-
ເພງສັນລະເສີນ 115:4-8ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຮູບບູຊາຂອງເຂົາເຈົ້າເຮັດຈາກເງິນຈາກຄຳ
ແລະເປັນສິ່ງທີ່ມະນຸດເຮັດຂຶ້ນມາ.+
5 ຮູບບູຊາເຫຼົ່ານັ້ນມີປາກແຕ່ເວົ້າບໍ່ໄດ້+
ມີຕາແຕ່ເບິ່ງບໍ່ເຫັນ
6 ມີຫູແຕ່ບໍ່ໄດ້ຍິນ
ມີດັງແຕ່ດົມກິ່ນບໍ່ໄດ້
7 ມີມືແຕ່ຈັບຫຍັງບໍ່ໄດ້
ມີຕີນແຕ່ຍ່າງບໍ່ໄດ້+
ແລະບໍ່ມີສຽງອອກຈາກລຳຄໍເລີຍ.+
8 ຄົນທີ່ເຮັດພວກມັນຂຶ້ນມາແລະຄົນທີ່ໄວ້ວາງໃຈພວກມັນ
ກໍຈະເປັນຄືກັບພວກມັນຫັ້ນແຫຼະ.+
-