-
ອົບພະຍົບ 8:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ແຕ່ພວກໝໍຄາຖາອາຄົມຂອງເອຢິບກໍໃຊ້ຄາຖາຂອງເຂົາເຈົ້າ ແລະເຮັດໃຫ້ຝູງກົບຂຶ້ນມາຢູ່ເທິງແຜ່ນດິນໄດ້ຄືກັນ.+
-
-
ພະບັນຍັດ 18:10-12ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ຢ່າໃຫ້ຜູ້ໃດເອົາລູກຊາຍຫຼືລູກສາວຂອງໂຕເອງໄປເຜົາບູຊາ.*+ ຢ່າໃຫ້ຜູ້ໃດທຳນາຍອະນາຄົດ*+ ໃຊ້ມົນ+ ຫຼືເບິ່ງໂຊກເບິ່ງລາງ.+ 11 ຢ່າໃຫ້ຜູ້ໃດເສກຂອງໃສ່ຜູ້ອື່ນ. ຢ່າໃຫ້ຜູ້ໃດໄປປຶກສາຄົນຊົງ+ ໝໍດູ+ ຫຼືໄປຖາມຂ່າວຫາຄົນຕາຍ.+ 12 ພະເຢໂຫວາຂີ້ດຽດຄົນທີ່ເຮັດສິ່ງເຫຼົ່ານີ້ ແລະຍ້ອນຄົນເຫຼົ່ານີ້ເຮັດສິ່ງທີ່ເປັນຕາຂີ້ດຽດ ພະເຢໂຫວາພະເຈົ້າຂອງເຈົ້າຈຶ່ງຂັບໄລ່ພວກເຂົາອອກໄປຈາກແຜ່ນດິນຂອງເຈົ້າ.
-