ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 30:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 “ຄຳ​ອວຍພອນ​ຫຼື​ຄຳ​ສາບແຊ່ງ​ທີ່​ຂ້ອຍ​ໃຫ້​ພວກ​ເຈົ້າ​ເລືອກ​ຈະ​ເກີດ​ຂຶ້ນ​ແທ້.+ ຈາກ​ນັ້ນ ຕອນ​ທີ່​ຢູ່​ໃນ​ປະເທດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່+ ພວກ​ເຈົ້າ​ຈະ​ສຳນຶກ​ໄດ້​ວ່າ​ໂຕເອງ​ເຮັດ​ຜິດ.+ 2 ແລ້ວ​ພວກ​ເຈົ້າ​ກັບ​ລູກ​ຫຼານ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ແລະ​ຈະ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+ 3 ເມື່ອ​ເປັນ​ແນວ​ນັ້ນ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ​ການ​ເປັນ​ຊະເລີຍ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ+ ແລະ​ລວບລວມ​ພວກ​ເຈົ້າ​ທີ່​ກະຈັດກະຈາຍ​ກັນ​ຢູ່​ນຳ​ຊາດ​ຕ່າງ​ໆ​.+

  • ພະບັນຍັດ 30:8-10
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ເມື່ອ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ເຊື່ອ​ຟັງ​ເພິ່ນ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ໝົດ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ 9 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ+ ແລະ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​. ຝູງ​ສັດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອອກ​ແມ່​ແພ່​ລູກ ແລະ​ຜົນລະປູກ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອຸດົມ​ສົມບູນ. ພະ​ເຢໂຫວາ​ຍິນດີ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ອີກ ຄື​ກັບ​ທີ່​ເພິ່ນ​ຍິນດີ​ຕອນ​ທີ່​ໄດ້​ຊ່ວຍ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+ 10 ພວກ​ເຈົ້າ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+

  • 1 ກະສັດ 8:48, 49
    ຄຳພີໄບເບິນສະບັບແປໂລກໃໝ່
    • 48 ຖ້າ​ເຂົາ​ເຈົ້າ​ໄດ້​ກັບ​ມາ​ຫາ​ພະອົງ​ແທ້​ໆ​ດ້ວຍ​ສຸດ​ຊີວິດ​ສຸດ​ຫົວໃຈ+ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ຢູ່​ໃນ​ບ່ອນ​ທີ່​ພວກ​ສັດຕູ​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ ແລະ​ຖ້າ​ເຂົາ​ເຈົ້າ​ປິ່ນ​ໜ້າ​ມາ​ທາງ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ແລະ​ທາງ​ເມືອງ​ທີ່​ພະອົງ​ໄດ້​ເລືອກ​ແລະ​ທາງ​ວິຫານ​ທີ່​ລູກ​ສ້າງ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະອົງ​+ແລ້ວ​ອະທິດຖານ​ຫາ​ພະອົງ 49 ຂໍ​ໃຫ້​ພະອົງ​ຟັງ​ຄຳ​ອະທິດຖານ​ແລະ​ຄຳ​ອ້ອນວອນ​ຂອງ​ເຂົາ​ເຈົ້າ​ຈາກ​ສະຫວັນ​ທີ່​ເປັນ​ບ່ອນ​ຢູ່​ຂອງ​ພະອົງ.+ ຂໍ​ໃຫ້​ພະອົງ​ຊ່ວຍ​ເຂົາ​ເຈົ້າ

  • ເຢເຣມີຢາ 29:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ​ແລະ​ຈະ​ພົບ​ເຮົາ.+ ຍ້ອນ​ພວກ​ເຈົ້າ​ຊອກ​ຫາ​ເຮົາ​ດ້ວຍ​ສຸດ​ຫົວໃຈ+

  • ໂຢເອນ 2:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ບອກ​ວ່າ: “ຕອນນີ້​ໃຫ້​ພວກເຈົ້າ​ກັບມາຫາ​ເຮົາ​ດ້ວຍ​ສຸດຫົວໃຈ.+

      ໃຫ້​ອົດເຂົ້າ+​ແລະ​ຮ້ອງໄຫ້​ເສຍໃຈ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌