-
ອົບພະຍົບ 29:24ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ໃຫ້ເອົາເຄື່ອງພວກນີ້ໃສ່ມືຂອງອາໂຣນແລະໃສ່ມືຂອງພວກລູກຊາຍຂອງລາວ. ໃຫ້ເຂົາເຈົ້າເອົາເຄື່ອງທັງໝົດຊູໄປຊູມາເປັນເຄື່ອງບູຊາຊູໄປມາຕໍ່ໜ້າພະເຢໂຫວາ.
-
-
ລະບຽບພວກເລວີ 8:25-27ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ແລ້ວໂມເຊກໍເອົານ້ຳມັນທັງໝົດຂອງແກະໂຕນັ້ນອອກຄື: ຫາງທີ່ມີນ້ຳມັນ* ນ້ຳມັນທັງໝົດທີ່ຕິດຢູ່ໄສ້ ນ້ຳມັນທີ່ຕິດຢູ່ຕັບ ໝາກໄຂ່ຫຼັງ 2 ໜ່ວຍກັບນ້ຳມັນທີ່ຕິດຢູ່ຫັ້ນ ແລະຕັດຂາຫຼັງເບື້ອງຂວາຂອງມັນອອກນຳ.+ 26 ລາວເອົາເຂົ້າຈີ່ບໍ່ມີເຊື້ອອອກຈາກກະດົ້ງທີ່ຢູ່ຕໍ່ໜ້າພະເຢໂຫວາຄື: ເຂົ້າຈີ່ບໍ່ມີເຊື້ອຮູບວົງມົນ*+ 1 ອັນ ເຂົ້າຈີ່ຮູບວົງມົນທີ່ທານ້ຳມັນ 1 ອັນ+ ແລະເຂົ້າຈີ່ແຜ່ນບາງໆ 1 ອັນ. ແລ້ວລາວກໍເອົາເຂົ້າຈີ່ເຫຼົ່ານັ້ນໄປຢອງຢູ່ເທິງນ້ຳມັນກັບຂາຫຼັງເບື້ອງຂວາຂອງແກະໂຕນັ້ນ. 27 ຈາກນັ້ນ ລາວກໍເອົາທຸກຢ່າງໃສ່ມືຂອງອາໂຣນກັບມືຂອງພວກລູກຊາຍ ແລ້ວເຂົາເຈົ້າກໍເລີ່ມເອົາເຄື່ອງນັ້ນຊູໄປຊູມາເປັນເຄື່ອງບູຊາຊູໄປມາຕໍ່ໜ້າພະເຢໂຫວາ.
-
-
ລະບຽບພວກເລວີ 9:21ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ແຕ່ຊີ້ນສ່ວນເອິກກັບຂາຫຼັງເບື້ອງຂວາ ອາໂຣນເອົາຊູໄປຊູມາເປັນເຄື່ອງບູຊາຊູໄປມາຕໍ່ໜ້າພະເຢໂຫວາຕາມທີ່ໂມເຊໄດ້ສັ່ງ.+
-