ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 53:ຫົວບົດ-6
    ຄຳພີໄບເບິນສະບັບແປໂລກໃໝ່
    • ເຖິງ​ຜູ້​ຄວບຄຸມ​ດົນຕີ ເພງ​ນີ້​ຕັ້ງ​ແບບ​ມາຮາລາດ.* ມັດຄິວ*​ຂອງ​ດາວິດ.

      53 ຄົນ​ໂງ່​ຄິດ​ໃນ​ໃຈ​ວ່າ:

      “ພະ​ເຢໂຫວາ​ບໍ່​ມີ​ແທ້​ດອກ.”+

      ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.

      ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.+

       2 ແຕ່​ພະເຈົ້າ​ແນມ​ເບິ່ງ​ມະນຸດ​ຈາກ​ສະຫວັນ+

      ເພື່ອ​ເບິ່ງ​ວ່າ​ມີ​ໃຜ​ແດ່​ທີ່​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ໃຜ​ແດ່​ທີ່​ກຳລັງ​ຊອກຫາ​ພະ​ເຢໂຫວາ.+

       3 ເຂົາເຈົ້າ​ທຸກ​ຄົນ​ຖິ້ມ​ແນວ​ທາງ​ທີ່​ຖືກຕ້ອງ.

      ເຂົາເຈົ້າ​ບໍ່​ສັດຊື່​ຄື​ກັນ​ໝົດ.

      ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ

      ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.+

       4 ພວກ​ຄົນ​ຊົ່ວ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ​ບໍ?

      ເຂົາເຈົ້າ​ກົດຂີ່​ຄົນ​ຂອງ​ພະເຈົ້າ​ໄດ້​ງ່າຍ​ໆ​ຄື​ກັບ​ກິນ​ເຂົ້າ.

      ເຂົາເຈົ້າ​ບໍ່​ໄດ້​ນະມັດສະການ*​ພະ​ເຢໂຫວາ.+

       5 ແຕ່​ເຂົາເຈົ້າ​ຈະ​ຢ້ານ​ແທ້​ຢ້ານ​ວ່າ

      ຢ້ານ​ແບບ​ທີ່​ບໍ່​ເຄີຍ​ຢ້ານ​ມາ​ກ່ອນ*

      ຍ້ອນ​ພະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ຄົນ​ທີ່​ມາ​ໂຈມຕີ​ເຈົ້າ*​ຢາຍ​ຢູ່​ທົ່ວທີບ​ທົ່ວແດນ.

      ເຈົ້າ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ອັບອາຍ​ຂາຍ​ໜ້າ​ຍ້ອນ​ພະ​ເຢໂຫວາ​ໄດ້​ປະຕິເສດ​ເຂົາເຈົ້າ.

       6 ຂໍ​ໃຫ້​ຄວາມ​ລອດ​ຂອງ​ອິດສະຣາເອນ​ມາ​ຈາກ​ຊີໂອນ+

      ເມື່ອ​ພະ​ເຢໂຫວາ​ລວບລວມ​ຄົນ​ຂອງ​ເພິ່ນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.

      ຂໍ​ໃຫ້​ຢາໂຄບ​ມີ​ຄວາມສຸກ ຂໍ​ໃຫ້​ອິດສະຣາເອນ​ມີ​ຄວາມ​ຍິນດີ.

  • ໂຣມ 3:10-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.+ 11 ບໍ່​ມີ​ໃຜ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ບໍ່​ມີ​ໃຜ​ຢາກ​ຮູ້​ຈັກ​ພະເຈົ້າ​ແທ້​ໆ​. 12 ທຸກ​ຄົນ​ຖິ້ມ​ແນວ​ທາງ​ທີ່​ຖືກຕ້ອງ ທຸກ​ຄົນ​ກາຍ​ເປັນ​ຄົນ​ບໍ່​ມີ​ຄ່າ. ບໍ່​ມີ​ໃຜ​ສະແດງ​ຄວາມ​ເມດຕາ ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌