-
ເອຊາຢາ 49:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາເວົ້າວ່າ:
“ໃນຕອນທີ່ເຮົາພໍໃຈເຈົ້າ ເຮົາໄດ້ຟັງແລະຕອບເຈົ້າ.+
ໃນມື້ທີ່ຊ່ວຍໃຫ້ລອດ ເຮົາໄດ້ຊ່ວຍເຈົ້າ.+
ເຮົາໄດ້ປົກປ້ອງເຈົ້າຕະຫຼອດເພື່ອເຈົ້າຈະເປັນແນວຄ້ຳປະກັນ*ລະຫວ່າງເຮົາກັບທຸກຄົນ+
ເພື່ອໃຫ້ເຈົ້າຟື້ນຟູແຜ່ນດິນ
ເພື່ອໃຫ້ເຈົ້າຊ່ວຍປະຊາຊົນໃຫ້ໄດ້ຮັບມູນມໍລະດົກທີ່ຖືກປະຖິ້ມໄວ້+
9 ເພື່ອເວົ້າກັບພວກນັກໂທດທີ່ຢູ່ໃນຄຸກວ່າ ‘ອອກມາໂລດ!’+
ແລະເພື່ອເວົ້າກັບຄົນທີ່ຢູ່ບ່ອນມືດໆ+ວ່າ ‘ອອກມາໃຫ້ຄົນອື່ນເຫັນແມ້!’
ເຂົາເຈົ້າຈະເປັນຄືກັບແກະທີ່ກິນຫຍ້າຢູ່ຕາມຫົນທາງ.
ຫົນທາງທີ່ມີຄົນທຽວໄປທຽວມາ*ຈະເປັນຄືກັບທົ່ງຫຍ້າສຳລັບເຂົາເຈົ້າ.
-