-
ພະບັນຍັດ 30:1-4ຄຳພີໄບເບິນສະບັບແປໂລກໃໝ່
-
-
30 “ຄຳອວຍພອນຫຼືຄຳສາບແຊ່ງທີ່ຂ້ອຍໃຫ້ພວກເຈົ້າເລືອກຈະເກີດຂຶ້ນແທ້.+ ຈາກນັ້ນ ຕອນທີ່ຢູ່ໃນປະເທດຕ່າງໆທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່+ ພວກເຈົ້າຈະສຳນຶກໄດ້ວ່າໂຕເອງເຮັດຜິດ.+ 2 ແລ້ວພວກເຈົ້າກັບລູກຫຼານຈະກັບມາຫາພະເຢໂຫວາພະເຈົ້າຂອງພວກເຈົ້າ+ ແລະຈະເຊື່ອຟັງແລະເຮັດຕາມຄຳສັ່ງທີ່ຂ້ອຍບອກພວກເຈົ້າໃນມື້ນີ້ຢ່າງສຸດຫົວໃຈແລະສຸດຊີວິດ.+ 3 ເມື່ອເປັນແນວນັ້ນແລ້ວ ພະເຢໂຫວາພະເຈົ້າຂອງພວກເຈົ້າຈະປົດປ່ອຍພວກເຈົ້າຈາກການເປັນຊະເລີຍ.+ ແລ້ວພະເຢໂຫວາພະເຈົ້າຂອງພວກເຈົ້າຈະສະແດງຄວາມເມດຕາ+ ແລະລວບລວມພວກເຈົ້າທີ່ກະຈັດກະຈາຍກັນຢູ່ນຳຊາດຕ່າງໆ.+ 4 ເຖິງວ່າພວກເຈົ້າຈະກະຈັດກະຈາຍກັນໄປໄກສ່ຳໃດ ພະເຢໂຫວາພະເຈົ້າຂອງພວກເຈົ້າກໍຈະລວບລວມພວກເຈົ້າກັບມາ.+
-
-
1 ກະສັດ 8:47, 48ຄຳພີໄບເບິນສະບັບແປໂລກໃໝ່
-
-
47 ໃນຕອນທີ່ເປັນຊະເລີຍ ຖ້າເຂົາເຈົ້າສຳນຶກໄດ້ວ່າເຮັດຜິດ+ ແລ້ວເຂົາເຈົ້າກັບມາຫາພະອົງ+ແລະອ້ອນວອນຕໍ່ພະອົງ+ວ່າ ‘ພວກເຮົາໄດ້ເຮັດຜິດແລະເຮັດຊົ່ວຕໍ່ພະອົງ’+ 48 ຖ້າເຂົາເຈົ້າໄດ້ກັບມາຫາພະອົງແທ້ໆດ້ວຍສຸດຊີວິດສຸດຫົວໃຈ+ຕອນທີ່ເຂົາເຈົ້າຍັງຢູ່ໃນບ່ອນທີ່ພວກສັດຕູຈັບເຂົາເຈົ້າໄປເປັນຊະເລີຍ ແລະຖ້າເຂົາເຈົ້າປິ່ນໜ້າມາທາງແຜ່ນດິນທີ່ພະອົງເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າແລະທາງເມືອງທີ່ພະອົງໄດ້ເລືອກແລະທາງວິຫານທີ່ລູກສ້າງເພື່ອສັນລະເສີນຊື່ຂອງພະອົງ+ແລ້ວອະທິດຖານຫາພະອົງ
-