-
ພະບັນຍັດ 2:30-35ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ແຕ່ກະສັດສີໂຮນທີ່ຢູ່ເມືອງເຮັດຊະໂບນບໍ່ຍອມໃຫ້ພວກເຮົາຍ່າງຜ່ານແຜ່ນດິນຂອງລາວ. ຍ້ອນພະເຢໂຫວາປ່ອຍໃຫ້ລາວເປັນຄົນຫົວແຂງ+ແລະໃຈແຄບ ເພື່ອຈະມອບລາວໄວ້ໃນມືຂອງພວກເຮົາຄືກັບຕອນນີ້.+
31 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ ‘ເຮົາໄດ້ມອບສີໂຮນແລະແຜ່ນດິນຂອງລາວໃຫ້ເຈົ້າແລ້ວ. ໃຫ້ເຂົ້າໄປຍຶດເອົາແຜ່ນດິນຂອງລາວໂລດ.’+ 32 ເມື່ອສີໂຮນກັບຄົນຂອງລາວທັງໝົດມາຕໍ່ສູ້ກັບພວກເຮົາຢູ່ຢາຮາດ+ 33 ພະເຢໂຫວາພະເຈົ້າຂອງພວກເຮົາກໍມອບລາວໄວ້ໃນມືຂອງພວກເຮົາ. ພວກເຮົາຈຶ່ງຊະນະລາວກັບລູກຂອງລາວ ແລະຄົນຂອງລາວທັງໝົດໄດ້. 34 ຕອນນັ້ນ ພວກເຮົາໄດ້ຍຶດແລະທຳລາຍທຸກໆເມືອງ. ພວກເຮົາໄດ້ຂ້າຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍ. ພວກເຮົາບໍ່ປ່ອຍໃຫ້ໃຜລອດຈັກຄົນ.+ 35 ພວກເຮົາໄດ້ປຸ້ນເອົາຝູງສັດແລະເຄື່ອງຂອງຈາກເມືອງຕ່າງໆທີ່ພວກເຮົາຍຶດໄດ້.
-
-
ພວກຜູ້ຕັດສິນ 11:19, 20ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ຈາກນັ້ນ ພວກອິດສະຣາເອນກໍໃຫ້ຜູ້ສົ່ງຂ່າວໄປຫາສີໂຮນກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນແລະຖາມລາວວ່າ: “ພວກເຮົາຂໍຍ່າງຜ່ານແຜ່ນດິນຂອງທ່ານເພື່ອຈະໄປແຜ່ນດິນຂອງພວກເຮົາໄດ້ບໍ?”+ 20 ແຕ່ສີໂຮນບໍ່ໄວ້ໃຈໃຫ້ພວກອິດສະຣາເອນຍ່າງຜ່ານແຜ່ນດິນຂອງລາວ. ລາວຈຶ່ງລວບລວມຄົນທັງໝົດຂອງລາວມາຕັ້ງຄ້າຍຢູ່ຢາຮາດເພື່ອຕໍ່ສູ້ກັບພວກອິດສະຣາເອນ.+
-