ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢຊວຍ 7:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຖ້າ​ພວກ​ການາອານ​ກັບ​ຄົນ​ໃນ​ແຜ່ນດິນ​ນີ້​ໄດ້​ຍິນ​ເລື່ອງ​ນີ້ ພວກ​ເຂົາ​ກໍ​ຊິ​ພາກັນ​ມາ​ລ້ອມ​ແລະ​ຂ້າ​ພວກ​ເຮົາ ຈົນ​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ນີ້ຈື່​ຊື່​ພວກ​ເຮົາ​ໄດ້ ແລ້ວ​ພະອົງ​ຊິ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ຊື່​ທີ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບ​ຖື​ຂອງ​ພະອົງ?”+

  • 1 ຊາມູເອນ 12:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ພະ​ເຢໂຫວາ​ຈະ​ບໍ່​ຖິ້ມປະຊາຊົນຂອງ​ເພິ່ນ+ ຍ້ອນ​ເຫັນ​ແກ່​ຊື່​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ+ ແລະ​ຍ້ອນ​ພະ​ເຢໂຫວາ​ຕັ້ງ​ໃຈ​ເລືອກ​ພວກ​ເຈົ້າ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ.+

  • 2 ຂ່າວຄາວ 14:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ອາຊາ​ໄດ້​ອ້ອນວອນ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ+​ວ່າ: “ພະ​ເຢໂຫວາ ບໍ່​ວ່າ​ຄົນ​ທີ່​ພະອົງ​ຊ່ວຍ​ຈະ​ເຂັ້ມແຂງ*​ຫຼື​ອ່ອນແອ+ ພະອົງ​ກໍ​ຊ່ວຍ​ໄດ້. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພວກ​ເຮົາ​ເພິ່ງ​ພະອົງ+​ແລະ​ພວກ​ເຮົາ​ມາ​ຕໍ່ສູ້​ກັບກອງ​ທັບ​ໃຫຍ່​ນີ້ໃນ​ນາມ​ຂອງ​ພະອົງ.+ ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ ຂໍ​ຢ່າ​ໃຫ້​ມະນຸດ​ຊະນະ​ພະອົງ.”+

  • ເພງສັນລະເສີນ 115:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 115 ພະ​ເຢໂຫວາ​ເອີ້ຍ ພວກເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຫຍັງ ພວກເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຫຍັງ​ເລີຍ.*

      ແຕ່​ຊື່​ຂອງ​ພະອົງ​ສົມຄວນ​ໄດ້​ຮັບ​ກຽດ​ແລະ​ການ​ຍົກຍ້ອງ+

      ຍ້ອນ​ພະອົງ​ສັດຊື່​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ.+

       2 ເປັນຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຊາດ​ຕ່າງ​ໆ​ເວົ້າ​ວ່າ:

      “ຢູ່​ໃສ​ພະເຈົ້າ​ຂອງ​ເຂົາເຈົ້າ?”+

  • ເອຊາຢາ 48:9
    ຄຳພີໄບເບິນສະບັບແປໂລກໃໝ່
    •  9 ຍ້ອນ​ເຫັນ​ແກ່​ຊື່​ຂອງ​ເຮົາ ເຮົາ​ຈຶ່ງ​ອົດ​ໄວ້​ແລະ​ຍັງ​ບໍ່​ໃຈຮ້າຍ.+

      ເຮົາ​ອົດທົນ​ກັບ​ພວກເຈົ້າ​ເພື່ອ​ໃຫ້​ເຮົາ​ໄດ້​ຮັບ​ກຽດ

      ແລະ​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ.+

  • ເຢເຣມີຢາ 14:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໃຫ້​ຫຼັກຖານ​ວ່າ​ພວກ​ເຮົາ​ຜິດ​ແທ້​ໆ​

      ແຕ່​ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເຮັດ​ຫຍັງ​ບາງ​ຢ່າງ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ+

      ຍ້ອນ​ພວກ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ຫຼາຍ​ຢ່າງ+

      ແລະ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌