ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 24:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ຕອນ​ທີ່​ພວກ​ທະຫານ​ຂອງ​ລາວ​ກຳລັງ​ລ້ອມ​ເມືອງ​ນັ້ນ​ຢູ່.

  • 2 ກະສັດ 24:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ກະສັດ​ບາບີໂລນ​ໄດ້​ເອົາ​ສິ່ງ​ມີ​ຄ່າ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຄື່ອງ​ໃຊ້​ທັງໝົດ​ທີ່​ເປັນ​ຄຳ​ທີ່​ໂຊໂລໂມນ​ກະສັດ​ອິດສະຣາເອນ​ເຮັດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ລາວ​ກໍ​ເອົາ​ມາ​ຕັດ​ເປັນ​ປ່ຽງ​ໆ​. ເລື່ອງ​ນີ້​ເກີດຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

  • 2 ຂ່າວຄາວ 36:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ເນບູກາດເນັດຊາ​ເອົາ​ເຄື່ອງໃຊ້​ບາງ​ສ່ວນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ບາບີໂລນ ແລະ​ເອົາ​ໄປ​ໄວ້​ໃນ​ວັງ​ຂອງ​ລາວ​ຢູ່​ບາບີໂລນ.+

  • 2 ຂ່າວຄາວ 36:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ເຄື່ອງໃຊ້​ທຸກ​ຢ່າງ​ທັງ​ອັນ​ນ້ອຍ​ອັນ​ໃຫຍ່​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ຊັບ​ສົມບັດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ຊັບ​ສົມບັດ​ຂອງ​ກະສັດ​ກັບ​ຂອງ​ພວກ​ເຈົ້າ​ນາຍ ລາວ​ໄດ້​ເອົາ​ໄປ​ບາບີໂລນ​ຈົນ​ໝົດ.+

  • ເອັດຊະຣາ 6:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ເຄື່ອງໃຊ້​ຕ່າງ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ​ທີ່​ເນບູກາດເນັດຊາ​ເອົາ​ມາ​ຈາກ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເອົາ​ມາ​ໄວ້​ຢູ່​ບາບີໂລນ+ ໃຫ້​ເອົາ​ກັບ​ໄປ​ໄວ້​ຢູ່​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣູຊາເລັມ​ຄື​ເກົ່າ.’+

  • ດານີເອນ 1:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 1 ໃນ​ປີ​ທີ 3 ທີ່​ເຢໂຮຢາກີມ+​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ລ້ອມ​ເມືອງ​ເຢຣູຊາເລັມ.+ 2 ພະ​ເຢໂຫວາ​ໄດ້​ໃຫ້​ເນບູກາດເນັດຊາ​ຕໍ່ສູ້​ຊະນະ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ.+ ເນບູກາດເນັດຊາ​ໄດ້​ເອົາ​ເຄື່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ບາບີໂລນ*+ ແລະ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ລາວ.+

  • ດານີເອນ 5:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ຕອນ​ທີ່​ເບນຊັດຊາເຣ​ເມົາ ລາວ​ໄດ້​ສັ່ງ​ໃຫ້​ເອົາ​ຈອກ​ເງິນ​ກັບ​ຈອກ​ຄຳ​ທີ່​ເນບູກາດເນັດຊາ​ພໍ່*​ຂອງ​ລາວ​ເອົາ​ມາ​ຈາກ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ອອກ​ມາ+ ເພື່ອ​ໃຫ້​ລາວ​ກັບ​ພວກ​ຜູ້​ປົກຄອງ ແລະ​ໃຫ້​ພວກ​ເມຍ​ກັບ​ພວກ​ເມຍ​ນ້ອຍ*​ຂອງ​ລາວ​ໃສ່​ເຫຼົ້າແວງ​ກິນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌