-
ລະບຽບພວກເລວີ 3:14-16ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ລາວຈະເອົານ້ຳມັນຈາກເຄື່ອງບູຊາສ້າງຄວາມສະຫງົບສຸກໄປເປັນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ. ລາວຕ້ອງເອົາສ່ວນຕ່າງໆເຫຼົ່ານີ້ອອກຄື: ນ້ຳມັນທີ່ປົກໄສ້ກັບນ້ຳມັນທີ່ຕິດຢູ່ໄສ້+ 15 ແລະໝາກໄຂ່ຫຼັງ 2 ໜ່ວຍ ກັບນ້ຳມັນທີ່ຕິດໝາກໄຂ່ຫຼັງທີ່ຢູ່ໃກ້ໆແອວ. ລາວຕ້ອງລອກນ້ຳມັນທີ່ຕິດຢູ່ຕັບອອກໄປຈົນຮອດໝາກໄຂ່ຫຼັງ. 16 ປະໂລຫິດຈະເອົາສ່ວນຕ່າງໆເຫຼົ່ານີ້ໄປເຜົາເທິງແທ່ນບູຊາຄືກັບອາຫານ. ນີ້ແມ່ນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຈົ້າພໍໃຈ. ນ້ຳມັນທັງໝົດເປັນຂອງພະເຢໂຫວາ.+
-