-
ລະບຽບພວກເລວີ 7:23ຄຳພີໄບເບິນສະບັບແປໂລກໃໝ່
-
-
23 “ໃຫ້ບອກພວກອິດສະຣາເອນວ່າ ‘ຫ້າມພວກເຈົ້າກິນນ້ຳມັນ+ຂອງງົວໂຕຜູ້ ນ້ຳມັນຂອງແກະໂຕຜູ້ ຫຼືນ້ຳມັນຂອງແບ້.
-
-
1 ຊາມູເອນ 2:15-17ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ນອກຈາກນັ້ນ ກ່ອນທີ່ຜູ້ໃດຜູ້ໜຶ່ງຈະເອົານ້ຳມັນສັດໄປເຜົາ+ ຜູ້ຊ່ວຍຂອງປະໂລຫິດຈະມາບອກລາວວ່າ: “ເອົາຊີ້ນມານີ້ ປະໂລຫິດຈະເອົາໄປປີ້ງເອງ. ລາວບໍ່ຢາກໄດ້ຊີ້ນຕົ້ມ ລາວຢາກໄດ້ແຕ່ຊີ້ນດິບ.” 16 ຖ້າຄົນນັ້ນເວົ້າກັບຜູ້ຊ່ວຍວ່າ: “ຂໍເຜົານ້ຳມັນສັດ+ໃຫ້ພະເຈົ້າກ່ອນໄດ້ບໍ? ຖ້າເຈົ້າຢາກໄດ້ຫຍັງແລ້ວຈຶ່ງເອົາໄປ.” ຜູ້ຊ່ວຍກໍຈະເວົ້າວ່າ: “ບໍ່ໄດ້ ຕ້ອງເອົາມາໃຫ້ຂ້ອຍດຽວນີ້. ຖ້າບໍ່ໃຫ້ ຂ້ອຍກໍຈະຍາດເອົາ.” 17 ພວກຜູ້ຊ່ວຍຂອງປະໂລຫິດເຮັດຜິດຮ້າຍແຮງຕໍ່ພະເຢໂຫວາ+ ຍ້ອນເຂົາເຈົ້າ*ບໍ່ນັບຖືເຄື່ອງບູຊາທີ່ເອົາມາໃຫ້ພະເຢໂຫວາ.
-