-
2 ຊາມູເອນ 22:32-43ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ບໍ່ມີພະເຈົ້າອື່ນນອກຈາກພະເຢໂຫວາ+
ແລະພະເຈົ້າຂອງພວກເຮົາເປັນຄືກັບຫີນຜາ.+
34 ພະອົງເຮັດໃຫ້ລູກໂດດໄດ້ຄືກວາງ.
ພະອົງເຮັດໃຫ້ລູກຢືນຢູ່ບ່ອນທີ່ສູງຊັນໄດ້.+
35 ພະອົງຝຶກລູກໃຫ້ເຮັດສົງຄາມ
ລູກຈຶ່ງກົ່ງຄັນທະນູທອງແດງໄດ້.
37 ພະອົງເຮັດໃຫ້ທາງຍ່າງຂອງລູກກວ້າງອອກ
ລູກຈຶ່ງບໍ່ມື່ນ.+
38 ລູກຈະໄລ່ລ່າແລະກຳຈັດພວກສັດຕູ.
ລູກຈະບໍ່ກັບມາຈົນກວ່າຈະຂ້າເຂົາເຈົ້າໄດ້ໝົດ.
39 ລູກຈະກວາດລ້າງເຂົາເຈົ້າໃຫ້ໝົດຈົນລຸກຂຶ້ນມາບໍ່ໄດ້.+
ເຂົາເຈົ້າຈະລົ້ມລົງແລະລູກຈະເອົາຕີນຢຽບ.
42 ເຂົາເຈົ້າຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຈະບໍ່ມີໃຜຊ່ວຍ.
ເຖິງວ່າເຂົາເຈົ້າຂໍໃຫ້ພະເຢໂຫວາຊ່ວຍ ແຕ່ພະອົງກໍຈະບໍ່ຟັງ.+
43 ລູກຈະຕຳເຂົາເຈົ້າຈົນມຸ່ນຄືກັບຂີ້ຝຸ່ນ.
ລູກຈະຢຽບເຂົາເຈົ້າຈົນແປຄືກັບຂີ້ຕົມຢູ່ຫົນທາງ.
-