ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 29:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 “ເພື່ອ​ຊິ​ແຍກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ໄວ້​ໃຫ້​ເປັນ​ຄົນ​ບໍລິສຸດ​ແລະ​ພ້ອມ​ທີ່​ຈະເປັນ​ປະໂລຫິດ​ຂອງ​ເຮົາ ໃຫ້​ເຈົ້າ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ຄື: ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້ 2 ໂຕ​ທີ່​ສົມບູນ​ດີ+ 2 ເຂົ້າຈີ່​ບໍ່​ມີ​ເຊື້ອ​ ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ນວດ​ໃສ່​ນ້ຳມັນ​ເຮັດ​ເປັນ​ຮູບ​ວົງ​ມົນ* ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ທີ່​ທາ​ນ້ຳມັນ.+ ເຈົ້າ​ຕ້ອງ​ເຮັດ​ເຂົ້າຈີ່​ເຫຼົ່ານີ້​ດ້ວຍ​ແປ້ງ​ເຂົ້າວີດ*ລະອຽດ.

  • ອົບພະຍົບ 29:40, 41
    ຄຳພີໄບເບິນສະບັບແປໂລກໃໝ່
    • 40 ເມື່ອ​ເອົາ​ແກະ​ໂຕ​ທຳອິດ​ມາ​ບູຊາ ໃຫ້​ເອົາ​ເຫຼົ້າແວງ 1 ສ່ວນ 4 ຮິນ*ມາ​ເປັນ​ເຄື່ອງ​ບູຊາ​ດື່ມ ແລະ​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*ນວດ​ໃສ່​ກັບນ້ຳມັນ​ໝາກກອກຢ່າງ​ດີ 1 ສ່ວນ 4 ຮິນ*ມາ​ບູຊາ​ພ້ອມ​ກັນ. 41 ຕອນ​ໃກ້​ຊິ​ຄ່ຳ​ໃຫ້​ເຈົ້າ​ເອົາ​ແກະ​ໂຕ​ທີ​ສອງ​ມາ​ບູຊາ​ພ້ອມ​ກັບ​ແປ້ງ​ລະອຽດ​ແລະ​ເຫຼົ້າແວງ. ໃຫ້​ເຮັດ​ຄື​ກັບ​ຕອນ​ເຊົ້າ. ເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ​ນີ້​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

  • ລະບຽບພວກເລວີ 2:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 “‘ຖ້າ​ຜູ້​ໃດ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ມາ​ໃຫ້​ພະ​ເຢໂຫວາ ເຄື່ອງ​ບູຊາ​ນັ້ນ​ຕ້ອງ​ເປັນ​ແປ້ງ​ລະອຽດ. ລາວ​ຕ້ອງເທນ້ຳມັນ​ໃສ່​ແປ້ງ​ນັ້ນ ແລະ​ເອົາ​ກຳຍານ*ໃສ່​ນຳ.+

  • ລະບຽບພວກເລວີ 9:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ນອກ​ຈາກ​ເຄື່ອງ​ບູຊາ​ເຜົາ​ທີ່​ໄດ້​ເຜົາ​ຕອນ​ເຊົ້າ+​ແລ້ວ ລາວ​ກໍ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ມາ ແລະ​ເອົາ​ເຄື່ອງ​ບູຊາ​ນັ້ນ 1 ກຳ​ມື​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ.

  • ຈົດເຊັນບັນຊີ 28:4, 5
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ແກະ​ໂຕ​ທຳອິດ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ ແລະ​ໂຕ​ທີ 2 ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ.*+ 5 ໃຫ້​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ທີ່​ນວດ​ໃສ່​ນ້ຳມັນ​ຢ່າງ​ດີ 1 ສ່ວນ 4 ຮິນ*ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ນຳ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌