-
2 ຂ່າວຄາວ 26:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ເຂົາເຈົ້າຫ້າມອຸດຊີຢາແລະບອກລາວວ່າ: “ທ່ານບໍ່ຄວນເຮັດແບບນີ້. ທ່ານບໍ່ຄວນເຜົາເຄື່ອງຫອມໃຫ້ພະເຢໂຫວາ+ເພາະວ່າມັນບໍ່ແມ່ນໜ້າທີ່ຂອງທ່ານ ແຕ່ເປັນໜ້າທີ່ຂອງພວກປະໂລຫິດທີ່ເປັນລູກຫຼານຂອງອາໂຣນ+ທີ່ເຮັດໃຫ້ໂຕເອງສະອາດແລ້ວ*ເທົ່ານັ້ນ. ໃຫ້ທ່ານອອກໄປຈາກບ່ອນບໍລິສຸດນີ້. ເຖິງທ່ານຈະເຜົາເຄື່ອງຫອມຢູ່ແທ່ນບູຊາ ແຕ່ພະເຢໂຫວາພະເຈົ້າຈະບໍ່ໃຫ້ກຽດທ່ານ ຍ້ອນທ່ານບໍ່ເຊື່ອຟັງເພິ່ນ.”
-
-
ເອເຊກຽນ 8:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ພວກຜູ້ນຳ 70 ຄົນຂອງອິດສະຣາເອນຢືນຢູ່ຕໍ່ໜ້າຮູບເຫຼົ່ານັ້ນ ແລະຢາອາຊານີຢາລູກຊາຍຂອງຊາຟານ+ກໍຢູ່ນຳເຂົາເຈົ້າ. ແຕ່ລະຄົນຖືແນວເຜົາເຄື່ອງຫອມແລະມີຄວັນລອຍຂຶ້ນໄປ.+ 12 ເພິ່ນເວົ້າກັບຂ້ອຍວ່າ: “ລູກມະນຸດ ເຈົ້າເຫັນບໍວ່າພວກຜູ້ນຳຂອງອິດສະຣາເອນເຮັດຫຍັງຢູ່ບ່ອນມືດໆຢູ່ຫ້ອງທາງໃນທີ່ເຂົາເຈົ້າຕັ້ງຮູບບູຊາໄວ້? ເຂົາເຈົ້າເວົ້າວ່າ ‘ພະເຢໂຫວາບໍ່ເຫັນພວກເຮົາດອກ. ພະເຢໂຫວາປະຖິ້ມແຜ່ນດິນນີ້ແລ້ວ.’”+
-