ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 4:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ແຕກ​ໜີ​ໄປ​ຢູ່​ປະເທດ​ອື່ນ​ໆ​+ ແລະ​ຈະ​ມີ​ຄົນ​ລອດ​ບໍ່​ເທົ່າ​ໃດ​ຄົນ+​ໃນ​ປະເທດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄລ່​ພວກ​ເຈົ້າ​ໄປ​ຢູ່​ນັ້ນ.

  • ພະບັນຍັດ 28:48
    ຄຳພີໄບເບິນສະບັບແປໂລກໃໝ່
    • 48 ພະ​ເຢໂຫວາ​ຈະ​ໃຫ້​ສັດຕູ​ມາ​ຕໍ່ສູ້​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ຮັບ​ໃຊ້​ພວກ​ເຂົາ+​ທັງ​ໆ​ທີ່​ພວກ​ເຈົ້າ​ຫິວ​ເຂົ້າ+ຫິວ​ນ້ຳ ບໍ່​ມີ​ເຄື່ອງນຸ່ງ ແລະ​ບໍ່​ມີຫຍັງ. ເພິ່ນ​ຈະ​ເອົາ​ແອກ​ເຫຼັກມາ​ໃສ່​ຄໍ​ເຈົ້າ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ.

  • ພະບັນຍັດ 29:24, 25
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ລູກ​ຫຼານ​ຂອງ​ພວກ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ກໍ​ຈະ​ເວົ້າ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ກັບ​ແຜ່ນດິນ​ນີ້​ແນວ​ນີ້?+ ເປັນ​ຫຍັງ​ເພິ່ນ​ຄື​ໃຈ​ຮ້າຍ​ແນວ​ນີ້?’ 25 ແລ້ວ​ພວກ​ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ+ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ຕອນ​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+

  • 2 ຂ່າວຄາວ 7:21, 22
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ວິຫານ​ຫຼັງ​ນີ້​ຈະ​ເຫຼືອ​ແຕ່​ຊາກຫັກພັງ. ທຸກຄົນ​ທີ່​ຍ່າງ​ກາຍໄປ​ກາຍມາ​ຈະ​ຕົກໃຈ+​ແລະ​ເວົ້າ​ວ່າ ‘ເປັນຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ຈັ່ງ​ຊີ້​ກັບ​ແຜ່ນດິນ​ນີ້​ແລະ​ວິຫານ​ຫຼັງ​ນີ້?’+ 22 ແລ້ວ​ຄົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ ‘ກະ​ຍ້ອນ​ເຂົາເຈົ້າ​ປະຖິ້ມ​ພະ​ເຢໂຫວາ+​ພະເຈົ້າ​ຂອງ​ເຂົາເຈົ້າ​ຜູ້​ທີ່​ພາ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ອອກ​ມາ​ຈາກ​ເອຢິບ+ ແລ້ວ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະເຈົ້າ​ອື່ນ.+ ຍ້ອນແນວນີ້​ແຫຼະ ເພິ່ນ​ຈຶ່ງ​ໃຫ້​ເຂົາເຈົ້າ​ເຈິ​ເລື່ອງ​ທີ່​ໂຫດຮ້າຍ​ແບບນີ້.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌