-
ຈົດເຊັນບັນຊີ 32:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ‘ທຸກຄົນທີ່ອອກມາຈາກແຜ່ນດິນເອຢິບທີ່ມີອາຍຸຕັ້ງແຕ່ 20 ປີຂຶ້ນໄປຊິບໍ່ໄດ້ເຫັນແຜ່ນດິນທີ່ເຮົາສັນຍາ+ວ່າຊິໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ+ ຍ້ອນເຂົາເຈົ້າບໍ່ໄດ້ເຊື່ອຟັງເຮົາສຸດຫົວໃຈ. 12 ມີແຕ່ກາເລັບ+ລູກຊາຍຂອງເຢຟຸນເນຄົນເກນິດຊີກັບໂຢຊວຍ+ລູກຊາຍຂອງນູນທີ່ຈະໄດ້ເຂົ້າໄປໃນແຜ່ນດິນນັ້ນ ຍ້ອນເຂົາເຈົ້າເຊື່ອຟັງພະເຢໂຫວາສຸດຫົວໃຈ.’+
-
-
ພະບັນຍັດ 1:35, 36ຄຳພີໄບເບິນສະບັບແປໂລກໃໝ່
-
-
35 ‘ຈະບໍ່ມີໃຜຈັກຄົນໃນລຸ້ນທີ່ຊົ່ວນີ້ໄດ້ເຫັນແຜ່ນດິນທີ່ເຮົາສັນຍາວ່າຈະໃຫ້ພໍ່ຂອງພວກເຈົ້າ.+ 36 ມີແຕ່ກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ຈະໄດ້ເຫັນ. ລາວຈະໄດ້ເຂົ້າໄປ ແລະເຮົາຈະເອົາແຜ່ນດິນທີ່ລາວໄປຢຽບນັ້ນໃຫ້ລາວກັບພວກລູກຫຼານຂອງລາວ ຍ້ອນລາວເຊື່ອຟັງພະເຢໂຫວາສຸດຫົວໃຈ.+
-
-
ໂຢຊວຍ 14:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ຕອນທີ່ພວກອິດສະຣາເອນຢູ່ກິນການ+ ຜູ້ຊາຍບາງຄົນຈາກຕະກູນຢູດາໄດ້ໄປຫາໂຢຊວຍ. ກາເລັບ+ລູກຊາຍຂອງເຢຟຸນເນຄົນເກນິດຊີກໍເປັນຄົນໜຶ່ງໃນກຸ່ມນັ້ນ. ກາເລັບເວົ້າກັບໂຢຊວຍວ່າ: “ເຈົ້າຈື່ໄດ້ແມ່ນບໍວ່າຕອນທີ່ພວກເຮົາຢູ່ກາເດັດບາເນອາ+ ພະເຢໂຫວາໄດ້ເວົ້າ+ແນວໃດກັບໂມເຊຄົນຂອງພະເຈົ້າທ່ຽງແທ້+ກ່ຽວກັບເລື່ອງຂອງພວກເຮົາ?
-