ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 135:15-18
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຮູບ​ບູຊາ​ຂອງ​ຊາດ​ຕ່າງ​ໆ​ເຮັດ​ຈາກ​ເງິນ​ຈາກ​ຄຳ

      ແລະ​ເປັນ​ສິ່ງ​ທີ່​ມະນຸດ​ເຮັດ​ຂຶ້ນ​ມາ.+

      16 ຮູບ​ບູຊາ​ເຫຼົ່າ​ນັ້ນ​ມີ​ປາກ​ແຕ່​ເວົ້າ​ບໍ່​ໄດ້+

      ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ

      17 ມີ​ຫູ​ແຕ່​ບໍ່​ໄດ້​ຍິນ

      ແລະ​ບໍ່​ມີ​ລົມ​ຫາຍໃຈ​ອອກ​ມາ​ຈາກ​ປາກ.+

      18 ຄົນ​ທີ່​ເຮັດ​ພວກ​ມັນ​ຂຶ້ນ​ມາ​ແລະ​ຄົນ​ທີ່​ໄວ້​ວາງໃຈ​ພວກ​ມັນ+

      ກໍ​ຈະ​ເປັນ​ຄື​ກັບ​ພວກ​ມັນ​ຫັ້ນ​ແຫຼະ.+

  • ເອຊາຢາ 40:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຊ່າງ​ຜູ້​ໜຶ່ງ​ຫຼໍ່​ຮູບ​ບູຊາ​ຂຶ້ນ​ມາ

      ແລ້ວ​ຊ່າງ​ຄຳ​ກໍ​ເອົາ​ຄຳ​ໂອບ+

      ແລະ​ລາວ​ໄດ້​ເຮັດ​ໂສ້​ເງິນ​ປະດັບ​ໃສ່.

  • ເອຊາຢາ 46:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ຄົນ​ຖອກ​ຄຳ​ອອກ​ຈາກ​ຖົງ​ຂອງ​ເຂົາເຈົ້າ

      ເອົາ​ເງິນ​ໄປ​ຊັ່ງ

      ແລະ​ຈ້າງ​ຊ່າງ​ຕີ​ເຫຼັກ​ໃຫ້​ເອົາ​ເງິນ​ເອົາ​ຄຳ​ນັ້ນ​ໄປ​ເຮັດ​ຮູບ​ພະ​ໃຫ້​ເຂົາເຈົ້າ.+

      ແລ້ວ​ເຂົາເຈົ້າ​ກໍ​ກົ້ມ​ກາບ​ແລະ​ນະມັດສະການ​ຮູບ​ພະ​ນັ້ນ.+

  • ເຢເຣມີຢາ 10:3, 4
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ທຳນຽມ​ຂອງ​ຊາດ​ຕ່າງ​ໆ​ເປັນ​ສິ່ງ​ທີ່​ບໍ່​ມີ​ປະໂຫຍດ.

      ຊ່າງ​ໄດ້​ຕັດ​ຕົ້ນໄມ້​ມາ​ຈາກ​ປ່າ

      ແລະ​ກໍ​ເອົາ​ຕົ້ນໄມ້​ນັ້ນ​ມາ​ເຮັດ​ເປັນ​ຮູບ​ບູຊາ.+

       4 ເຂົາ​ເຈົ້າ​ຕົກ​ແຕ່ງ​ຮູບ​ບູຊາ​ນັ້ນ​ດ້ວຍ​ເງິນ​ແລະ​ຄຳ+

      ແລະ​ຕອກ​ຕະປູ​ຍຶດ​ໄວ້​ເພື່ອ​ບໍ່​ໃຫ້​ມັນ​ລົ້ມ.+

  • ເຢເຣມີຢາ 10:8, 9
    ຄຳພີໄບເບິນສະບັບແປໂລກໃໝ່
    •  8 ເຂົາ​ເຈົ້າ​ທຸກ​ຄົນ​ເປັນ​ຄົນ​ບໍ່​ມີ​ເຫດຜົນ​ແລະ​ໂງ່​ຫຼາຍ.+

      ຄຳ​ສອນ​ຈາກ​ຮູບ​ບູຊາ​ທີ່​ເປັນ​ໄມ້​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.+

       9 ຊ່າງ​ສີ​ໄມ້​ລາຍ​ມື​ແລະ​ຊ່າງ​ຄຳ​ໄດ້​ເອົາ​ສິ່ງ​ຕ່າງ​ໆ​ມາ​ໂອບ​ໄມ້

      ມີ​ທັງ​ແຜ່ນ​ເງິນ​ທີ່​ນຳ​ເຂົ້າ​ຈາກ​ຕາຊິດ+​ແລະ​ຄຳ​ຈາກ​ອຸຟາດ.

      ເຂົາ​ເຈົ້າ​ເອົາ​ດ້າຍ​ສີ​ຟ້າ​ແລະ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ​ມາ​ເຮັດ​ເປັນ​ເຄື່ອງ​ນຸ່ງ​ໃຫ້​ພວກ​ມັນ.

      ພວກ​ມັນ​ເປັນ​ຜົນ​ງານ​ຂອງ​ຊ່າງ​ທີ່​ເກັ່ງ​ໆ​.

  • ກິດຈະການ 19:26
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ແຕ່​ຕອນ​ນີ້ ພວກ​ເຈົ້າ​ກໍ​ເຫັນ​ແລະ​ໄດ້​ຍິນ​ວ່າ​ໂປໂລ​ຄົນ​ນີ້​ໄດ້​ຊັກຈູງ​ຄົນ​ບັກ​ຫຼາຍ​ໆ​ແລະ​ລ້າງ​ສະໝອງ​ເຂົາເຈົ້າ ບໍ່​ແມ່ນ​ແຕ່​ຢູ່​ເມືອງ​ເອເຟໂຊ​ເທົ່າ​ນັ້ນ+ ແຕ່​ເກືອບ​ທົ່ວ​ແຂວງ​ອາຊີ. ລາວ​ບອກ​ວ່າ​ພະເຈົ້າ​ທີ່​ມະນຸດ​ເຮັດ​ຂຶ້ນ​ມາ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​.+

  • 1 ໂກຣິນໂທ 10:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຂ້ອຍ​ເວົ້າ​ແບບ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຮູບ​ບູຊາ​ກັບ​ເຄື່ອງ​ທີ່​ບູຊາ​ຮູບ​ນັ້ນ​ສຳຄັນ​ຊັ້ນ​ເບາະ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌