-
ອົບພະຍົບ 30:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ຫ້າມເອົາເຄື່ອງຫອມອື່ນໆທີ່ເຮົາບໍ່ໄດ້ອະນຸຍາດ+ ຫຼືເຄື່ອງບູຊາເຜົາ ຫຼືເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາເຜົາຢູ່ແທ່ນນີ້ ແລະຫ້າມເທເຄື່ອງບູຊາດື່ມໃສ່ແທ່ນນີ້ຄືກັນ.
-
-
ລະບຽບພວກເລວີ 10:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 “ຕອນທີ່ເຂົ້າໄປໃນເຕັ້ນສັກສິດ+ ຫ້າມເຈົ້າແລະພວກລູກຊາຍດື່ມເຫຼົ້າແວງຫຼືເຄື່ອງດື່ມທີ່ເຮັດໃຫ້ມຶນເມົາເພື່ອພວກເຈົ້າຊິບໍ່ຕາຍ. ນີ້ແມ່ນຄຳສັ່ງທີ່ພວກເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ.
-
-
ລະບຽບພວກເລວີ 16:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ພະເຢໂຫວາເວົ້າກັບໂມເຊຫຼັງຈາກທີ່ລູກຊາຍ 2 ຄົນຂອງອາໂຣນຕາຍ ຍ້ອນເຂົາເຈົ້າເຂົ້າໄປຫາພະເຢໂຫວາໃນແບບທີ່ເພິ່ນບໍ່ພໍໃຈ.+ 2 ພະເຢໂຫວາບອກໂມເຊວ່າ: “ໃຫ້ບອກອາໂຣນອ້າຍຂອງເຈົ້າວ່າ ຫ້າມລາວເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ*+ ຫຼືຫ້າມໄປຢູ່ຕໍ່ໜ້າຝາຫີບສັນຍາຍາມໃດກໍໄດ້ຕາມໃຈມັກ ເພື່ອລາວຈະບໍ່ຕາຍ+ ເພາະເຮົາຈະມາໃຫ້ພວກເຈົ້າເຫັນ.+
-