ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 139:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ຖ້າ​ລູກ​ເວົ້າ​ວ່າ: “ຄັນ​ຂ້ອຍ​ຢູ່​ໃນ​ບ່ອນ​ມືດ ກໍ​ຈະ​ບໍ່​ມີ​ໃຜ​ເຫັນ​ຂ້ອຍ​ດອກ.”

      ແຕ່​ພະອົງ​ຈະ​ເຫັນ​ລູກ​ຄື​ກັບ​ວ່າ​ລູກ​ຢືນ​ຢູ່​ໃນ​ບ່ອນ​ແຈ້ງ.

      12 ສຳລັບ​ພະອົງ ຄວາມ​ມືດ​ບໍ່​ໄດ້​ມືດ​ເລີຍ

      ຕອນ​ກາງຄືນ​ກໍ​ແຈ້ງ​ຄື​ກັບ​ຕອນ​ກາງເວັນ+

      ແລະ​ຄວາມ​ມືດ​ກໍ​ບໍ່​ໄດ້​ຕ່າງ​ຫຍັງ​ກັບ​ຄວາມ​ສະຫວ່າງ.+

  • ເອຊາຢາ 29:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ຄົນ​ທີ່​ພະຍາຍາມ​ເຊື່ອງ​ແຜນການ*​ຊົ່ວ​ຂອງ​ເຂົາເຈົ້າ​ບໍ່​ໃຫ້​ພະ​ເຢໂຫວາ​ຮູ້.+

      ຕອນ​ທີ່​ເຂົາເຈົ້າ​ລັກ​ເຮັດ​ຊົ່ວ​ຢູ່​ບ່ອນ​ມືດ​ໆ​

      ເຂົາເຈົ້າ​ຈະ​ເວົ້າ​ວ່າ: “ບໍ່​ມີ​ໃຜ​ເຫັນ​ເຮົາ​ດອກ.

      ບໍ່​ມີ​ໃຜ​ຮູ້​ດອກ​ວ່າ​ເຮົາ​ເຮັດ​ຫຍັງ.”+

  • ເຢເຣມີຢາ 23:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ພະ​ເຢໂຫວາ​ເວົ້າ​ວ່າ: “ມີ​ໃຜ​ແດ່​ທີ່​ໄປ​ລີ້ ແລ້ວ​ເຮົາ​ຊິ​ບໍ່​ເຫັນ?”+

      ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ບໍ່​ແມ່ນ​ບໍ?+

  • ອາໂມດ 9:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ຖ້າ​ເຂົາເຈົ້າ​ໄປ​ລີ້​ຢູ່​ເທິງ​ຈອມພູ​ກາເມນ

      ເຮົາ​ກໍ​ຈະ​ໄປ​ຊອກ​ຫາ​ເຂົາເຈົ້າ​ແລະ​ຈັບ​ເຂົາເຈົ້າ​ຢູ່​ຫັ້ນ.+

      ຖ້າ​ເຂົາເຈົ້າ​ໄປ​ລີ້​ຢູ່ພື້ນ​ທະເລ

      ເຮົາ​ກໍ​ຈະ​ໃຊ້​ງູ​ໄປ​ຕອດ​ເຂົາເຈົ້າ.

  • ເຮັບເຣີ 4:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ຂຶ້ນ​ມາ ບໍ່​ມີ​ຫຍັງ​ຖືກ​ປົກ​ປິດ​ໄວ້​ຈາກ​ສາຍ​ຕາ​ຂອງ​ເພິ່ນ+ ແຕ່​ທຸກ​ສິ່ງ​ຖືກ​ເປີດເຜີຍ​ແລະ​ປາກົດ​ແຈ້ງຕໍ່​ສາຍ​ຕາ​ຂອງ​ເພິ່ນ​ຜູ້​ທີ່​ພວກ​ເຮົາ​ຕ້ອງໃຫ້​ການ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌