-
ອົບພະຍົບ 16:12-15ຄຳພີໄບເບິນສະບັບແປໂລກໃໝ່
-
-
12 “ເຮົາໄດ້ຍິນຄຳຈົ່ມຂອງພວກອິດສະຣາເອນແລ້ວ.+ ໃຫ້ບອກເຂົາເຈົ້າວ່າ ‘ຕອນໃກ້ຊິຄ່ຳ* ພວກເຈົ້າຈະໄດ້ກິນຊີ້ນ ແລະໃນຕອນເຊົ້າ ພວກເຈົ້າຊິໄດ້ກິນຂອງກິນອີກຢ່າງໜຶ່ງຈົນອີ່ມ.+ ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.’”+
13 ເມື່ອຮອດຕອນແລງ ນົກກະທາກໍບິນລົງມາເຕັມຄ້າຍພັກ+ ແລະໃນຕອນເຊົ້າກໍມີນ້ຳຄ້າງປົກຄຸມທົ່ວບໍລິເວນຄ້າຍພັກ. 14 ເມື່ອນ້ຳຄ້າງເຫີຍໝົດແລ້ວ ກໍມີເມັດນ້ອຍໆປົກຄຸມທົ່ວໜ້າດິນໃນບ່ອນກັນດານ.+ 15 ເມື່ອພວກອິດສະຣາເອນເຫັນ ເຂົາເຈົ້າພາກັນເວົ້າວ່າ: “ອັນນີ້ແມ່ນຫຍັງນິ?” ເພາະເຂົາເຈົ້າບໍ່ຮູ້ວ່າມັນແມ່ນຫຍັງ. ໂມເຊກໍເລີຍບອກເຂົາເຈົ້າວ່າ: “ອັນນີ້ແມ່ນຂອງກິນອີກຢ່າງໜຶ່ງທີ່ພະເຢໂຫວາໃຫ້ພວກເຈົ້າ.+
-
-
ເພງສັນລະເສີນ 78:24ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ເພິ່ນເຮັດໃຫ້ມີມານາຕົກລົງມາໃຫ້ເຂົາເຈົ້າກິນ.
ເພິ່ນໃຫ້ເຂົາເຈົ້າໄດ້ກິນອາຫານຈາກສະຫວັນ.+
-