ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 3:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ປະໂລຫິດ​ຈະ​ເອົາ​ສ່ວນ​ຕ່າງ​ໆ​ເຫຼົ່ານີ້​ໄປ​ເຜົາ​ເທິງ​ແທ່ນ​ບູຊາ​ຄື​ກັບ​ອາຫານ. ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ນ້ຳມັນ​ທັງ​ໝົດ​ເປັນ​ຂອງ​ພະ​ເຢໂຫວາ.+

      17 ຫ້າມ​ພວກ​ເຈົ້າ​ກິນ​ນ້ຳມັນ​ຫຼື​ເລືອດ+​ເດັດ​ຂາດ. ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນລູກ​ລຸ້ນ​ຫຼານຕໍ່​ໆ​ໄປ ບໍ່​ວ່າ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ.’”

  • ລະບຽບພວກເລວີ 4:8-10
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຫຼັງ​ຈາກ​ນັ້ນ ລາວ​ຕ້ອງ​ລອກ​ນ້ຳມັນ​ຂອງ​ງົວ​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ອອກ​ໃຫ້​ໝົດ​ຄື: ນ້ຳມັນ​ທີ່​ປົກ​ໄສ້​ກັບ​ນ້ຳມັນ​ທີ່​ຕິດ​ຢູ່​ໄສ້ 9 ແລະ​ໝາກ​ໄຂ່​ຫຼັງ 2 ໜ່ວຍ ກັບ​ນ້ຳມັນ​ທີ່​ຕິດ​ໝາກ​ໄຂ່​ຫຼັງ​ທີ່​ຢູ່​ໃກ້​ໆ​ແອວ. ລາວ​ຕ້ອງ​ລອກ​ນ້ຳມັນ​ທີ່​ຕິດ​ຢູ່​ຕັບ​ອອກ​ໄປ​ຈົນ​ຮອດ​ໝາກ​ໄຂ່​ຫຼັງ.+ 10 ປະໂລຫິດ​ໃຫຍ່ຈະ​ເອົາ​ສ່ວນ​ຕ່າງ​ໆ​ເຫຼົ່ານີ້​ອອກຄື​ກັບ​ງົວ​ໂຕ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ.+ ລາວ​ຈະ​ເອົາ​ສ່ວນ​ຕ່າງ​ໆ​ເຫຼົ່າ​ນີ້​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ເຜົາ​ເຄື່ອງ​ບູຊາ.

  • 1 ຊາມູເອນ 2:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ຖ້າ​ຄົນ​ນັ້ນ​ເວົ້າ​ກັບ​ຜູ້​ຊ່ວຍ​ວ່າ: “ຂໍ​ເຜົາ​ນ້ຳມັນ​ສັດ+ໃຫ້​ພະເຈົ້າ​ກ່ອນ​ໄດ້​ບໍ? ຖ້າ​ເຈົ້າ​ຢາກ​ໄດ້​ຫຍັງ​ແລ້ວ​ຈຶ່ງ​ເອົາ​ໄປ.” ຜູ້​ຊ່ວຍ​ກໍ​ຈະ​ເວົ້າ​ວ່າ: “ບໍ່​ໄດ້ ຕ້ອງ​ເອົາ​ມາ​ໃຫ້​ຂ້ອຍ​ດຽວ​ນີ້. ຖ້າ​ບໍ່​ໃຫ້ ຂ້ອຍ​ກໍ​ຈະ​ຍາດ​ເອົາ.” 17 ພວກ​ຜູ້​ຊ່ວຍ​ຂອງ​ປະໂລຫິດ​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ+ ຍ້ອນ​ເຂົາເຈົ້າ*​ບໍ່​ນັບຖື​ເຄື່ອງ​ບູຊາ​ທີ່​ເອົາ​ມາ​ໃຫ້​ພະ​ເຢໂຫວາ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌