ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຍ່າງ​ອ້ອມ​ໄປ​ອ້ອມ​ມາ​ຢູ່​ບ່ອນ​ກັນດານ 38 ປີ (1-23)

      • ຊະນະ​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ (24-37)

ພະບັນຍັດ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:25

ພະບັນຍັດ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 20:14; ພບຍ 23:7
  • +ປຖກ 27:39, 40; 36:8, 9
  • +ອພຍ 15:15; 23:27

ພະບັນຍັດ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:8; ຢຊ 24:4; ກຈກ 17:26

ພະບັນຍັດ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 20:18, 19

ພະບັນຍັດ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:5; ນຮຢ 9:21; ພສ 23:1; 34:9, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2022, ໜ້າ 5-6

ພະບັນຍັດ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 20:20, 21
  • +2ຂຄ 8:17
  • +ຈຊບ 21:13; ຜຕສ 11:17, 18; 2ຂຄ 20:10

ພະບັນຍັດ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 37

ພະບັນຍັດ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:5

ພະບັນຍັດ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:11; 1ຂຄ 20:6
  • +ຈຊບ 13:22, 33

ພະບັນຍັດ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:6; 36:20
  • +ປຖກ 27:39, 40

ພະບັນຍັດ 2:13

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:12

ພະບັນຍັດ 2:14

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:33; 32:11; ພບຍ 1:35; ພສ 95:11; ຮຣ 3:18; ຢດ 5

ພະບັນຍັດ 2:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:1, 5

ພະບັນຍັດ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 26:63, 64

ພະບັນຍັດ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 38; ພບຍ 2:9; ຜຕສ 11:15; 2ຂຄ 20:10; ກຈກ 17:26

ພະບັນຍັດ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18-20; ພບຍ 3:11

ພະບັນຍັດ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:33; ພບຍ 9:1, 2

ພະບັນຍັດ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:8
  • +ປຖກ 14:6; ພບຍ 2:12

ພະບັນຍັດ 2:23

ໄຂເງື່ອນ

  • *

    ໝາຍເຖິງ​ເກາະ​ກະເຣເຕ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:19
  • +ປຖກ 10:13, 14

ພະບັນຍັດ 2:24

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:13
  • +ຈຊບ 21:23

ພະບັນຍັດ 2:25

ໄຂເງື່ອນ

  • *

    ຫຼື “ເຈັບ​ປວດ​ຄື​ກັບ​ຕອນ​ເກີດ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:14; 23:27; ພບຍ 11:25; ຢຊ 2:9, 10

ພະບັນຍັດ 2:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:15, 18; 21:8, 37
  • +ພບຍ 20:10

ພະບັນຍັດ 2:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:21, 22

ພະບັນຍັດ 2:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 9:18
  • +ຈຊບ 21:25

ພະບັນຍັດ 2:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:33; ພສ 135:10-12

ພະບັນຍັດ 2:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:23, 24; ຜຕສ 11:20

ພະບັນຍັດ 2:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:16, 17

ພະບັນຍັດ 2:36

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:12; 4:47, 48; ຢຊ 13:8, 9
  • +ພສ 44:3

ພະບັນຍັດ 2:37

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:16; ຜຕສ 11:15
  • +ຈຊບ 21:23, 24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 2:1ຈຊບ 14:25
ພບຍ. 2:4ຈຊບ 20:14; ພບຍ 23:7
ພບຍ. 2:4ປຖກ 27:39, 40; 36:8, 9
ພບຍ. 2:4ອພຍ 15:15; 23:27
ພບຍ. 2:5ພບຍ 32:8; ຢຊ 24:4; ກຈກ 17:26
ພບຍ. 2:6ຈຊບ 20:18, 19
ພບຍ. 2:7ພບຍ 29:5; ນຮຢ 9:21; ພສ 23:1; 34:9, 10
ພບຍ. 2:8ຈຊບ 20:20, 21
ພບຍ. 2:82ຂຄ 8:17
ພບຍ. 2:8ຈຊບ 21:13; ຜຕສ 11:17, 18; 2ຂຄ 20:10
ພບຍ. 2:9ປຖກ 19:36, 37
ພບຍ. 2:10ປຖກ 14:5
ພບຍ. 2:11ພບຍ 3:11; 1ຂຄ 20:6
ພບຍ. 2:11ຈຊບ 13:22, 33
ພບຍ. 2:12ປຖກ 14:6; 36:20
ພບຍ. 2:12ປຖກ 27:39, 40
ພບຍ. 2:13ຈຊບ 21:12
ພບຍ. 2:14ຈຊບ 14:33; 32:11; ພບຍ 1:35; ພສ 95:11; ຮຣ 3:18; ຢດ 5
ພບຍ. 2:151ກຣ 10:1, 5
ພບຍ. 2:16ຈຊບ 26:63, 64
ພບຍ. 2:19ປຖກ 19:36, 38; ພບຍ 2:9; ຜຕສ 11:15; 2ຂຄ 20:10; ກຈກ 17:26
ພບຍ. 2:20ປຖກ 15:18-20; ພບຍ 3:11
ພບຍ. 2:21ຈຊບ 13:33; ພບຍ 9:1, 2
ພບຍ. 2:22ປຖກ 36:8
ພບຍ. 2:22ປຖກ 14:6; ພບຍ 2:12
ພບຍ. 2:23ປຖກ 10:19
ພບຍ. 2:23ປຖກ 10:13, 14
ພບຍ. 2:24ຈຊບ 21:13
ພບຍ. 2:24ຈຊບ 21:23
ພບຍ. 2:25ອພຍ 15:14; 23:27; ພບຍ 11:25; ຢຊ 2:9, 10
ພບຍ. 2:26ຢຊ 13:15, 18; 21:8, 37
ພບຍ. 2:26ພບຍ 20:10
ພບຍ. 2:27ຈຊບ 21:21, 22
ພບຍ. 2:30ຣມ 9:18
ພບຍ. 2:30ຈຊບ 21:25
ພບຍ. 2:31ຈຊບ 32:33; ພສ 135:10-12
ພບຍ. 2:32ຈຊບ 21:23, 24; ຜຕສ 11:20
ພບຍ. 2:34ພບຍ 20:16, 17
ພບຍ. 2:36ພບຍ 3:12; 4:47, 48; ຢຊ 13:8, 9
ພບຍ. 2:36ພສ 44:3
ພບຍ. 2:37ພບຍ 3:16; ຜຕສ 11:15
ພບຍ. 2:37ຈຊບ 21:23, 24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 2:1-37

ພະບັນຍັດ

2 “ແລ້ວ​ພວກ​ເຮົາ​ກໍ​ເດີນ​ທາງ​ກັບ​ໄປ​ບ່ອນ​ກັນດານ​ຕາມ​ເສັ້ນ​ທາງ​ທະເລ​ແດງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຂ້ອຍ.+ ພວກ​ເຮົາ​ໄດ້​ເດີນ​ທາງ​ອ້ອມ​ເຂດ​ພູ​ເສອີ​ຢູ່​ຫຼາຍ​ມື້. 2 ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ບອກ​ຂ້ອຍ​ວ່າ 3 ‘ພວກ​ເຈົ້າ​ຍ່າງ​ອ້ອມ​ໄປ​ອ້ອມ​ມາ​ຢູ່​ພູ​ນີ້​ດົນ​ແລ້ວ. ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ທາງ​ເໜືອ 4 ແລະ​ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ “ພວກ​ເຈົ້າ​ຈະ​ຕ້ອງຂ້າມ​ເຂດ​ແດນຂອງ​ລູກ​ຫຼານ​ເອຊາວ+​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ທີ່​ຢູ່​ເສອີ.+ ພວກ​ເຂົາ​ຈະ​ຢ້ານ​ພວກ​ເຈົ້າ+ ແຕ່​ພວກ​ເຈົ້າ​ຕ້ອງ​ລະວັງ. 5 ຢ່າ​ໄປ​ຕໍ່ສູ້​ກັບ​ພວກ​ເຂົາ. ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຈົ້າ. ແມ່ນ​ແຕ່​ສ່ຳ​ຝ່າ​ມື​ດຽວເຮົາ​ກໍ​ຈະ​ບໍ່​ເອົາ​ໃຫ້ ເພາະ​ເຮົາ​ໄດ້ຍົກ​ເຂດ​ພູ​ເສອີ​ໃຫ້ເປັນ​ຂອງ​ເອຊາວ​ແລ້ວ.+ 6 ຖ້າ​ພວກ​ເຈົ້າ​ຈະ​ກິນ​ເຂົ້າ​ກິນ​ນ້ຳ​ຂອງ​ພວກ​ເຂົາ ພວກ​ເຈົ້າ​ຕ້ອງ​ໄດ້​ຊື້​ນຳ​ພວກ​ເຂົາ.+ 7 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ອວຍພອນ​ພວກ​ເຈົ້າ​ທຸກ​ຢ່າງ. ພະເຈົ້າ​ໄດ້ແນມ​ເບິ່ງ​ພວກ​ເຈົ້າຕະຫຼອດ​ຕອນ​ທີ່​ພວກ​ເຈົ້າ​ຍ່າງ​ຢູ່​ບ່ອນ​ກັນດານ​ທີ່​ກວ້າງ​ໃຫຍ່​ນັ້ນ. ຕະຫຼອດ 40 ປີ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຢູ່​ນຳ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ບໍ່​ໄດ້​ຂາດ​ເຂີນ​ອີ່ຫຍັງ.”’+ 8 ພວກ​ເຮົາ​ຈຶ່ງ​ຂ້າມ​ເຂດ​ແດນ​ຂອງ​ລູກ​ຫຼານ​ເອຊາວ+​ພີ່​ນ້ອງ​ຂອງ​ພວກ​ເຮົາ​ທີ່​ຢູ່​ເສອີ ແລະ​ບໍ່​ໄດ້​ໄປ​ທາງ​ເຂດ​ອາຣາບາ ເອລັດ ແລະ​ເອັດຊີໂອນເກເບ.+

ຈາກ​ນັ້ນ ພວກ​ເຮົາ​ກໍ​ຍ່າງ​ລຽບ​ໄປ​ຕາມ​ເສັ້ນ​ທາງບ່ອນ​ກັນດານ​ໂມອາບ.+ 9 ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ຢ່າ​ໄປ​ໂຈມຕີ​ຫຼື​ຕໍ່ສູ້​ພວກ​ໂມອາບ ເພາະ​ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຈົ້າ​ແມ່ນ​ແຕ່​ໜ້ອຍ​ດຽວ. ເຮົາ​ໄດ້​ເອົາ​ເມືອງ​ອາຣະ​ໃຫ້​ເປັນ​ຂອງ​ລູກ​ຫຼານ​ໂລດ​ແລ້ວ.+ 10 (ແຕ່​ກີ້​ພວກ​ເອມີມ+​ທີ່​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ​ເຄີຍ​ຢູ່​ຫັ້ນ. 11 ພວກ​ເຣຟາຢິມ+​ກໍ​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ.+ ພວກ​ໂມອາບ​ເອີ້ນ​ພວກ​ເຣຟາຢິມ​ວ່າ​ເອມີມ. 12 ກ່ອນ​ໜ້າ​ນີ້​ພວກ​ໂຮລີ+​ເຄີຍ​ຢູ່​ເສອີ ແຕ່​ພວກ​ລູກ​ຫຼານ​ຂອງ​ເອຊາວ​ໄດ້​ຂ້າ​ພວກ​ເຂົາ ຍຶດ​ເອົາແຜ່ນດິນ​ນັ້ນ ແລະ​ໄດ້​ເຂົ້າ​ໄປ​ຢູ່​ແທນ.+ ພວກ​ອິດສະຣາເອນ​ກໍ​ຈະ​ເຮັດ​ກັບ​ຄົນ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຈະ​ເອົາ​ໃຫ້​ແບບ​ນັ້ນ​ຄື​ກັນ.) 13 ຕອນ​ນີ້ ໃຫ້​ພວກ​ເຈົ້າ​ຂ້າມ​ຮ່ອມພູ*ເຊເຣັດ.’ ພວກ​ເຮົາ​ກໍ​ຂ້າມ​ຮ່ອມພູ*ເຊເຣັດ​ໄປ.+ 14 ພວກ​ເຮົາ​ໃຊ້​ເວລາ 38 ປີ ເພື່ອ​ເດີນ​ທາງ​ຈາກ​ກາເດັດ​ບາ​ເນອາ​ຈົນ​ຂ້າມ​ຮ່ອມພູ*ເຊເຣັດ. ໃນ​ໄລຍະ​ນັ້ນ ຄົນ​ທີ່​ເປັນ​ທະຫານ​ໃນ​ລຸ້ນ​ນັ້ນ​ໄດ້​ຕາຍ​ຈາກ​ຄ້າຍ​ພັກ​ໝົດ​ແລ້ວ ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສາບານ​ໄວ້​ກັບ​ເຂົາ​ເຈົ້າ.+ 15 ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ*ຂອງ​ເພິ່ນ​ທຳລາຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ໝົດ​ໄປ​ຈາກ​ຄ້າຍ​ພັກ.+

16 ຫຼັງ​ຈາກ​ຄົນ​ທີ່​ເປັນ​ທະຫານ​ລຸ້ນ​ນັ້ນ​ຕາຍ​ໄປ​ໝົດ​ແລ້ວ+ 17 ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ 18 ‘ມື້​ນີ້​ພວກ​ເຈົ້າ​ຈະ​ອອກ​ຈາກ​ເຂດ​ແດນ​ໂມອາບ​ເຊິ່ງ​ກໍ​ຄື​ອາຣະ. 19 ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃກ້​ພວກ​ອຳໂມນ ຢ່າ​ໄປ​ໂຈມຕີ​ຫຼື​ຕໍ່ສູ້​ພວກ​ເຂົາ ເພາະ​ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ອຳໂມນ​ໃຫ້​ພວກ​ເຈົ້າ ແມ່ນ​ແຕ່​ສ່ຳ​ຝ່າ​ມື​ດຽວ. ເຮົາ​ໄດ້​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ລູກ​ຫຼານ​ຂອງ​ໂລດ​ແລ້ວ.+ 20 ແຜ່ນດິນ​ນີ້​ເຄີຍ​ເປັນ​ຂອງ​ພວກ​ເຣຟາຢິມ.+ (ແຕ່​ກີ້​ພວກ​ເຣຟາຢິມ​ເຄີຍ​ຢູ່​ຫັ້ນ ແລະ​ພວກ​ອຳໂມນ​ເອີ້ນ​ພວກ​ເຂົາ​ວ່າ​ຊຳຊຸມມິມ. 21 ພວກ​ເຣຟາຢິມ​ເປັນ​ຄົນ​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ.+ ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອຳໂມນ​ໄລ່​ພວກ​ເຣຟາຢິມ​ອອກ​ໄປ ແລ້ວ​ພວກ​ອຳໂມນ​ກໍ​ເຂົ້າ​ໄປ​ຢູ່​ແຜ່ນດິນ​ນັ້ນ​ແທນ. 22 ພະເຈົ້າ​ກໍ​ເຄີຍ​ຊ່ວຍ​ລູກ​ຫຼານ​ຂອງ​ເອຊາວ​ທີ່​ຢູ່​ເສອີ+ແບບ​ນີ້​ຄື​ກັນ. ເພິ່ນ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ຂັບ​ໄລ່​ພວກ​ໂຮລີ+ອອກ​ໄປ. ເຂົາ​ເຈົ້າ​ກໍ​ໄດ້​ຍຶດ​ແລະ​ຢູ່​ໃນ​ແຜ່ນດິນ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 23 ພວກ​ອາວີມ​ເຄີຍ​ຢູ່​ບ້ານ​ຕ່າງ​ໆ​ໃນ​ເຂດ​ຂອງ​ເມືອງ​ຄາຊາ+ ແຕ່​ພວກ​ກາບໂຕຣີມ+​ທີ່​ມາ​ຈາກ​ກາບໂຕຣ*ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ໄປ​ແລະ​ຢູ່​ຫັ້ນ​ແທນ.)

24 ໃຫ້​ພວກ​ເຈົ້າ​ຂ້າມ​ຮ່ອມພູ*ອາໂນນ​ໄປ.+ ເຮົາ​ໄດ້​ມອບ​ສີໂຮນ+ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ​ແລ້ວ. ໃຫ້​ພວກ​ເຈົ້າ​ໄປ​ໂຈມຕີ​ແລະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ລາວ. 25 ມື້​ນີ້ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ຮູ້ສຶກ​ຢ້ານ​ເມື່ອ​ໄດ້​ຍິນ​ເລື່ອງ​ຂອງ​ພວກ​ເຈົ້າ. ເຂົາ​ເຈົ້າ​ຈະ​ກະວົນກະວາຍ​ແລະ​ໂຕ​ສັ່ນ*ຍ້ອນ​ພວກ​ເຈົ້າ.’+

26 ຂ້ອຍ​ໄດ້​ສົ່ງ​ຄົນ​ຈາກ​ບ່ອນ​ກັນດານ​ເກເດໂມດ+​ໄປ​ຫາ​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ ເພື່ອ​ຂໍສ້າງ​ສັນຕິສຸກກັບ​ລາວ+ ໂດຍ​ເວົ້າ​ວ່າ 27 ‘ຂ້ອຍ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ. ຂ້ອຍ​ຈະ​ໃຊ້​ທາງ​ຫຼັກ​ເທົ່າ​ນັ້ນ ຈະ​ບໍ່​ລ້ຽວ​ຊ້າຍ​ລ້ຽວ​ຂວາ.+ 28 ຂ້ອຍ​ຈະ​ຊື້​ເຂົ້າ​ຊື້​ນ້ຳ​ນຳ​ທ່ານ. ມີ​ແຕ່​ຂໍ​ຍ່າງ​ຜ່ານ​ຊື່​ໆ​ 29 ຈົນ​ກວ່າ​ຂ້ອຍຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຮົາ. ພວກ​ລູກ​ຫຼານ​ຂອງ​ເອຊາວ​ທີ່​ຢູ່​ເສອີ​ກັບ​ພວກ​ໂມອາບ​ທີ່​ຢູ່​ອາຣະ​ກໍ​ເຄີຍ​ໃຫ້​ພວກ​ເຮົາ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຄື​ກັນ.’ 30 ແຕ່​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ລາວ. ຍ້ອນ​ພະ​ເຢໂຫວາ​ປ່ອຍ​ໃຫ້​ລາວ​ເປັນ​ຄົນ​ຫົວ​ແຂງ+ແລະ​ໃຈ​ແຄບ ເພື່ອ​ຈະ​ມອບ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ຄື​ກັບ​ຕອນ​ນີ້.+

31 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ ‘ເຮົາ​ໄດ້​ມອບ​ສີໂຮນ​ແລະ​ແຜ່ນດິນ​ຂອງ​ລາວ​ໃຫ້​ເຈົ້າ​ແລ້ວ. ໃຫ້​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ຂອງ​ລາວ​ໂລດ.’+ 32 ເມື່ອ​ສີໂຮນ​ກັບ​ຄົນ​ຂອງ​ລາວ​ທັງ​ໝົດ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຢູ່​ຢາຮາດ+ 33 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ກໍ​ມອບ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈຶ່ງ​ຊະນະ​ລາວ​ກັບ​ລູກ​ຂອງ​ລາວ ແລະ​ຄົນ​ຂອງ​ລາວ​ທັງ​ໝົດ​ໄດ້. 34 ຕອນ​ນັ້ນ ພວກ​ເຮົາ​ໄດ້​ຍຶດ​ແລະ​ທຳລາຍ​ທຸກ​ໆ​ເມືອງ. ພວກ​ເຮົາ​ໄດ້​ຂ້າ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ. ພວກ​ເຮົາ​ບໍ່​ປ່ອຍ​ໃຫ້​ໃຜ​ລອດ​ຈັກ​ຄົນ.+ 35 ພວກ​ເຮົາ​ໄດ້​ປຸ້ນ​ເອົາ​ຝູງ​ສັດ​ແລະ​ເຄື່ອງ​ຂອງ​ຈາກ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຮົາ​ຍຶດ​ໄດ້. 36 ຕັ້ງ​ແຕ່​ເມືອງ​ອາໂຣເອ+​ທີ່​ຢູ່​ແຄມ​ຮ່ອມພູ*ອາໂນນ (ລວມ​ທັງ​ເມືອງ​ທີ່​ຢູ່​ໃນ​ຮ່ອມພູ) ໄປ​ຈົນ​ຮອດ​ກິລຽດ ພວກ​ເຮົາ​ເອົາຊະນະ​ໄດ້​ທຸກ​ເມືອງ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ຍຶດ​ໄດ້​ທຸກ​ເມືອງ.+ 37 ແຕ່​ພວກ​ເຈົ້າ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພວກ​ອຳໂມນ+ ເຂດ​ທັງ​ໝົດ​ຂອງຮ່ອມພູ*ຢັບໂບກ+ ແລະ​ເມືອງ​ຕ່າງ​ໆ​ເຊິ່ງ​ຢູ່​ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ໜ່ວຍ ແລະ​ບໍ່​ໄດ້​ເຂົ້າ​ໄປ​ບ່ອນ​ອື່ນ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຫ້າມ​ບໍ່​ໃຫ້​ໄປ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌