ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 23:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ໃຫ້​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ​ມາ​ໃຫ້​ຢູ່​ເຮືອນ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.+

      ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ແມ່​ຂອງ​ມັນ.+

  • ຈົດເຊັນບັນຊີ 18:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ຕື່ມ​ອີກ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ເບິ່ງ​ແຍງ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ.+ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ສ່ວນ​ແບ່ງ​ຂອງ​ສິ່ງ​ບໍລິສຸດ​ນີ້​ຕະຫຼອດໄປ.+

  • ຈົດເຊັນບັນຊີ 18:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເມື່ອ​ພວກ​ອິດສະຣາເອນ​ເອົາ​ນ້ຳ​ມັນ​ທີ່​ດີ​ທີ່​ສຸດ ເຫຼົ້າແວງ​ທີ່​ດີ​ທີ່​ສຸດ ແລະ​ຜົນລະປູກ​ຊຸດ​ທຳອິດ+ມາ​ໃຫ້​ພະ​ເຢໂຫວາ ເຮົາ​ຈະ​ເອົາ​ໃຫ້​ເຈົ້າ.+

  • 2 ຂ່າວຄາວ 31:4
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ນອກ​ຈາກ​ນັ້ນ ເຮເຊກີຢາ​ຍັງ​ໄດ້​ສັ່ງ​ປະຊາຊົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ເອົາ​ສ່ວນ​ທີ່​ຄວນ​ໃຫ້​ພວກ​ປະໂລຫິດ​ກັບ​ພວກເລວີ​ມາ​ໃຫ້​ເຂົາ​ເຈົ້າ+ ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ໄດ້​ຢ່າງ​ເຕັມທີ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ.

  • ເນເຮມີຢາ 12:44
    ຄຳພີໄບເບິນສະບັບແປໂລກໃໝ່
    • 44 ໃນ​ມື້​ນັ້ນ​ມີ​ບາງຄົນ​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງ​ແຍງ​ຫ້ອງ​ຕ່າງ​ໆ​+​ທີ່ໃຊ້​ສຳລັບ​ມ້ຽນ​ເຄື່ອງ​ບໍລິຈາກ+ ຜົນລະປູກ​ຊຸດ​ທຳອິດ+ ແລະ​ເຄື່ອງ​ທີ່​ເປັນ 1 ສ່ວນ 10.+ ເຂົາ​ເຈົ້າ​ຕ້ອງ​ໄປ​ລວບລວມ​ເອົາ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງເມືອງ​ຕ່າງ​ໆ​ມາ​ໄວ້​ຢູ່​ຫ້ອງ​ເຫຼົ່ານີ້​ຕາມ​ທີ່​ກົດ​ໝາຍ​ກຳນົດ​ໄວ້+ ເພື່ອ​ເປັນ​ສ່ວນ​ແບ່ງ​ສຳລັບ​ພວກ​ປະໂລຫິດ​ແລະ​ພວກ​ເລວີ.+ ປະຊາຊົນ​ໃນ​ຢູດາ​ບໍລິຈາກ​ໃຫ້​ແບບ​ນີ້ຍ້ອນ​ເຂົາ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ມີ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ວິຫານ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌