-
ລະບຽບພວກເລວີ 6:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 “ຕໍ່ໄປນີ້ແມ່ນເຄື່ອງບູຊາທີ່ອາໂຣນກັບພວກລູກຊາຍຂອງລາວຕ້ອງເອົາມາໃຫ້ພະເຢໂຫວາສະເໝີ ໃນມື້ທີ່ເຂົາເຈົ້າຖືກແຕ່ງຕັ້ງ.+ ເຂົາເຈົ້າຕ້ອງເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*+ມາເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ.+ ເຄິ່ງໜຶ່ງຕ້ອງໃຫ້ຕອນເຊົ້າ ແລະອີກເຄິ່ງໜຶ່ງຕ້ອງໃຫ້ຕອນແລງ. 21 ເຂົາເຈົ້າຈະເອົາເຄື່ອງບູຊານີ້ປະສົມກັບນ້ຳມັນ ແລ້ວເອົາໄປຂາງຢູ່ໝໍ້.+ ເຂົາເຈົ້າຕ້ອງເອົານ້ຳມັນມາປະສົມກັບເຄື່ອງບູຊານີ້ໃຫ້ເຂົ້າກັນດີ ແລ້ວເອົາໄປເຮັດເປັນເຂົ້າຈີ່ ແລະຫັກເປັນປ່ຽງໆ. ນີ້ແມ່ນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
-