-
ອົບພະຍົບ 29:16-18ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ແລ້ວໃຫ້ຂ້າມັນແລະເອົາເລືອດໄປຊິດໃສ່ແຕ່ລະຂ້າງຂອງແທ່ນບູຊາ.+ 17 ໃຫ້ຕັດແກະໂຕນັ້ນເປັນຕ່ອນໆແລະລ້າງໄສ້ກັບຂາຂອງມັນ+ ແລ້ວເອົາທຸກສ່ວນມາລຽນກັນເປັນໂຕໄວ້ເທິງແທ່ນບູຊາ. 18 ໃຫ້ເຈົ້າເຜົາແກະໝົດໂຕເພື່ອໃຫ້ມີຄວັນຂຶ້ນຈາກແທ່ນບູຊາ. ແກະໂຕນີ້ແມ່ນເຄື່ອງບູຊາເຜົາໃຫ້ພະເຢໂຫວາເຊິ່ງມີກິ່ນຫອມທີ່ເຮັດໃຫ້ເພິ່ນພໍໃຈ.*+ ແກະໂຕນີ້ແມ່ນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.
-
-
ລະບຽບພວກເລວີ 8:18-21ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ໂມເຊເອົາແກະໂຕຜູ້ທີ່ຈະໃຊ້ເປັນເຄື່ອງບູຊາເຜົາມາ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເອົາມືວາງເທິງຫົວແກະໂຕນັ້ນ.+ 19 ຈາກນັ້ນ ໂມເຊກໍຂ້າມັນ ແລະເອົາເລືອດໄປຊິດໃສ່ແຕ່ລະຂ້າງຂອງແທ່ນບູຊາ. 20 ໂມເຊຕັດແກະໂຕນັ້ນເປັນຕ່ອນໆ ແລ້ວເອົາຫົວກັບຕ່ອນທີ່ຕັດ ແລະນ້ຳມັນທີ່ຕິດຢູ່ໝາກໄຂ່ຫຼັງໄປລຽນຢູ່ໄຟເທິງແທ່ນບູຊາ. 21 ລາວລ້າງໄສ້ກັບຂາ* ແລະເອົາສ່ວນຕ່າງໆທັງໝົດຂອງແກະໂຕນັ້ນໄປເຜົາເທິງແທ່ນບູຊາ. ນີ້ແມ່ນເຄື່ອງບູຊາເຜົາທີ່ມີກິ່ນຫອມທີ່ເຮັດໃຫ້ພໍໃຈ* ແລະແມ່ນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
-
-
ລະບຽບພວກເລວີ 9:12-14ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຈາກນັ້ນ ລາວກໍຂ້າສັດທີ່ໃຊ້ເປັນເຄື່ອງບູຊາເຜົາ. ພວກລູກຊາຍຂອງລາວໄດ້ເອົາເລືອດມາໃຫ້ ແລ້ວລາວກໍເອົາເລືອດນັ້ນຊິດໃສ່ແຕ່ລະຂ້າງຂອງແທ່ນບູຊາ.+ 13 ພວກລູກຊາຍຂອງອາໂຣນເອົາຊີ້ນທີ່ຕັດເປັນຕ່ອນໆ ກັບຫົວຂອງສັດທີ່ໃຊ້ເປັນເຄື່ອງບູຊາເຜົານັ້ນມາໃຫ້ລາວ ແລ້ວລາວກໍເອົາສ່ວນຕ່າງໆນັ້ນເຜົາເທິງແທ່ນ. 14 ອາໂຣນລ້າງໄສ້ກັບຂາ*ຂອງມັນ ແລະເອົາໄປເຜົາຢູ່ເທິງເຄື່ອງບູຊາເຜົາທີ່ຢູ່ເທິງແທ່ນຄືກັນ.
-