແລ້ວແຕ່ງຕັ້ງເຂົາເຈົ້າໃຫ້ເປັນຫົວໜ້າເບິ່ງແຍງພັນຄົນ ຫົວໜ້າເບິ່ງແຍງຮ້ອຍຄົນ ຫົວໜ້າເບິ່ງແຍງຫ້າສິບຄົນ ແລະຫົວໜ້າເບິ່ງແຍງສິບຄົນ. 26 ແລ້ວເຂົາເຈົ້າຈະຕັດສິນຄະດີທີ່ບໍ່ຍາກ ສ່ວນຄະດີທີ່ຍາກເຂົາເຈົ້າກໍເອົາໄປໃຫ້ໂມເຊຕັດສິນ.+
-
-
ພະບັນຍັດ 16:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ເຈົ້າຕ້ອງແຕ່ງຕັ້ງຜູ້ຕັດສິນ+ ແລະຫົວໜ້າສຳລັບແຕ່ລະຕະກູນ ໃນທຸກເມືອງທີ່ພະເຢໂຫວາພະເຈົ້າຂອງເຈົ້າຍົກໃຫ້ເຈົ້າ. ເຂົາເຈົ້າຕ້ອງຕັດສິນປະຊາຊົນຢ່າງຍຸຕິທຳ.
-