ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 14:1-7
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ຄົນ​ໂງ່​ຄິດ​ໃນ​ໃຈ​ວ່າ:

      “ພະ​ເຢໂຫວາ​ບໍ່​ມີ​ແທ້​ດອກ.”+

      ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.

      ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.+

       2 ແຕ່​ພະ​ເຢໂຫວາ​ແນມ​ເບິ່ງ​ມະນຸດ​ຈາກ​ສະຫວັນ

      ເພື່ອ​ເບິ່ງ​ວ່າ​ມີ​ໃຜ​ແດ່​ທີ່​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ໃຜ​ແດ່​ທີ່​ກຳລັງ​ຊອກ​ຫາ​ພະ​ເຢໂຫວາ.+

       3 ເຂົາເຈົ້າ​ທຸກ​ຄົນ​ຖິ້ມ​ແນວ​ທາງ​ທີ່​ຖືກຕ້ອງ.+

      ເຂົາເຈົ້າ​ບໍ່​ສັດຊື່​ຄື​ກັນ​ໝົດ.

      ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ

      ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.

       4 ພວກ​ຄົນ​ຊົ່ວ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ​ບໍ?

      ເຂົາເຈົ້າ​ກົດຂີ່​ຄົນ​ຂອງ​ພະເຈົ້າ​ໄດ້​ງ່າຍ​ໆ​ຄື​ກັບ​ກິນ​ເຂົ້າ.

      ເຂົາເຈົ້າ​ບໍ່​ໄດ້​ນະມັດສະການ*​ພະ​ເຢໂຫວາ.

       5 ແຕ່​ເຂົາເຈົ້າ​ຈະ​ຢ້ານ​ແທ້​ຢ້ານ​ວ່າ+

      ຍ້ອນ​ພະ​ເຢໂຫວາ​ຢູ່​ກັບ​ຄົນ*​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

       6 ພວກເຈົ້າ​ທີ່​ເປັນ​ຄົນ​ຊົ່ວ​ໄດ້​ພະຍາຍາມ​ທຳລາຍ​ຄວາມຫວັງ​ຂອງ​ຄົນ​ທຸກ

      ແຕ່​ພະ​ເຢໂຫວາ​ເປັນ​ບ່ອນ​ເພິ່ງ​ຂອງ​ເຂົາເຈົ້າ.+

       7 ຂໍ​ໃຫ້​ຄວາມ​ລອດ​ຂອງ​ອິດສະຣາເອນ​ມາ​ຈາກ​ຊີໂອນ+

      ເມື່ອ​ພະ​ເຢໂຫວາ​ລວບລວມ​ຄົນ​ຂອງ​ເພິ່ນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.

      ຂໍ​ໃຫ້​ຢາໂຄບ​ມີ​ຄວາມສຸກ ຂໍ​ໃຫ້​ອິດສະຣາເອນ​ມີ​ຄວາມ​ຍິນດີ.

  • ໂຣມ 3:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌