-
ພະບັນຍັດ 28:37ຄຳພີໄບເບິນສະບັບແປໂລກໃໝ່
-
-
37 ເມື່ອພວກເຈົ້າໄປຮອດບ່ອນທີ່ພະເຢໂຫວາໄລ່ພວກເຈົ້າໄປນັ້ນ+ ຄົນທີ່ໄດ້ຍິນເລື່ອງຂອງພວກເຈົ້າກໍຈະຕົກສະເງີ້. ພວກເຂົາຈະຫົວຂວັນແລະເຍາະເຍີ້ຍພວກເຈົ້າ.
-
-
ພະບັນຍັດ 29:22-24ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ໃນອະນາຄົດ ລູກຫຼານຂອງເຈົ້າແລະຄົນຕ່າງຊາດທີ່ຢູ່ປະເທດໄກໆຈະໄດ້ເຫັນໄພພິບັດທີ່ພະເຢໂຫວາເຮັດໃຫ້ເກີດຂຶ້ນໃນແຜ່ນດິນນີ້. 23 ເພິ່ນຈະໃຊ້ມາດ ເກືອແລະໄຟ ເພື່ອເຮັດໃຫ້ທົ່ວແຜ່ນດິນນີ້ບໍ່ມີພືດຜັກແລະຜົນລະປູກ ຄືກັບຕອນທີ່ພະເຢໂຫວາໃຈຮ້າຍແລະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ+ ເມືອງອັດມາກັບເມືອງເຊໂບຢິມ.+ 24 ລູກຫຼານຂອງພວກເຈົ້າແລະຄົນຕ່າງຊາດກໍຈະເວົ້າວ່າ ‘ເປັນຫຍັງພະເຢໂຫວາຈຶ່ງເຮັດກັບແຜ່ນດິນນີ້ແນວນີ້?+ ເປັນຫຍັງເພິ່ນຄືໃຈຮ້າຍແນວນີ້?’
-
-
ເຢເຣມີຢາ 18:16ຄຳພີໄບເບິນສະບັບແປໂລກໃໝ່
-
-
ຄົນທີ່ກາຍໄປກາຍມາແຜ່ນດິນນັ້ນຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະແກວ່ງຫົວໃສ່.+
-
-
ເອເຊກຽນ 5:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ເຈົ້າຈະຖືກດູຖູກແລະຖືກເຍາະເຍີ້ຍ+ເມື່ອເຮົາລົງໂທດເຈົ້າແຮງໆຍ້ອນເຮົາໃຈຮ້າຍຫຼາຍ. ເຈົ້າຈະເປັນຕົວຢ່າງທີ່ເປັນຕາຢ້ານເພື່ອເຕືອນຊາດຕ່າງໆທີ່ຢູ່ອ້ອມຂ້າງເຈົ້າ. ເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.
-