-
2 ຂ່າວຄາວ 12:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ແຕ່ເຮົາຈະໃຫ້ເຂົາເຈົ້າຮັບໃຊ້ຊີຊາກ ແລ້ວເຂົາເຈົ້າຈະຮູ້ວ່າການຮັບໃຊ້ເຮົາກັບຮັບໃຊ້ກະສັດຂອງປະເທດອື່ນຕ່າງກັນແນວໃດ.”
9 ຊີຊາກກະສັດຂອງເອຢິບໄດ້ມາໂຈມຕີເມືອງເຢຣູຊາເລັມ ລາວເອົາຊັບສົມບັດທີ່ຢູ່ໃນວິຫານຂອງພະເຢໂຫວາ+ແລະໃນວັງຂອງກະສັດໄປ. ລາວເອົາທຸກສິ່ງທຸກຢ່າງ ລວມທັງໂລ້ຄຳທັງໝົດທີ່ໂຊໂລໂມນໄດ້ເຮັດໄປນຳ.+
-
-
ເຢເຣມີຢາ 5:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ແລະເມື່ອເຂົາເຈົ້າຖາມວ່າ ‘ເປັນຫຍັງພະເຢໂຫວາພະເຈົ້າຂອງພວກເຮົາຈຶ່ງເຮັດກັບພວກເຮົາແນວນີ້?’ ເຈົ້າກໍຄວນຕອບເຂົາເຈົ້າວ່າ ‘ຍ້ອນພວກເຈົ້າໄດ້ປະຖິ້ມພະເຈົ້າ ແລ້ວໄປນະມັດສະການພະເຈົ້າຂອງຄົນຕ່າງຊາດໃນແຜ່ນດິນຂອງພວກເຈົ້າ. ພວກເຈົ້າກໍຈະຕ້ອງຮັບໃຊ້ຄົນຕ່າງຊາດຢູ່ແຜ່ນດິນທີ່ບໍ່ແມ່ນຂອງພວກເຈົ້າ.’”+
-