ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 12:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ຫ້າມ​ເອົາ​ວິທີ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ​ມາ​ໃຊ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ພະ​ເຢໂຫວາ​ກຽດ​ຊັງ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ໃຫ້​ພະເຈົ້າ​ຂອງ​ພວກ​ເຂົາ. ພວກ​ເຂົາ​ເຖິງຂັ້ນ​ວ່າ​ເອົາ​ລູກ​ຊາຍ​ລູກສາວ​ຂອງ​ໂຕເອງ​ໄປ​ເຜົາ​ໃຫ້​ພະເຈົ້າ​ເຫຼົ່າ​ນັ້ນ.+

  • 2 ກະສັດ 16:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ໃນ​ປີ​ທີ 17 ທີ່​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຮາດ​+ລູກ​ຊາຍ​ຂອງ​ໂຢທາມ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.

  • 2 ກະສັດ 16:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ແຕ່​ລາວ​ເຮັດ​ຊົ່ວ​ຄື​ກັບ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ.+ ລາວ​ເຖິງຂັ້ນ​ວ່າ​ເຜົາ​ລູກ​ຊາຍ​ຂອງ​ໂຕເອງ.+ ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.

  • 2 ກະສັດ 17:17, 18
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ໄດ້​ເຜົາ​ລູກ​ຊາຍ​ແລະ​ລູກສາວ+ ທຳ​ນາຍ​ອະນາຄົດ​+ແລະ​ເບິ່ງ​ດວງ. ເຂົາ​ເຈົ້າຕັ້ງໃຈ*ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ເພື່ອ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ.

      18 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເພິ່ນ​ຈຶ່ງ​ກຳຈັດ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຕໍ່​ໜ້າເພິ່ນ.+ ເພິ່ນ​ບໍ່​ໃຫ້​ໃຜ​ເຫຼືອ​ຢູ່​ໃນແຜ່ນດິນນັ້ນ ຍົກເວັ້ນ​ຕະກູນ​ຢູດາ​ຕະກູນ​ດຽວ.

  • ເຢເຣມີຢາ 7:30, 31
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ພະ​ເຢໂຫວາ​ເວົ້າ​ວ່າ ‘ພວກ​ຢູດາ​ເຮັດ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ຊົ່ວ. ເຂົາ​ເຈົ້າ​ເອົາ​ຮູບ​ບູຊາ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ​ໄປ​ຕັ້ງ​ໄວ້​ໃນ​ວິຫານ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ​ເພື່ອ​ເຮັດ​ໃຫ້​ວິຫານ​ນັ້ນ​ບໍ່​ສະອາດ.+ 31 ເຂົາ​ເຈົ້າ​ສ້າງ​ບ່ອນ​ນະມັດສະການ​ຢູ່​ໂຕເຟັດ*​ທີ່​ຢູ່​ຮ່ອມ​ພູ​ຮິນໂນມ*+​ເພື່ອ​ເອົາ​ລູກ​ຊາຍ​ແລະ​ລູກ​ສາວ​ໄປ​ເຜົາ​ບູຊາ+ ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ເຂົາ​ເຈົ້າ​ເຮັດ​ແລະ​ບໍ່​ເຄີຍ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ​ເລີຍ.’+

  • 1 ໂກຣິນໂທ 10:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ບໍ່​ສຳຄັນ​ດອກ ແຕ່​ຂ້ອຍ​ໝາຍ​ຄວາມ​ວ່າ​ເຄື່ອງ​ບູຊາ​ທີ່​ຄົນ​ຕ່າງ​ຊາດ​ເອົາ​ໄປ​ບູຊາ​ນັ້ນ ເຂົາເຈົ້າ​ເອົາ​ໃຫ້​ພວກ​ປີສາດ ບໍ່​ແມ່ນ​ເອົາ​ໃຫ້​ພະເຈົ້າ.+ ຂ້ອຍ​ບໍ່​ຢາກ​ໃຫ້​ເຈົ້າ​ມີ​ສ່ວນ​ກັບ​ພວກ​ປີສາດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌