ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 6:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ເປັນ​ແນວ​ນີ້.+ ພວກ​ລູກ​ຊາຍ​ຂອງ​ອາໂຣນ​ຕ້ອງ​ເອົາເຄື່ອງ​ບູຊາ​ນີ້​ໄປທີ່​ແທ່ນ​ບູຊາ​ຕໍ່​ໜ້າ​ພະ​ເຢໂຫວາ.

  • ລະບຽບພວກເລວີ 6:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ເຂົ້າຈີ່​ທີ່​ເຂົາ​ເຈົ້າເຮັດ​ນັ້ນບໍ່​ຄວນ​ໃສ່​ເຊື້ອ.+ ເຮົາ​ແບ່ງ​ສ່ວນ​ນີ້​ໃຫ້​ເຂົາ​ເຈົ້າ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ+​ໃຫ້​ເຮົາ. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​+ ຄື​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ​ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ.

  • ລະບຽບພວກເລວີ 7:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 “‘ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ເປັນ​ແນວ​ນີ້.+ ເຄື່ອງ​ບູຊາ​ນີ້​ເປັນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​.

  • ລະບຽບພວກເລວີ 7:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ປະໂລຫິດ​ຈະ​ກິນຊີ້ນ​ສັດ​ນັ້ນ​ໄດ້.+ ເຂົາ​ເຈົ້າ​ຕ້ອງ​ກິນ​ຢູ່​ບ່ອນ​ບໍລິສຸດ. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​.+

  • ລະບຽບພວກເລວີ 10:12, 13
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ເວົ້າ​ກັບ​ອາໂຣນ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ຊື່​ເອເລອາຊາ​ກັບ​ອີທາມາ​ວ່າ: “ໃຫ້​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ມາ​ເຮັດ​ເປັນ​ເຂົ້າຈີ່​ບໍ່​ມີ​ເຊື້ອ ແລ້ວ​ກິນ​ຢູ່​ໃກ້​ໆ​ແທ່ນ​ບູຊາ+ ເພາະ​ນີ້​ແມ່ນ​ສິ່ງ​ທີ່​ບໍ​ລິ​ສຸດ​ແທ້​ໆ​.+ 13 ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ນັ້ນ​ໃນ​ບ່ອນ​ບໍລິສຸດ+ ເພາະ​ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ກັບ​ຂອງ​ພວກ​ລູກ​ຊາຍ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. ເພິ່ນ​ສັ່ງ​ຂ້ອຍ​ມາ​ແນວ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌