-
ລະບຽບພວກເລວີ 12:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ເມື່ອຜູ້ຍິງເກີດລູກຊາຍຫຼືລູກສາວ ແລະຢູ່ເຮືອນຈົນຮອດກຳນົດມື້ທີ່ເຮັດໃຫ້ໂຕສະອາດແລ້ວ. ລາວຕ້ອງເອົາແກະໂຕຜູ້ອາຍຸ 1 ປີໄປເປັນເຄື່ອງບູຊາເຜົາ+ ແລະເອົານົກເຂົາຫຼືນົກກາງແກໄປເປັນເຄື່ອງບູຊາໄຖ່ບາບ. ລາວຕ້ອງເອົາເຄື່ອງບູຊາເຫຼົ່ານັ້ນໄປໃຫ້ປະໂລຫິດຢູ່ທາງເຂົ້າເຕັ້ນສັກສິດ.*
-
-
ລະບຽບພວກເລວີ 22:18-20ຄຳພີໄບເບິນສະບັບແປໂລກໃໝ່
-
-
18 “ໃຫ້ບອກອາໂຣນກັບພວກລູກຊາຍຂອງລາວ ແລະພວກອິດສະຣາເອນທັງໝົດວ່າ ‘ຖ້າຄົນອິດສະຣາເອນ ຫຼືຄົນຕ່າງຊາດທີ່ຢູ່ໃນແຜ່ນດິນຄົນໃດເອົາເຄື່ອງບູຊາເຜົາ+ມາໃຫ້ພະເຢໂຫວາ ຕາມທີ່ລາວໄດ້ສາບານໄວ້ ຫຼືເອົາມາໃຫ້ດ້ວຍຄວາມສະໝັກໃຈ+ 19 ລາວຈະຕ້ອງເອົາສັດທີ່ຕຸ້ຍພີດີງາມມາ+ ຈະເປັນງົວໂຕຜູ້ ເປັນແກະໂຕຜູ້ ຫຼືເປັນແບ້ກໍໄດ້ ເພື່ອພະເຈົ້າຈະພໍໃຈລາວ. 20 ຫ້າມເຈົ້າເອົາສັດທີ່ພິການມາເປັນເຄື່ອງບູຊາ.+ ຖ້າເຮັດແນວນັ້ນ ພະເຈົ້າຈະບໍ່ພໍໃຈເຈົ້າ.
-