ໂຢຊວຍ 11:23 ຄຳພີໄບເບິນສະບັບແປໂລກໃໝ່ 23 ໂຢຊວຍຍຶດເອົາແຜ່ນດິນທັງໝົດໄດ້ຕາມທີ່ພະເຢໂຫວາສັນຍາໄວ້ກັບໂມເຊ.+ ໂຢຊວຍໄດ້ແບ່ງດິນທັງໝົດນີ້ໃຫ້ເປັນມໍລະດົກຂອງແຕ່ລະຕະກູນໃນພວກອິດສະຣາເອນ.+ ແລ້ວແຜ່ນດິນຂອງເຂົາເຈົ້າກໍບໍ່ມີສົງຄາມ.+ ໂຢຊວຍ 21:43 ຄຳພີໄບເບິນສະບັບແປໂລກໃໝ່ 43 ພະເຢໂຫວາໄດ້ເອົາແຜ່ນດິນໃຫ້ພວກອິດສະຣາເອນຕາມທີ່ເພິ່ນໄດ້ສັນຍາວ່າຈະເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.+ ເຂົາເຈົ້າກໍໄດ້ເຂົ້າໄປຢູ່ແລະປົກຄອງແຜ່ນດິນນັ້ນ.+ ເນເຮມີຢາ 9:22 ຄຳພີໄບເບິນສະບັບແປໂລກໃໝ່ 22 ພະອົງໄດ້ເອົາປະເທດຕ່າງໆແລະຄົນໃນປະເທດເຫຼົ່ານັ້ນໃຫ້ເຂົາເຈົ້າ ແລ້ວກໍແບ່ງດິນໃຫ້ເຂົາເຈົ້າ.+ ເຂົາເຈົ້າຈຶ່ງໄດ້ເປັນເຈົ້າຂອງແຜ່ນດິນຂອງສີໂຮນ+ກະສັດຂອງເມືອງເຮັດຊະໂບນ+ແລະເປັນເຈົ້າຂອງແຜ່ນດິນຂອງໂອກ+ກະສັດຂອງບາຊານ. ເພງສັນລະເສີນ 78:55 ຄຳພີໄບເບິນສະບັບແປໂລກໃໝ່ 55 ເພິ່ນໄລ່ຊາດຕ່າງໆອອກໄປຕໍ່ໜ້າເຂົາເຈົ້າ.+ເພິ່ນໃຊ້ສາຍແທກແບ່ງດິນໃຫ້ເຂົາເຈົ້າເປັນມໍລະດົກ.+ເພິ່ນໃຫ້ຕະກູນຕ່າງໆຂອງອິດສະຣາເອນໄດ້ບ່ອນຢູ່ເປັນຂອງໂຕເອງ.+ ກິດຈະການ 13:19 ຄຳພີໄບເບິນສະບັບແປໂລກໃໝ່ 19 ຫຼັງຈາກທີ່ເພິ່ນທຳລາຍ 7 ຊາດໃນແຜ່ນດິນການາອານແລ້ວ ເພິ່ນກໍໃຫ້ຄົນອິດສະຣາເອນຄອບຄອງແຜ່ນດິນຂອງພວກນັ້ນ.*+
23 ໂຢຊວຍຍຶດເອົາແຜ່ນດິນທັງໝົດໄດ້ຕາມທີ່ພະເຢໂຫວາສັນຍາໄວ້ກັບໂມເຊ.+ ໂຢຊວຍໄດ້ແບ່ງດິນທັງໝົດນີ້ໃຫ້ເປັນມໍລະດົກຂອງແຕ່ລະຕະກູນໃນພວກອິດສະຣາເອນ.+ ແລ້ວແຜ່ນດິນຂອງເຂົາເຈົ້າກໍບໍ່ມີສົງຄາມ.+
43 ພະເຢໂຫວາໄດ້ເອົາແຜ່ນດິນໃຫ້ພວກອິດສະຣາເອນຕາມທີ່ເພິ່ນໄດ້ສັນຍາວ່າຈະເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.+ ເຂົາເຈົ້າກໍໄດ້ເຂົ້າໄປຢູ່ແລະປົກຄອງແຜ່ນດິນນັ້ນ.+
22 ພະອົງໄດ້ເອົາປະເທດຕ່າງໆແລະຄົນໃນປະເທດເຫຼົ່ານັ້ນໃຫ້ເຂົາເຈົ້າ ແລ້ວກໍແບ່ງດິນໃຫ້ເຂົາເຈົ້າ.+ ເຂົາເຈົ້າຈຶ່ງໄດ້ເປັນເຈົ້າຂອງແຜ່ນດິນຂອງສີໂຮນ+ກະສັດຂອງເມືອງເຮັດຊະໂບນ+ແລະເປັນເຈົ້າຂອງແຜ່ນດິນຂອງໂອກ+ກະສັດຂອງບາຊານ.
55 ເພິ່ນໄລ່ຊາດຕ່າງໆອອກໄປຕໍ່ໜ້າເຂົາເຈົ້າ.+ເພິ່ນໃຊ້ສາຍແທກແບ່ງດິນໃຫ້ເຂົາເຈົ້າເປັນມໍລະດົກ.+ເພິ່ນໃຫ້ຕະກູນຕ່າງໆຂອງອິດສະຣາເອນໄດ້ບ່ອນຢູ່ເປັນຂອງໂຕເອງ.+
19 ຫຼັງຈາກທີ່ເພິ່ນທຳລາຍ 7 ຊາດໃນແຜ່ນດິນການາອານແລ້ວ ເພິ່ນກໍໃຫ້ຄົນອິດສະຣາເອນຄອບຄອງແຜ່ນດິນຂອງພວກນັ້ນ.*+